ທາງການກວດກາເງິນເດືອນ ຂັ້ນຕໍ່າ

ສົມເນ
2015.05.04
F-workers ຄົນງານລາວ ທີ່ແຂວງບໍ່ແກ້ວ
RFA

ປັດຈຸບັນ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ກໍາລັງ ຕິດຕາມ ແລະ ກວດກາ ນາຍຈ້າງ ໃນ ທົ່ວ ປະເທດ ວ່າໄດ້ ປະຕິບັດ ການຈ້າງ ແຮງງານ ຂັ້ນຕໍ່າ ສຸດ 9 ແສນ ຕໍ່ຄົນ ຕໍ່ເດືອນ ຕາມທີ່ ກະຊວງ ໄດ້ ວາງອອກ ວ່າ ໃຫ້ ເລີ້ມ ປະຕິບັດ ແຕ່ ວັນທີ 1 ເມສາ ປີ 2015 ເປັນຕົ້ນ ໄປ ຫລືບໍ່. ດັ່ງ ເຈົ້າໜ້າທີ່ ໄດ້ ກ່າວວ່າ:

"ເຣື້ອງ ລົງກວດ ໄທເຮົາ ກ່າລົງກວດ ມາ ບັ້ນນຶ່ງ ແລ້ວ ເນາະ ແຕ່ວ່າ ກໍຍັງ ບໍ່ທັນໄດ້ ທົ່ວເທື່ອ ແຕ່ ກໍໄດ້ເຮັດ ເປັນ ຈໍານວນ ນຶ່ງ ແລ້ວ. ຖ້າວ່າ ຫົວຫນ່ວຍ ແຮງງານ ໃດ ຢູ່ ໃນຣະດັບ ຕໍ່າກ່ວາ ສະເພາະ ກັມມະກອນ ເນາະ 9 ແສນ ກີບ ຕໍ່ ເດືອນ ຕໍ່ຄົນ ໄທເຮົາ ກໍປັບ ໃຫ້ ໄດ້ 9 ແສນ ກີບ ຂຶ້ນໄປ, ສ່ວນຫລາຍ ເຂົາກໍ ປະຕິບັດ ໄດ້ແລ້ວ ຈາກນັ້ນ ແລ້ວ ຊິລົງໄປ ເມືອງ ທີ່ວ່າຢູ່ໄກ ຫັ້ນຕື່ມ ກວດກາ ເບິ່ງວ່າ ຫົວຫນ່ວຍ ແຮງງານ ໂຕໃດ ໄດ້ ແລ້ວ ກໍຊຸກຍູ້ ເພິ່ນ ຄັນບໍ່ໄດ້ ເຮົາກ່າຊິ ປັບປຸງ ໃຫ້ໄດ້ ຕາມ ແຈ້ງການ ໂຕ 808".

ເມື່ອ ວັນທີ 19 ກຸມພາ ປີ 2015 ນີ້ ກະຊວງ ແຮງງານ ສວັດດີການ ສັງຄົມ ໄດ້ ປະກາດ ຢ່າງ ເປັນ ທາງການ ຂຶ້ນຄ່າ ຈ້າງ ແຮງງານ ຂັ້ນ ຕໍ່າສຸດ ເປັນ 9 ແສນກີບ ຕໍ່ຄົນ ຕໍ່ເດືອນ ແລະ ມີຂໍ້ ເພີ້ມໃໝ່ ສໍາລັບ ແຮງງານ ທີ່ ເຮັດວຽກ ຢູ່ ໃນໂຄງການ ທີ່ຕັ້ງຢູ່ ເຂດ ຫ່າງໄກ ຕ້ອງໄດ້ ຕື່ມ 15 ສ່ວນຮ້ອຍ ຫລືວ່າ ຕໍ່າສຸດ ແມ່ນ 1 ລ້ານ ກັບ 35 ພັນ ກີບ ຕໍ່ຄົນ ຕໍ່ເດືອນ ເພື່ອໃຫ້ ສອດຂ່ອງ ກັບ ຄ່າ ຄອງຊີພ ໃນ ປັດຈຸບັນ.

ເຈົ້າໜ້າທີ່ ເວົ້າ ຕື່ມວ່າ ໃນ ເວລາ ສປປລາວ ເຂົ້າຢູ່ໃນ ປະຊາຄົມ ເສຖກິດ ອາຊຽນ ແລ້ວ ຈະຕ້ອງໄດ້ ປັບຄ່າ ຈ້າງ ແຮງງານ ຂັ້ນຕໍ່າ ສຸດ ຂື້ນຕື່ມ ໃຫ້ ສອດຂ່ອງ ກັບ ຕລາດ ແຮງງານ ຂອງ ອາຊຽນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.