ໂຍທາຢືມເງິນບໍຣິຈາກ ແປງທາງ

ຜແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ອັດຕະປື ຢືມເງິນ ແຂວງ 3 ຕຶ້ກິບ ເພື່ອ ສ້ອມແປງ ເສັ້ນທາງ 18 A

ເສັ້ນທາງເຂົ້າໄປຫາເມືອງສນາມໄຊ ແຂວງ ອັດຕະປື Screen captured : LX video

ຜແນກໂຍທາທິການແລະຂົນສົ່ງ ແຂວງອັດຕະປື ຢຶມເງິນແຂວງ ຈໍານວນ 3 ຕຶ້ກິບ ເພື່ອນໍາມາຈ່າຍໃຫ້ 3 ບໍຣິສັດ  ສ້ອມແປງເສັ້ນທາງ 18A ທີ່ ມີຣະຍະທາງ 45 ກິໂລແມັດ ເນື່ອງຈາກເສັ້ນທາງ ດັ່ງກ່າວ ໄດ້ຮັບຜົນເສັຍຫາຍ ຈາກເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ. ດັ່ງທ່ານ ລັດຕະນະພອນ ເທບສຸວັນ ຫົວຫນ້າຜແນກໂຍທາທິການແລະຂົນສົ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ່ 11 ກັນຍາ ນີ້ວ່າ:

“ຂອງ PNC ຈ່າຍໃຫ້ແຂວງເນາະ, ອິງໃສ່ວ່າ ຄວາມຫຍຸ້ງຍາກ ຂອງບໍຣິສັດ ຫັ້ນແລ້ວ ກໍເລີຍວ່າເພິ່ນແກ້ໄຂກ່ອນ ຢຶມກ່ອນ ຢຶມເງິນ ນໍາແຂວງ ມາແກ້ໄຂສຸກເສິນ ເຣື້ອງເສັ້ນທາງນີ້, ເບື້ອງຕົ້ນ ມູນຄ່າມັນທັງໝົດ 5 ຕຶ້ປາຍໃດ ອັນນີ້ຢຶມກ່ອນ 3 ຕຶ້ ເຂົາສ້ອມແປງມາແຕ່ ວັນທີ່ 25 ເດືອນ 7 ແມ່ນແຫລະ ຍັງບໍ່ທັນແລ້ວ ວຽກສຸກເສີນມັນຕ້ອງ ເວົ້າຣະວັງ ຣະຍະຝົນ 3 ເດືອນ.”

ທ່ານກ່າວຕຶ່ມວ່າ ນັບແຕ່ເຂື່ອນແຕກ ເຮັດໃຫ້ເສັ້ນທາງ 18A ແຕ່ເທສບານແຂວງອັດຕະປື ຫາເມືອງມະຫາໄຊ ໄດ້ຮັບຄວາມເສັຍຫາຍ ຢ່າງຫນັກ ເປັນຂຸມ ເປັນບໍ່ ໃນບາງຈຸດ ຖືກນໍ້າຕັດຂາດ ໄປມາບໍ່ໄດ້ຫລາຍມື້, ສະນັ້ນຈິ່ງໃຫ້ 3 ບໍຣິສັດ ຄືບໍຣິສັດ ໄຊເສດຖາ, ບໍຣິສັດ ສິງລາດສົມບູນ ແລະ ບໍຣິສັດຣາຊວົງ ຈ່າຍເງິນ ສ້ອມແປງ ແກ້ໄຂສຸກເສີນ ເສັ້ນທາງ 18A ໄປກ່ອນເປັນເວລາ 3 ເດືອນ ຈໍານວນ 5 ຕຶ້ປາຍກິບ.

ທ່ານວ່າ ຜແນກໂຍທາທິການ ແລະຂົນສົ່ງແຂວງ ຂາດງົບປະມານ ແລະ ຕ້ອງໃຊ້ເງິນຢ່າງຮິບດ່ວນ ສະນັັ້ນຈຶ່ງໄດ້ ສເນີບັນຫານີ້ ໄປຍັງ ຫ້ອງວ່າການປົກຄອງ ແຂວງອັດຕະປື ເພື່ອຂໍຢຶມເງິນ 3 ຕຶ້ກິບ ຈ່າຍໃຫ້ 3 ບໍຣິສັດ ໄປກ່ອນ ບໍຣິສັດລະ 1 ຕື້ກິບ, ເນື່ອງຈາກວ່າ ເມື່ອ ເດືອນສິງຫາ ຜ່ານມາບໍຣິສັດ PNPC ເຈົ້າຂອງໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ໄດ້ມອບເງິນໃຫ້ແກ່ແຂວງອັດຕະປື ຈໍານວນ 10,128 ຕຶ້ກິບ ເພື່ອນໍາໄປໃຊ້ຈ່າຍ ວຽກງານຕ່າງໆ ຢູ່ພາຍໃນ ສູນບັນເທົາທຸກ ຜູ້ປະສົບພັຍ ເມືອງສນາມໄຊແລ້ວ.

ຢ່າງໃດກໍຕາມ ຜແນກໂຍທາທິການ ແລະຂົນສົ່ງ ຍັງຄ້າງເງິນກັບ 3 ບໍຣິສັດ ຈໍານວນ 2 ຕຶ້ ປາຍກິບ ຫລັງຈາກນີ້ ກໍຈະຂໍງົບປະມານຈາກ ທາງການລາວ ເພີ້ມຕຶ່ມເພື່ອໃຊ້ໜິ້ຄືນໃຫ້ໝົດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org