ຜົນການສືບສວນບໍຣິສັດ ພີເອັສ
2017.10.05

ຄະນະກັມມະການສະເພາະກິດ ຈັດພິທີຖແລງຄວາມຄືບໜ້າ ໃນການສືບສວນ ບໍຣິສັດພີເອັສ ແລະ ຄະນະບໍຣິຫານງານ ເມື່ອວັນພະຫັດ ວັນທີ່ 5 ເດືອນຕຸລາ 2017 ນີ້ທີ່ ນະຄອນຫຼວງວຽງຈັນ. ດຣ.ອາຄົມ ປະເສີດ ຫົວໜ້າປະທານຄະນະກັມມະການ ສະເພາະກິດຖະແຫຼງ ສລຸບຜົນ ຂອງການສືບສວນ ຕອນນຶ່ງວ່າ:
“ບໍຣິສັດພີເອັສ ແມ່ນໃຊ້ເລ້ລ່ຽມຕົວະຍົວະຫລອກລອງ ດ້ວຍວິທີການ ໂຄສະນາຕ່າງໆ ວ່າຈະໃຫ້ຜົນ ຕອບແທນສູງ ເພື່ອໃຫ້ບຸກຄົນອື່ນ ຫລົງເຊື່ອ ແລ້ວເອົາເງິນມາໃຫ້ ບໍຣິສັດພີເອັສ ດ້ວຍຮູບການ ເຮັດສັນຍາ ຮ່ວມທຶນນຳສະມາຊິກ ແລ້ວຈະໃຫ້ດອກເບັ້ຽສູງ ເພື່ອເປັນແຮງ ຈູງໃຈ ແຕ່ພາຍຫລັງ ບໍຣິສັດພີເອັສ ໄດ້ເງິນຈາກສະມາຊິກແລ້ວ ພັດບໍ່ຈ່າຍເງິນ ຄືນຕາມສັນຍາ".
ດຣ.ອາຄົມ ປະເສີດ ຖແລງອີກວ່າ ກ່ອນນີ້ບໍ່ດົນ ທາງກົມໃຫຍ່ຕຳຣວດ ກະຊວງປ້ອງກັນຄວາມສງົບ ໄດ້ປະກາດໃຫ້ ຜູ້ເສັຍຫາຍມາຍື່ນ ຄຳຮ້ອງຟ້ອງ ເພື່ອທວງເງິນຄືນ ປັດຈຸບັນ ໄດ້ຮັບຄຳຮ້ອງ ແລ້ວ ຈຳນວນ 5,020 ຄົນ ແລະລວມມູນຄ່າ ເສັຍຫາຍ 190 ຕື້ກີບ.
ຫົວໜ້າຄະນະກັມມະການສະເພາະກິດ ຣາຍງານອີກວ່າ ຄະນະກັມມະການຂອງທ່ານ ໄດ້ກວດກາການເຄື່ອນໄຫວ ທາງດ້ານການເງິນ ຂອງບໍຣິສັດພີເອັສ ກວດເຄື່ອງຈັກ ວັດຖຸ ອຸບປະກອນ ຊັບສິນຕ່າງໆຂອງບໍຣິສັດ ແລະສັ່ງໃຫ້ບໍຣິສັດ ຢຸດການດຳເນີນງານ ໃນເວລາ ດຳເນີນ ຄະດີຢູ່ນີ້. ສ່ວນຜູ້ກະທຳຜິດ ດຣ.ອາຄົມ ເວົ້າວ່າ:
"ປັດຈຸບັນເຈົ້າໜ້າທີ່ ກໍໄດ້ເປີດ ການສືບສວນສອບສວນ ຕໍ່ກັບຜູ້ຄົນທີ່ມີສ່ວນ ກ່ຽວຂ້ອງ ໃນຖານສໍ້ໂກງຊັບສິນ ພົລເມືອງ ແລະ ອົງການ ອັຍການ ກໍໄດ້ອອກຄຳສັ່ງ ກັກຂັງພາງ ປະທານ ບໍຣິສັດ ພີເອັສ ນາງສຸກນາລີ ເທບສີເມືອງ ແລະ ທ້າວປໍເຮີ ພ້ອມດ້ວຍ ຜູ້ຖືກຫາ ຈຳນວນນຶ່ງ".
ຄະນະກັມມະການສະເພາະກິດ ຈະສືບສວນບໍຣິສັດພິເອັສ ແລະ ຄະນະບໍຣິຫານງານ ຢ່າງໂປ່ງໃສ ແລະເປັນທັມ ແລະ ໃນຂະນະດຽວກັນ ກໍຂໍຮ້ອງໃຫ້ ຜູ້ເສັຍຫາຍ ໃຫ້ອົດທົນ ແລະໃຫ້ຄວາມ ຮ່ວມມື ກັບ ພັກຣັດ ໃນການແກ້ໄຂ ບັນຫາ ດັ່ງກ່າວ.