ຊາວໜຸ່ມລາວຕ້ອງຝຶກໜັກ ຮັບມື ອາຊຽນ

ສິດນີ
2016.01.08
F-Lao-youths ຊາວໜຸ່ມລາວ ໃນນະຄອນຫຼວງ ວຽງຈັນ ທີ່ຊອກສແວງຫາ ຄວາມກ້າວໜ້າ ໃນວິຊາຄວາມຮູ້ ຮອບດ້ານ
RFA/LX

ຊາວຫນຸ່ມລາວ ຜູ້ນື່ງ ທີ່ພໍມີ ຄວາມຮູ້ ແລະ ປະສົພການ ກ່ຽວກັບ ປະຊາຄົມ ເສຖກິດ ອາຊຽນ ໃຫ້ ທັສນະ ກ່ຽວກັບ ຊາວຫນຸ່ມ ລາວ ໂດຍທົ່ວໄປ ວ່າ,  ເຖິງວ່າ ໃນ ປັດຈຸບັນ ປະຊາຄົມ ເສຖກິດ ອາຊຽນ ໄດ້ເລີ້ມຂຶ້ນ ຢ່າງ ເປັນທາງການ ແລ້ວກໍຕາມ, ແຕ່ ຊາວຫນຸ່ມລາວ ທົ່ວປະເທດ ຍັງຂາດ ຄວາມຮູ້ ແລະ ຄວາມເຂົ້າໃຈ ຢ່າງ ລຶກຊຶ້ງ ເຖິງຜົລໄດ້ ຜົລເສັຽ, ໂອກາດ ແລະ ອຸປສັກ ທີ່ ຈະຕາມມາ ຫລັງຈາກ ສປປ ລາວ ເຂົ້າຮ່ວມ ປະຊາຄົມ ອາຊຽນ ແລ້ວ.

ທ່ານວ່າ ຊາວຫນຸ່ມລາວ ຫຼາຍຄົນ ຕ່າງກໍຮູ້ວ່າ ປີ 2016 ແມ່ນປີ ເປີດ ສັກຣາດໃຫມ່ ຂອງການ ເຂົ້າຮ່ວມ ປະຊາຄົມ ເສຖກິດ ອາຊຽນ ແຕ່ ຊາວຫນຸ່ມລາວ ສ່ວນຫຼາຍ ຍັງຂາດ ຄວາມກະຕື ລືລົ້ນ ໃນ ການພັທນາ ຕົນເອງ ໃຫ້ທຽບທັນ ກັບ ປະເທດ ເພື່ອນ ບ້ານ. ດັ່ງ ທ່ານກ່າວຕໍ່ ເອເຊັຽເສຣີ ໃນ ວັນທີ 7 ມົກກະຣາ ນີ້ວ່າ:

"ກະໄດ້ຍິນ ເພິ່ນລົມກັນ ຢູ່ໃດລະ ແຕ່ກະຄື ຂະເຈົ້າ ເວົ້າຫັ້ນລະ ບໍ່ເຫັນໃຜ ຊິມີຄວາມ ສາມາດ ຕື່ນຕົວວ່າ ເອີຍປີຫນ້າ ຊິເຂົ້າ AEC ລະໃດ ເບິ່ງ ກູຊິໄປຮຽນ ພາສາ ອັງກິດ ເພີ້ມກ່ອນ ຢ້ານຕົກງານ ຕົກຫຍັງ ກະບໍ່ເຫັນວ່າ ໃຜຊິມີ ຄວາມຕື່ນໂຕ ຈັ່ງຊັ້ນ ຫັ້ນນະ ມີແຕ່ຮູ້ວ່າ ປີ ເປັນ ເອອີຊີ ອີ່ຫຍັງ ຈັ່ງຊີ້".

ທ່ານກ່າວ ຕື່ມວ່າ ເຖິງແມ່ນວ່າ ການເຂົ້າຮ່ວມ ປະຊາຄົມ ເສຖກິດ ອາຊຽນ ຈະເຮັດໃຫ້ ຕລາດການ ບໍຣີໂພກ ແລະ ການ ບໍຣິການ ກວ້າງຂວາງ ຂຶ້ນກໍຕາມ, ແຕ່ມັນ ຈະເຮັດໃຫ້ ສປປ ລາວ ເສັຽປຽບ ຫຼາຍດ້ານ ເປັນຕົ້ນ ພາກເສຖກິດ ແລະ ການຄ້າ ທີ່ ພາກສ່ວນ ການຜລິດ ເພື່ອສົ່ງອອກ ຍັງບໍ່ໄດ້ ຮັບການສົ່ງເສີມ ຈາກ ພາກຣັດ ເທົ່າ ທີ່ຄວນ ຊຶ່ງເປັນ ການສະທ້ອນ ໃຫ້ເຫັນວ່າ ຜລິຕພັນ ຂອງລາວ ຈະບໍ່ສາມາດ ທຽບເທົ່າ ແລະ ແຂ່ງຂັນ ໃນຕລາດ ອາຊຽນ ໄດ້. ທ່ານກ່າວ ເພີ້ມວ່າ:

"ແມ່ນຢູ່ວ່າ ເວລາເຮົາ ຮວມຕົວ ກັນແລ້ວ ຊິເຮັດໃຫ້ ຖານະການຕລາດ ຫລືວ່າ ຂນາດ ຂອງຕລາດ ມັນກວ້າງຂຶ້ນ ຄວາມໝາຍວ່າ ຊິສາມາດ ສົ່ງສິນຄ້າ ອອກໄປໄດ້ ຫຼາຍຂຶ້ນ ກວ່າເກົ່າ ແຕ່ວ່າສິນຄ້າ ຂອງ ປະເທດເຮົາ ມັນທຽບໄດ້ ແລ້ວບໍ ກັບ ປະເທດເຂົາ ມັນແຂ່ງເຂົາ ໄດ້ແລ້ວບໍ ອັນນັ້ນ ແມ່ນຈຸດ ເສັຽປຽບ ຂອງເຮົາ".

ໃນທີ່ສຸດ ທ່ານເວົ້າວ່າ ຊາວຫນຸ່ມລາວ ເປັນ ອະນາຄົດ ຂອງຊາດ ຫນ້າເສັຽດາຍ ທີ່ ຣັຖບານລາວ ຍັງຂາດກົນໄກ ເຄື່ອງມື ໃນ ການຊຸກຍູ້ ແລະ ປຸກຣະດົມ ຊາວຫນຸ່ມ ໃຫ້ມີຄວາມ ກະຕືລືລົ້ນ ໃນການພັທນາ ວິຊາສະເພາະ ແລະ ສີມື ແຮງງານ ຂອງຕົນ ໃຫ້ສາມາດ ແຂ່ງກັບ ປະເທດ ອື່ນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.