ຈີນເພີ້ມການລົງທຶນຢູ່ 3 ຫລ່ຽມຄໍາ

ສິດນີ
2014.11.10
F-Bokeo ດອນຊາວ ແຂວງບໍ່ແກ້ວ ເຂດສາມຫຼ່ຽມຄໍາ
RFA

 

ທາງການ ລາວ ເປີດ ໄຟຂຽວ ໃຫ້ ນັກລົງທຶນ ຈີນ ເພີ້ມ ພັທນາ ຂຍາຍ ການຄ້າ ໃນເຂດ ເສຖກິດ ພິເສດ 3 ຫລ່ຽມຄຳ ເກືອບ ສາມເທົ່າຕົວ ກວ່າ 1 ໝື່ນໄຮ່ ເພື່ອ ຮອງຮັບ ໂຄງການ ຂນາດ ໃຫຍ່ ອີກ 14 ໂຄງການ ໃນມູນຄ່າ ການລົງທຶນ ເພີ້ມ ປະມານ 1 ຕື້ ໂດລາ ສະຫະຣັດ.

ຫນັງສືພິມ ວຽງຈັນ ໃຫມ່ ຣາຍງານ ໃນ ອິນເຕີເນັດ ວ່າ ທ່ານ ສົມດີ ດວງດີ ຣັຖມົນຕຣີ ກະຊວງ ແຜນການ ແລະ ການລົງທຶນ ເປັນຜູ້ ລົງນາມ ສັນຍາ ສຳປະທານ ສະບັບ ດັດແກ້ ວ່າດ້ວຍ ການພັທນາ ເຂດ ເສຖກິດ ສະເພາະ 3 ຫລ່ຽມຄຳ ກັບ ນາຍ ເຈົ່າ ເຫວີຍ ປະທານ ບໍຣິສັດ ຄິງໂຣມັນ ຈຳກັດ ຜູ້ຮັບ ສຳປະທານ ແລະ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກ ຣັຖມົນຕຣີ ໃນຖານະ ປະທານ ຄນະ ກັມມະການ ກົມການເມືອງ ສູນກາງ ພັກ ທີ່ ຮັບຜິດຊອບ ເຂດ ເສຖກິດ ພິເສດ ແລະ ເຂດ ເສຖກິດ ສະເພາະ ຮ່ວມເປັນ ພິຍານ.

ເນື້ອຫາ ໃນ ສັນຍາ ສະບັບ ດັດແກ້ ຍັງຮັກສາ ຮູບແບບ ແລະ ເງື່ອນໄຂ ທີ່ ຣັຖບານ ລາວ ໄດ້ເຮັດໄວ້ ກັບກຸ່ມ ດອກງີ້ວຄຳ ( ບໍຣິສັດ ຄິງໂຣມັນ) ໃນປີ 2007 ແຕ່ໄດ້ຂຍາຍ ພື້ນທີ່ ສຳປະທານ ຈາກເດີມ ທີ່ມີ 827 ເຮັກຕາ ມາເປັນ 2173 ເຮັກຕາ

ໃນພື້ນທີ່ ໃຫມ່ນີ້ ບໍຣິສັດ ຄິງໂຣມັນ ມີແຜນ ເພີ້ມ ການລົງທຶນ ໃນ 14 ໂຄງການ ເຊັ່ນ ການສ້າງ ສນາມບິນ ສນາມກ໊ອຟ ພັທນາ ແຫລ່ງ ທ່ອງທ່ຽວ ດອນຊາວ ເຂດ ເຊື່ອມ ຕໍ່ ເມືອງເກົ່າ ສຸວັນນະໂຄມຄຳ ແລະ ອື່ນໆ ຄາດວ່າ ຈະ ເພີ້ມ ທຶນ ອີກ ປະມານ 1 ຕື້ ໂດລາ ສະຫະຣັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.