ທະນາຄານຜ່ອນຜັນໃຫ້ ຜູ້ເຄາະຮ້າຍ
2019.02.12
ທະນາຄານ ທີ່ແຂວງອັດຕະປື ມີນະໂຍບາຍ ໃຫ້ປະຊາຊົນ 6 ບ້ານ, ທີ່ຖືກຜົລກະທົບຈາກເຂື່ອນແຕກ ເລື່ອນເວລາຈ່າຍໜີ້ ໂດຍບໍ່ມີກຳນົດ. ດັ່ງເຈົ້າຫນ້າທີ່ທະນາຄານທ່ານນຶ່ງ, ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 8 ກຸມພາ ນີ້ວ່າ:
“ຕົວນີ້ຫັ້ນ, ເຮົາກໍຕ້ອງເບິ່ງເນາະ, ເພາະວ່າເຂົາຄົ້ນຄວ້າກັນໃນກອງປະຊຸມ, ມັນມີ 6 ບ້ານ ເນາະ ຖືກຜົລກະທົບ, ພວກບ້ານໃຫມ່ບ້ານຫຍັງ ຫັ້ນເດ້, ເຂົາມາຊຳລະຢູ່ທະນາຄານເລີຍກໍໄດ້ ຖ້າວ່າພ້ອມ.”
ທ່ານກ່າວຕື່ມວ່າ ໂຄງການກູ້ຢືມເງິນທະນາຄານ, ເປັນໂຄງການໃຫ້ປະຊາຊົນໃນແຕ່ລະບ້ານ, ກູ້ເງິນໄປລົງທຶນດ້ານການກະເສດ, ເປັນຕົ້ນ ການປູກຝັງ, ລ້ຽງສັດ, ແລະອື່ນໆ ເພື່ອລ້ຽງຄອບຄົວ, ຫຼືເອົາໄປຂາຍສ້າງຣາຍໄດ້ ແຕ່ຫຼັງຈາກເຂື່ອນ ເຊປຽນ-ເຊນ້ຳນ້ອຍແຕກ ເມື່ອເດືອນ ກໍຣະກະດາ ຜ່ານມາ, ປະຊາຊົນຫລາຍບ້ານ ກໍບໍ່ສາມາດຈ່າຍຫນີ້ຄືນໃຫ້ແກ່ ທະນາຄານໄດ້.
ເຈົ້າຫນ້າທີ່ທະນາຄານອີກທ່ານນຶ່ງເວົ້າວ່າ, ປະຊາຊົນໃນ 6 ບ້ານ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນແຕກມີຄວາມຈຳເປັນໃນການຈ່າຍໜີ້ຄືນ, ດັ່ງນັ້ນທະນາຄານຈື່ງຕົກລົງເລື່ອນເວລາໃຫ້ແກ່ຂະເຈົ້າ, ຍ້ອນຂະເຈົ້າມີຄວາມຫຍຸ້ງຍາກລຳບາກຫລາຍ ບໍ່ສາມາດຈ່າຍຫນີ້ໃຫ້ທັນເວລາໄດ້:
“ສິ້ນສຸດການສຳຣະຫນີ້, ພວກເຮົາບໍ່ທັນມີກຳນົດຕີ້, ໃນນັ້ນເຮົາກໍເປີດໂອກາດ, ເພາະວ່າເຮົາກໍເຫັນຄວາມຈຳເປັນ, ກໍໝາຍຄວາມວ່າບໍ່ໄດ້ ກຳນົດ ເນາະ, ໃນການສິ້ນສຸດການສຳຣະ ຕາມເງື່ອນໄຂຂອງປະຊາຊົນຫັ້ນແຫລະ, ເພາະມີຄວາມຈຳເປັນເດ້.”
ທ່ານກ່າວຕື່ມວ່າ, ສ່ວນບ້ານອື່ນໆນັ້ນນອກຈາກ 6 ບ້ານນີ້ທາງທະນາຄານ ກໍບໍ່ໄດ້ກຳນົດເວລາ ເຊັ່ນກັນ, ແຕ່ຖ້າຫາກຜູ້ໃດ ມີຄວາມພ້ອມ ກໍສາມາດເຂົ້າມາຈ່າຍຫນີ້ຄືນໄດ້, ທັງຕົ້ນທັງດອກ ນັບແຕ່ມື້ແຈ້ງການ ຄືວັນທີ 5 ກຸມພາ ປີ 2019 ເປັນຕົ້ນໄປ.