ຄົນງານລາວຕົກຄ້້າງຢູ່ເກາະ

ມະນີຈັນ
2016.11.04
F-worker ຄົນງານລາວ ທີ່ຕົກຄ້າງ ຢູ່ເກາະຕວນ ແລະ ອິກຫຼາຍໆເກາະ ໃນປະເທດ ອິນໂດເນເຊັຽ
RFA

ຄົນງານຈາກຫຼາຍປະເທດ ທີ່ຕົກເປັນເຫຍື່ອ ຂອງພວກ ຄ້າມະນຸດ ຢູ່ປະເທດ ອິນໂດເນເຊັຽ, ເວົ້າສະເພາະ ຢູ່ເກາະ ຕວນ ມີຄົນງານ ລາວ ຜູ້ນຶ່ງ ຄືທ້າວ ແຫລ້, ຄົນງານໄທ 30 ປາຍຄົນ ແລະ ຄົນພະມ້າອີກ 30 ປາຍຄົນ. ນອກນັ້ນ ຍັງມີຄົນງານລາວ ອີກຫຼາຍຄົນ ທີ່ເຄາະຮ້າຍ ຈາກພວກ ຄ້າມະນຸດ ຍັງຕົກຄ້າງ ຢູ່ເກາະ ຕ່າງໆ ຂອງ ອິນໂດເນເຊັຽ. ຕາມຄໍາເວົ້າຂອງ ທ້າວ ປະເສີດ ແສນກ້າ ຄົນງານໄທ ທີ່ຕົກເປັນ ເຫຍື່ອ ຂອງພວກ ຄ້າມະນຸດ ຈາກ ເຮືອປະມົງ ໄທ ທີ່ຍັງບໍ່ ສາມາດ ກັບຄືນບ້ານ ໄດ້ ຕໍ່ RFA ທາງໂທຣະສັບ ເມື່ອວັນທີ 3 ພຶສຈິກາ ນີ້: ສຽງ...

ທ້າວປະເສີດ ເວົ້າວ່າ ຄວາມຈິງແລ້ວ ຄົນງານລາວ, ໄທ, ພະມ້າ ແລະ ກັມພູຊາ ບໍ່ພຽງແຕ່ ມີຢູ່ເກາະ ຕວນ ເທົ່ານັ້ນ ແຕ່ຫາກມີຢູ່ ອີກ ຫຼາຍເກາະ ຂອງ ປະເທດ ອິນໂດເນເຊັຽ ເປັນຕົ້ນ ເກາະກູ, ເກາະ ເຄປະຊາ, ເກາະ ອໍາບົນ, ເກາະ ທະຍານໂດ້, ເກາະ ຕະລິມປາກີ ຊຶ່ງ ມີຫຼາຍຄົນ ທີ່ຢາກ ກັບຄືນບ້ານ ແຕ່ບໍສາມາດ ກັບໄດ້ ຍ້ອນເຮືອ ບາງລໍາ ທີ່ຄົນງານ ຕ່າງປະເທດ ເຮັດວຽກນໍາ ນັ້ນ ຖືກຈັບ ຍ້ອນ ເຮັດ ຜິດກົດໝາຍ, ບໍ່ມີໃບ ອະນຸຍາດ ພາຍຫລັງທີ່ ທາງການ ອິນໂດເນເຊັຽ ໄດ້ອອກ ກົດໝາຍ ປິດນ່ານນໍ້າ ຫ້າມຫາປາ ເມື່ອເດືອນ ພຶສພາ 2014.

ເຮັດໃຫ້ຄົນງານ ປະມົງ ຖືກປ່ອຍປະ ໄວ້ຕາມເກາະ ຕ່າງໆ ໂດຍ ທີ່ນາຍຈ້າງ ໄທ ບາງຄົນ ບໍ່ມາພາ ກັບບ້ານ, ເບື້ອງຕົ້ນ ນາຍຈ້າງໄທ ບາງຄົນ ກໍສົ່ງເງິນ ມາໃຫ້ ລູກຈ້າງ ຂອງຕົນ.

ແຕ່ພໍດົນໄປ ກໍບໍ່ສົ່ງ ໃຫ້ອີກ ເຮັດໃຫ້ພວກ ລູກຈ້າງ ພາກັນຊອກ ເອົາຕົວລອດ ແຕກກະຈັກ ກະຈາຍ ກັນໄປຢູ່ ຕາມ ເກາະຕ່າງໆ ເພື່ອຊອກຫາ ວຽກເຮັດ. ຈະກັບ ຄືນບ້ານ ກໍບໍ່ໄດ້ ເນື່ອງຈາກ ບໍ່ມີ ເອກກະສານ ບໍ່ມີບັດ ປະຈໍາຕົວ ເພາະ ຖືກນາຍຈ້າງ ຍຶດເອົາໄວ້ ກ່ອນລົງ ເຮືອປະມົງ ແລະ ຈໍານວນນຶ່ງ ກໍເຂົ້າ ປະເທດ ແບບ ຜິດກົດໝາຍ.

ທ້າວປະເສດ ເວົ້າວ່າ ຄົນງານ ທີ່ເຮັດວຽກ ໃນເຮືອ ປະມົງນັ້ນ ສະເລັຽແລ້ວ ປະມານ ຄົນລະ 3-4 ປີ. ສ່ວນຜູ້ທີ່ ຄ້າງຢູ່ເກາະ ນັ້ນ ສ່ວນຫຼາຍເຮັດວຽກ 10 ປີ ຂຶ້ນໄປ. ປັດຈຸບັນ ພວກເຂົາເຈົ້າ ມີຊີວິດ ລໍາບາກ ທີ່ສຸດ ຍ້ອນເປັນຄົນ ບໍ່ມີສັນຊາດ ຄືກັນກັບ ຄົນເຖື່ອນ ຊຶ່ງບາງຄົນ ກໍເສັຽຊີວິດ ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.