ໄມ້ ຂ.ອັດຕະປື ຍັງບໍ່ມີ ເຈົ້າຂອງ

ໄມ້ທີ່ຖືກຢຶດໄດ້ ຢູ່ດ່ານພູເກືອ ຖືກນຳມາເກັບໄວ້ໃນສາງ ຂອງຜແນກ ອຸດສາຫະກຳ ແລະ ການຄ້າ ແຂວງອັດຕະປື
ໄມ້ທີ່ຖືກຢຶດໄດ້ ຢູ່ດ່ານພູເກືອ ຖືກນຳມາເກັບໄວ້ໃນສາງ ຂອງຜແນກ ອຸດສາຫະກຳ ແລະ ການຄ້າ ແຂວງອັດຕະປື (ຖ່າຍໂດຍ: ຜູ້ຟັງ ວິທຍຸເອເຊັຽເສຣີ 16/6/2017)

0:00 / 0:00

ປັດຈຸບັນ ການສືບສວນ ເຣື້ອງໄມ້ທີ່ຍຶດໄດ້ ຈາກຣົດບັນທຸກ 27 ຄັນ ຢູ່ດ່ານພູເກືອ ແຂວງອັດຕະປື ຂອງຄນະກັມມະການ ສະເພາະກິດ ຍັງບໍ່ມີຄວາມຄືບໜ້າ ຍ້ອນການເກັບຂໍ້ມູນ ຈາກພະຍານຫລັກຖານ ຕ່າງໆ ຍັງບໍ່ທັນສໍາເຣັດ ດັ່ງນັ້ນຈຶ່ງເຮັດໃຫ້ ເຈົ້າໜ້າທີ່ ກ່ຽວຂ້ອງ ຍັງ ຕ້ອງໄດ້ ປະຕິບັດງານ ຕໍ່ໄປຕື່ມອີກ ໃນຂນະທີ່ທາງຣັຖບານ ບໍ່ປະກາດແນວໃດ ອອກມາໃຫ້ຮູ້, ດັ່ງເຈົ້າໜ້າທີ່ ແຂວງອັດຕະປື ທ່ານນຶ່ງ ກ່າວໃນມື້ວັນທີ 28 ກໍຣະກະດາ ນີ້ວ່າ:

"ກະບໍ່ທັນຄືບໜ້າແນວໃດ ກະບໍ່ທັນລະອຽດເທື່ອຣັຖບານ ກະບໍ່ທັນແຈ້ງໃຫ້ຮູ້ວ່າມັນແນວໃດແທ້ໆ ບັນດາຂໍ້ມູນກະບໍ່ທັນໄດ້ຖືກ ເປີດເຜີຍນະ".

ສໍາລັບໄມ້ທັງໝົດ ທີ່ຖືກຍຶດໄດ້ຈາກຣົດບັນທຸກ ທີ່ວ່ານັ້ນ ຍັງຖືກເກັບໄວ້ຢູ່ແຂວງ ແລະມີການຄຸ້ມຄອງເປັນຢ່າງດີ. ໃນຄໍາຖາມທີ່ວ່າໃຜເປັນ ເຈົ້າຂອງໄມ້ນັ້ນ ກໍຍັງເວົ້າບໍ່ທັນໄດ້ ຕ້ອງລໍໃຫ້ ເຈົ້າໜ້າທີ່ ຄນະສືບສວນສອບສວນ ເປັນຜູ້ຊີ້ແຈງ. ທ່ານກ່າວ ອີກວ່າ ປັດຈຸບັນ ທາງແຂວງ ອັດຕະປື ໄດ້ເພີ່ມມາຕການກວດກາ ການເຄື່ອນຍ້າຍໄມ້ ຢ່າງເຂັ້ມງວດທີ່ສຸດ ເພື່ອປະຕິບັດຕາມດໍາຣັດ ນາຍົກຣັຖມົນຕຣີ ເລກທີ 15 ຢ່າງ ເຄັ່ງຄັດ ເພື່ອບໍ່ໃຫ້ມີ ການເຄື່ອນຍ້າຍໄມ້ ແລະການ ລັກລອບຕັດໄມ້ ແບບຊະຊາຍ ເກີດຂຶ້ນອີກ.

ຜ່ານມາເຈົ້າໜ້າທີ່ກວດກາ ຣັຖບານທ່ານນຶ່ງ ເວົ້າວ່າໄມ້ໃນຣົດ 27 ຄັນທີ່ຖືກຍຶດໄດ້ແຕ່ ເດືອນມີຖຸນາ ຜ່ານມານັ້ນແມ່ນເປັນຂອງ ຍານາງ ແສງ ວິຍະເກດ ພັລຍາຂອງເຈົ້າແຂວງອັດຕະປື ແຕ່ຍານາງ ໄດ້ກ່າວຢືນຢັນຕໍ່ RFA ວ່າຕົນເອງບໍ່ແມ່ນເຈົ້າຂອງ ໄມ້ ຕາມທີ່ຖືກກ່າວຫາ ແລະ ທຸຣະກິດສ່ວນຕົວ ຂອງຍານາງ ກໍບໍ່ກ່ຽວຂ້ອງ ກັບໄມ້ ແຕ່ຢ່າງໃດ.