ເມື່ອບໍ່ດົນມານີ້ ຄນະກັມການສະເພາະກິດ ຂອງຣັຖບານສປປລາວ ໄດ້ໄປກວດກາ ໄມ້ເຖື່ອນ ທີ່ຍຶດໄດ້ 96,400 ປາຍແມັດກ້ອນ ໃນຣົດ ບັນທຸກ 7 ຄັນ ຢູ່ເຂດເສຖກິດສະເພາະ ບໍ່ເຕັນແດນງາມ ແຂວງຫລວງນ້ຳທາ ແລະ ເກັບໄມ້ດັ່ງກ່າວໄວ້ ເປັນຂອງກາງ ຊຶ່ງ ປັຈຈຸບັນນີ້ ກໍກຳລັງສືບສວນ ສອບສວນ ບ່ອນທີ່ມາ ຂອງໄມ້ນັ້ນຢູ່. ຕາມຄຳເວົ້າ ຂອງເຈົ້າໜ້າທີ່ ແຂວງຫລວງນ້ຳທາ ເມື່ອວັນທີ 23 ມີຖຸນານີ້:
"ເຂົາເອົາໄປແລ້ວ ຄນະສະເພາະກິດ ເຂົາກະມັນມີຫຼາຍທາງແຂວງແດ່ ແລະທາງສູນກາງແດ່ ປະສົມປະສານ ກັນໝົດຫັ້ນແຫລະ ເຮົາກະມີ ຄນະເຂົາແຕ່ງຕັ້ງ ເພິ່ນລົງມາເຮັດເອງເດ໊ ພວກເຮົາ ບໍ່ຮູ້ເຣື່ອງ ຂະເຈົ້າຈັບສາຍໄດ້ ແລ້ວກະຈັດການເອງ".
ທ່ານກ່າວຕື່ມວ່າ ຍັງບໍ່ມີຜູ້ໃດຮູ້ວ່າ ໄມ້ຈຳນວນນັ້ນ ຖືກນຳມາຈາກໃສ ແລະເປັນໄມ້ຂອງໃຜ. ຮູ້ພຽງແຕ່ວ່າ ຈະຖືກນຳໄປສົ່ງ ໃຫ້ພໍ່ຄ້າຈີນ. ພາຍຫຼັງ ຍຶດໄມ້ທີ່ວ່ານີ້ແລ້ວ ທາງເຈົ້າໜ້າທີ່ ປະຈຳເຂດເສຖກິດ ສະເພະບໍ່ເຕັນ ກໍບໍ່ໄດ້ເພີ່ມ ມາຕການ ເຂັ້ມງວດ ກວດກາ ຣົດບັນທຸກ ເຂົ້າ-ອອກ ຊາຍແດນ ລາວ-ຈີນ ແຫ່ງນີ້ ແຕ່ຢ່າງໃດ.
ໜັງສືພິມທາງການລາວ ຣາຍງານວ່າ ຄົນຂັບຣົດຂົນໄມ້ເຖື່ອນຄັນນຶ່ງ ທີ່ຖືກຈັບໄດ້ອາຍຸ 32 ປີ ເປັນຄົນແຂວງອຸດົມໄຊ ຮັບສາຣະພາບວ່າ ຄົນຂັບຣົດ ແຕ່ລະຄັນ ໄດ້ຮັບຄ່າຈ້າງ 3 ລ້ານກີບ ໃຫ້ຂົນໄມ້ໄປຊາຍແດນຈີນ ແຕ່ບໍ່ບອກວ່າໃຜເປັນຄົນຈ້າງ ແລະໄດ້ນຳໄມ້ມາຈາກໃສ. ໃນຂນະນີ້ ເຈົ້າໜ້າທີ່ຕຳຣວດ ກຳລັງສອບສວນ ຜູ້ກ່ຽວຢູ່.
ກ່ຽວກັບເຣຶ່ອງໄມ້ ກອງປະຊຸມ ຄນະຣັຖມົນຕຣີ ສປປລາວ ເມື່ອວັນອັງຄານທີ່ຜ່ານມາ ໄດ້ຮັບຟັງຣາຍງານ ກ່ຽວກັບການປະຕິບັດ ດຳຣັດ ນາຍົກຣັຖມົນຕຣີ ເລກທີ 15. ບົດລາຍງານ ເວົ້າວ່າ ນັບແຕ່ ໄດ້ອອກດຳຣັດນີ້ມາ ທາງການ ໄດ້ສັ່ງປິດໂຮງງານ ແປຮູບໄມ້ 28 ແຫ່ງ ແລະ ໄດ້ສັ່ງປິດໂຮງງານ ເຟີນີເຈີ ແບບຄອບຄົວ ທີ່ບໍ່ມີ ໃບອະນຸຍາດ ເກືອບເຖິງ 700 ແຫ່ງ ແລະ ໃນຂນະດຽວກັນ ກໍຍຶດໄມ້ໄດ້ ເກືອບ 60 ພັນ ແມັດກ້ອນ ຊຶ່ງສ່ວນນຶ່ງ ປະມູນຂາຍໄປແລ້ວ ໄດ້ເງິນ 62 ຕື້ກີບ.