ຊາວບ້ານຕາຕຸງ ບໍ່ຢາກຍ້າຍໄປຢູ່ ບ້ານຈັດສັນ
2018.10.03
ຊົນເຜົ່າ ບ້ານຕາຕຸງ ຢູ່ເມືອງຜົ້ງສາລີ ແຂວງຜົ້ງສາລີ ຈໍານວນ 102 ຄອບຄົວ ບໍ່ຢາກຍ້າຍໄປຢູ່ບ້ານຈັດສັນ ຂອງໂຄງການ ເຂື່ອນນໍ້າອູ 7 ຍ້ອນວ່າ ຄນະຈັດສັນ ຂອງໂຄງການ ບໍ່ບອກ ຣາຍຣະອຽດ ກ່ຽວກັບ ການຊົດເຊີຍຄວາມເສັຍຫາຍໃຫ້ຮູ້ ແລະ ຍັງບໍ່ຮູ້ວ່າ ເມື່ອຍ້າຍໄປແລ້ວ ຈະທໍາມາຫາກິນແນວໃດ ເນື່ອງຈາກ ເຄີຍເຮັດແຕ່ໄຮ່ແຕ່ສວນ ຢູ່ພູດອຍ ບໍ່ເຄີຍ ຢູ່ເຂດທົ່ງພຽງ, ດັງເຈົ້າໜ້າທີ່ ເມືອງຜົ້ງສາລີ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 3 ຕຸລາ ນີ້ວ່າ:
“ຍັງບໍ່ຍ້າຍເທື່ອ ເຂົາວ່ານີ້ ລະອຽດແທ້ນີ້ ຢາກໃຫ້ມັນຮູ້ ກ່ຽວກັບ ຄ່າຊົດເຊີຍ ຂໍ້ຕົກລົງ ຕົວນີ້ ມີຫລາຍສບັບ ເຂົາຢາກໃຫ້ມັນຮູ້ ວ່າ ເຂົານໍາໃຊ້ ຕົວໃດແທ້ ແລ້ວກໍກ່ຽວກັບ ຫົວໜ່ວຍຄ່າຊົດເຊີຍ ເຄື່ອງປູກ ຂອງປ່າ ແລ້ວປະຊາຊົນ ຕົກລົງວ່າ ເຫັນດີແລ້ວ ກໍໂຍກຍ້າຍໄດ້ ເວົ້າແນວນັ້ນນະ.”
ທ່ານກ່າວວ່າ ປະຊາຊົນ ທີ່ຕ້ອງໄດ້ ໂຍກຍ້າຍ ອອກຈາກໂຄງການ ເຂື່ອນໄຟຟ້າ ນໍ້າອູ 7 ມີທັງໝົດ 4 ບ້ານ ເກືອບ 500 ຄອບຄົວ ຄນະຈັດສັນເຂື່ອນ ສັ່ງໃຫ້ຊາວບ້ານ ໂຍກຍ້າຍໄປຢູ່ ບ້ານຈັດສັນ ແຕ່ທ້າຍເດືອນ ມິຖຸນາ ທີ່ຜ່ານມາ, ປັັດຈຸບັນ ເຫລືອແຕ່ປະຊາຊົນ ບ້ານຕາຕຸງ ບ້ານດຽວ ທີ່ຍັງບໍ່ທັນຍ້າຍ ຍ້ອນຍັງບໍ່ຮູ້ ກ່ຽວກັບ ຣາຍລະອຽດ ເຣື່ອງຄ່າຊົດເຊີຍ ຄວາມເສັຽຫາຍ, ແຕ່ເຖິງຢ່າງໃດ ກໍຕ້ອງໄດ້ຍ້າຍ ໄປຢູ່ ບ້ານຈັດສັນ ຍ້ອນຂັດຄໍາສັ່ງ ທາງການບໍ່ໄດ້ ແລະວ່າ ຕາມຈິດໃຈແລ້ວ ປະຊາຊົນແລ້ວ ແມ່ບໍ່ຢາກຍ້າຍເລີຍ ຖ້າຍ້າຍ ກໍຢາກໃຫ້ ພາກສ່ວນກ່ຽວຂ້ອງ ຈັດສັນທີ່ດິນ ປູກຝັງໃຫ້ເຂົາເຈົ້າ ດັ່ງທ່ານກ່າວວ່າ:
“ຕາມຈິດໃຈນີ້ ໃນໂຄງການນີ້ ຢາກໃຫ້ ປະຕິບັດຕາມທີ່ວ່າ ດໍາຣັດ ເລກທີ 4 ຊົດເຊີຍ ຜົນກະທົບ ຂອງພໍ່ແມ່ປະຊາຊົນແລ້ວ ກໍໂຍກຍ້າຍ ບ້ານເນາະ ແລ້ວກໍດິນທໍາການຜລິດ ອັນນີ້ແຫລະ ຢາກໃຫ້ມັນແບ່ງຄົບ ຖືວ່າ ລະອຽດ ແລ້ວກໍຍ້າຍ ປະຊາຊົນ ນີ້ຢ້ານທີ່ວ່າ ຫລາຍບ້ານ ມາຢູ່ນໍາກັນນີ ຢ້ານມີບັນຫາຫັ້ນ.”
ເຂື່ອນນໍ້າອູ 7 ເປັນເຂື່ອນໄຟຟ້າຂນາດ 210 ເມກາວັດ ເຣີ່ມກໍ່ສ້າງໃນປີ 2016 ແລະຈະສ້າງສໍາເຣັດໃນປີ 2020. ອາຍຸ ການສັມປະທານ 29 ປີ. ເຂື່ອນດັ່ງກ່າວ ເປັນຂອງບໍຣິສັດ ຊີໂນໄຮໂດຣ ຂອງຈີນ ທີ່ຫຸ້ນສ່ວນກັບ ບໍຣິສັດ ຣັຖວິສຫະກິດ ໄຟຟ້າລາວ.