ຊາວບ້ານຂັດແຍ່ງທີ່ດິນ ກັບ ໂຄງການ ເຂື່ອນ ເຊກະໝານ1
2018.05.18

ປະຊາຊົນ 5 ຄອບຄົວ ຢູ່ບ້ານຕາດກຸ່ມ ແລະບ້ານແບນມະໝໍ້ ເມືອງສານໄຊ ແຂວງອັດຕະປື ບໍ່ຍອມໃຫ້ບໍຣິສັດ ເຂື່ອນໄຟຟ້າ ເຊກະໝານ 1 ຂອງວຽດນາມ ເອົາທີ່ດິນ ຂອງພວກເຂົາເຈົ້າ ເຮັດໜອງປາຊຸມຊົນ ໃຫ້ບ້ານຈັດສັນ ຂອງທາງໂຄງການເຂື່ອນ ໂດຍໃຫ້ເຫດຜົລວ່າ ດິນ ນັ້ນຄວນໃຊ້ເປັນບ່ອນຜລິດກະສິກັມ ແລະທຳມາຫາກິນ ແນວອື່ນ.
ການຂັດແຍ່ງກັນທີ່ວ່ານີ້ ມີມາແຕ່ດົນແລ້ວ ແຕ່ຍັງແກ້ບໍ່ຕົກ; ຕາມຄຳເວົ້າຂອງເຈົ້າໜ້າທີ່ ຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ແຂວງ ອັດຕະປື ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 15 ພຶສພາ ນີ້ວ່າ:
"ສມັຍນໍ້າຖ້ວມ ອັດຕະປື 2009 ທາງແຂວງນີ້ປຸກເຮືອນ 30 ຫລັງຢາກໃຫ້ປະຊາຊົນ ໄປຢູ່ ເຈາະບາດອກບາດານ ແລ້ວໝົດ ເຮັດເຮືອນ ໃຫ້ແລ້ວ ກໍບໍ່ມີໃຜ ມາຢູ່ ຫລັງຈາກນັ້ນເຫັນວ່າ ມີໂຄງການແລ້ວ ກໍເລີຍໃຜກໍມາໃຜກໍມາ ມີພວກບ້ານຕາດກຸ່ມ ກັບບ້ານ ແບນນາໝໍ້ນີ້ນະ ເຂົາວ່າດິນເຂົາກໍຍັງກະແກ້ກັນຢູ່ຄູ່ມື້ ເອີ້ນວ່າຂໍ້ຂັດແຍ່ງ ກັບບໍຣິສັດນັ້ນແຫລະ ເຮົາກໍແກ້ຫລາຍບັນຫາກໍຕົກແລ້ວ ກໍຍັງດຽວນີ້ກໍເອີ້ນວ່າ ປະມານ 5 ຄອບຄົວຖຽງກັນ."
ດິນທີ່ມີການຂັດແຍ່ງກັນຢູ່ນີ້ ເປັນດິນທີ່ທາງການແຂວງອັດຕະປື ຈັດສັນໃຫ້ປະຊາຊົນ 30 ຄອບຄົວ ທີ່ໄດ້ຮັບຜົລກະທົບ ຈາກພັຍນ້ຳຖ້ວມ ເມື່ອປີ 2009 ແລະໄດ້ປຸກເຮືອນ, ຕິດຕັ້ງຣະບົບນ້ຳໃຫ້ ແຕ່ໃນເວລານັ້ນ ບໍ່ມີໃຜຍ້າຍໄປຢູ່. ແຕ່ມາເຖິງປີ 2011 ທາງ ບໍຣິສັດວຽດນາມ ໄດ້ມາສຶກສາສຳຣວດເຂດດັ່ງກ່າວ ເພື່ອສ້າງເຂື່ອນເຊກະໝານ 1 ແລະທາງການລາວ ກໍໄດ້ເອົາດິນຕອນ ທີ່ຍັງມີການຂັດແຍ່ງກັນຢູ່ນັ້ນ ໃຫ້ທາງໂຄງການເຂື່ອນ ໃຊ້ເປັນພື້ນທີ່ສາທາຣະນະປໂຍດ ທາງດ້ານກະສິກັມ ໃຫ້ຊາວ ບ້ານຈັດສັນ ແລະມີແຜນທີ່ຈະຂຸດໜອງລ້ຽງປາ ຂອງຊຸມຊົນໃສ່. ແຕ່ຊາວບ້ານ 5 ຄອບຄົວ ຍັງບໍ່ຍອມໃຫ້ເຮັດ ຊຶ່ງຂນະນີ້ກຳລັງເຈຣະຈາກັນຢູ່ ດັ່ງທີ່ທ່ານກ່າວວ່າ:
"ໂຕທີ່ເຂົາບໍ່ຍອມ ກໍຄືໜອງປາ ກໍໄດ້ໂຈະໄວ້ຫັ້ນແຫຼະ ບໍ່ໄດ້ເຮັດຕໍ່ບໍ່ໄດ້ສືບ ເຖິງວ່າມີໃນແຜນທີ່ເຮົາ ອອກແບບແລ້ວກໍຢ່າມັນ ເພາະເຂົາບໍ່ ຍອມ ບໍ່ຢ່າໜັກກໍ໊ ຫັ້ນນ໊າ ໜອງປູໜອງປາ ກິຈກັມໜອງປາ ກໍບໍ່ໄດ້ຕໍ່ແລ້ວ ບໍ່ເຮັດພັທນາແນວອື່ນສະ ບໍຣິສັດຫັ້ນນ໊າ ເຂົາກໍຍອມບໍ່ເຮັດຕໍ່ ໜອງປາ ໜອງປາຊຸມຊົນເດ໊."
ທ່ານກ່າວຕື່ມວ່າ ໂຄງການຂຸດໜອງປາ ຢູ່ເຂດບ້ານຈັດສັນທີ່ວ່ານັ້ນ ອາຈບໍ່ໄດ້ສ້າງຖ້າຫາກວ່າ ບໍຣິສັດວຽດນາມ ທາງການແລະຊາວບ້ານ ບໍ່ສາມາດຕົກລົງກັນໄດ້ ຍ້ອນປະຊາຊົນ ບໍ່ຍິນຍອມດ້ວຍໃຫ້ເຫດຜົລວ່າ ຄວນໃຊ້ທີ່ດິນໃນເຂດນັ້ນເປັນບ່ອນ ຜລິດກະສິກັມ ແລະເປັນບ່ອນ ທຳມາຫາກິນແນວອື່ນ ຍ້ອນມັນເປັນບ່ອນທີ່ຢູ່ໃກ້ກັບບ້ານຈັດສັນ ໃນເຂດລຸ່ມພຽງ ທີ່ມີປະຊາຊົນຍ້າຍມາຢູ່ 98 ຄອບຄົວ ຊຶ່ງຖືວ່າເປັນບ້ານ ໃຫຍ່ສົມຄວນ.