ຊາວໜຸ່ມລາວຍິງຊາຍ ສມັກວຽກ ທາງຣົດໄຟ
2020.03.13
ຊາວໜຸ່ມລາວ ທັງຍິງແລະຊາຍຫລາຍກ່ວາ 1 ພັນຄົນສມັກເຮັດວຽກຢູ່ ບໍຣິສັດ ທາງຣົດໄຟລາວ-ຈີນ ຫລັງຈາກ ທີ່ມີການເປີດຮັບສມັກແຕ່ ວັນທີ 27 ກຸມພາ ແລະ ຈະປິດຮັບສມັກໃນວັນທີ 13 ມິນາ, ບໍຣິສັດຈະຮັບເອົາພະນັກງານໃນຄັ້ງນີ້ 300 ຄົນ ເພື່ອໄປຝຶກງານຢູ່ປະເທດຈີນ. ເຈົ້າໜ້າທີ່ບໍຣິສັດທາງຣົດໄຟ ລາວ-ຈີນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 13 ມີນາ ວ່າ:
"ອາທິດສຸດທ້າຍແລ້ວເນາະພັນປາຍຄົນ ແຕ່ຕ້ອງໄດ້ຄັດເລືອກເອົາແຕ່ 300 ຄົນ ເທົ່ານັ້ນ ຕ້ອງມີການປະຊຸມຄັດເລືອກເນາະ ຕ້ອງມີໜ່ວຍຄັດເລືອກຕ່າງຫາກ."
ເຈົ້າໜ້າທີ່ກ່າວຕື່ມວ່າ ຫລັງຈາກປິດຮັບສມັກແລ້ວ ບໍຣິສັດ ຈະເລືອກເອົາຜູ້ທີ່ມີຄຸນນະສົມບັດທີ່ເໝາສົມ ດ້ວຍການສຳພາດ ແລະ ສອບເສັງ ຫລັງຈາກນັ້ນ ບໍຣິສັດ ຈະມີການຫາລືກັນອີກເທື່ອນຶ່ງ ແລ້ວ ແຈ້ງໃຫ້ຜູ້ສມັກໄດ້ຮັບຮູ້. ຜູ້ສມັກ ຄົນນຶ່ງ ໄດ້ກ່າວວ່າ ລາວກຳລັງລໍຖ້າ ບໍຣິສັດເອີ້ນໄປເສັງ ແລະ ສຳພາດ:
"ໂຕນີ້ຍັງບໍ່ໄດ້ເຫັນເຂົາແຈ້ງເຂົ້າເທື່ອ ເຫັນຕອນເຂົາຮົບສມັກ 300 ຄົນເທົ່ານັ້ນ ໂຕເອງກະຊິໄປສຳພາດ ນີ້ກະຍັງບໍ່ຮູ້ເທື່ອ ສຳພາດໄດ້ກະດີໝັ້ນໃຈ ວ່າຊິໄດ້."
ລະຍະທຳອິດ ບໍຣິສັດ ຈະຄັດເລືອກເອົາ 300 ຄົນເພື່ອໄປຝຶກງານຢູ່ ຄຸນໝິງ ປະເທດຈີນເປັນເວລາ 13-18 ເດືອນ ແລະ ລະຍະຕໍ່ໄປ ບໍຣິສັດ ຈະຄັດເລືອກເອົາອີກ 300-400 ຄົນ ເພື່ອໄປຝຶກງານຄືເກົ່າ. ຫລັງຈາກນັ້ນ ບໍຣິສັດ ກໍຈະບັນຈຸ ເຂົ້າເປັນພະນັກງານ ເຮັດວຽກປະຈຳຢູ່ທາງຣົດໄຟ ແລະ ສະຖານນີແຕ່ລະແຫ່ງໃນລາວ ທີ່ຈະເປີດໃຊ້ບໍຣິການ ໃນທ້າຍປີ 2021 ເປັນຕົ້ນໄປ.