ຄົນງານລາວລັກກັບມາລາວ ເພີ່ມຂຶ້ນ

ຄົນງານລາວ ທີ່ເຮັດວຽກ ຢູ່ ໄທຍ ພາກັນລັກ ກັບຄືນມາ ປະເທດລາວ ຫຼາຍຂຶ້ນ ໂດຍບໍ່ໄດ້ຜ່ານ ການກວດເຊື້ອ ໂຄວິດ-19.

ຄົນງານລາວ ຈາກ ມາເລເຊັຽ ຕັ້ງໃຈພາກັນເດີນທາງເຂົ້າ ປະເທດໄທຍ ເພື່ອໃຫ້ທາງການໄທຍ ຈັບສົ່ງຕໍ່ເຂົ້າ ປະເທດລາວ ຍ້ອນວ່າ ລໍຖ້າໃຫ້ທາງການລາວ ຊ່ອຍເຫຼືອບໍ່ໄດ້ແລ້ວ ວຽກເຮັດງານທໍາກໍບໍ່ມີ. ພາບປະກອບ: ນັກຂ່າວພົລເມືອງ

ປັດຈຸບັນ ຢູ່ປະເທດໄທຍ ກໍາລັງເກີດການຣະບາດ ຂອງ ເຊື້ອພຍາດ ໂຄວິດ-19 ຫຼາຍ, ເຮັດໃຫ້ຄົນງານລາວ ທີ່ເຮັດວຽກຢູ່ໄທຍ, ເລີ່ມລັກເຂົ້າມາລາວ ເປັນຈໍານວນຫຼາຍ ໂດຍບໍ່ຜ່ານ ການກວດເຊື້ອພຍາດໂຄວິດ-19.

ເມື່ອອາທິດທີ່ຜ່ານມາ ກໍມີຄົນງານລາວ ທີ່ເຮັດວຽກຢູ່ໄທຍ, ລັກເຂົ້າມາລາວ ຜ່ານທາງແຂວງໄຊຍະບູຣີ ແລະ ເມືອງສັງທອງ ນະຄອນຫຼວງວຽງຈັນ, ອີງຕາມຄວາມເວົ້າຂອງເຈົ້າໜ້າທີ່ ແຮງງານ ແຂວງໄຊຍະບູຣີ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ມົກກະຣາ ນີ້:

“ຄວາມສ່ຽງສູງສຸດແຫຼະ ດຽວນີ້ນະ, ເຮົາຕິດຕາມທາງໄທຍ, ໄທຍກໍເຫັນວ່າ ມີການຣະບາດຢູ່ເດ້ເນາະ, ນັບທັງຄົນໄທຍແດ່, ນັບທັງ ຄົນງານຕ່າງດ້າວແດ່, ມັນກໍຫຼາຍນ່າ, ພວກທີ່ລັກ ລອບມານີ້ແຫຼະ ບໍ່ຜ່ານການກວດການີ້ແຫຼະ, ກໍໄດ້ຣະວັງກັນຢູ່ນີ້ ສ່ວນຫຼາຍ ມັນບໍ່ຢາກໄປຜ່ານດ່ານເນາະ ໜັງສືໝົດອາຍຸໄປຊັ້ນນ່າ, ບໍ່ຢາກໃຫ້ເຈົ້າໜ້າທີ່ ປັບຫຍັງເລີຍນ່າ.”

ເຈົ້າໜ້າທີ່ ເມືອງຊຽງຮ່ອນ ແຂວງໄຊຍະບູຣີ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວວ່າ ເມື່ອວັນທີ 6 ມົກກະຣາ ຜ່ານມານີ້ ເຈົ້າໜ້າທີ່ ລາດຕະເວນຕາມຊາຍແດນ ຈັບຄົນງານ ລາວ ທີ່ເຮັດວຽກຢູ່ແຂວງນ່ານ ປະເທດໄທຍ ໄດ້ຈໍານວນ 17 ຄົນ, ໂດຍພາກັນ ຍ່າງລີ້ເຂົ້າມາ ບໍ່ຜ່ານການກວດກາ ເຊື້ອພຍາດໂຄວິດ-19 ໃນນັ້ນ ເປັນຄົນເມືອງຊຽງຮ່ອນ 16 ຄົນ ແລະ ເມືອງໄຊສະຖານ 1 ຄົນ. ເຈົ້າໜ້າທີ່ ກໍໄດ້ນໍາໄປກັກບໍຣິເວນ ແລະກວດເຊື້ອໂຄວິດ-19 ແລ້ວ:

“ເມື່ອອາທິດທີ່ແລ້ວ ມີ 16 ຄົນ 17 ແມ່ນ ຢູ່ເມືອງອື່ນພຸ້ນ, ສ່ວນຫຼາຍ ກະບໍ່ພົບ ບໍ່ມີເອກສານຖືກຕ້ອງ, ມັນຈະມີຊາຍແດນເນາະ, ຈະບໍ່ແມ່ນທາງນໍ້າເນາະ, ທາງຍ່າງນີ້ແຫຼະ, ຍາມຊາຍແດນປ້ອງກັນຕລອດ, ລັກເຂົ້າມາ ຖືວ່າຮູ້ບ່ອນໃດ, ເຂົາເຈົ້າເຂົ້າມາ ກະກັກໂຕໄວ້.”

ເຈົ້າໜ້າທີ່ເມືອງໄຊສະຖານ ທ່ານນຶ່ງ ຜູ້ຂໍສງວນຊື່ແລະຕໍາແໜ່ງ ກ່າວວ່າ, ຫຼ້າສຸດ ເມື່ອວັນທີ 9 ມົກກະຣານີ້ ກໍມີຄົນງານລາວ ທີ່ ເຮັດວຽກຢູ່ໄທຍ ລັກເຂົ້າມາລາວ 11 ຄົນ ເຈົ້າໜ້າທີ່ ຕໍາຣວດ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ນໍາໂຕໄປກັກບໍຣິເວນ ຢູ່ສູນກັກກັນ ເພື່ອປ້ອງກັນໂຄວິດ-19 ແລ້ວ:

“ມື້ວານ ມື້ວັນກ່ອນນີ້ກໍມາ 11 ຄົນ, ພວກເຮົາເອົາມາກັກກັນ ຢູ່ສູນເມືຶອງແລ້ວ ເພາະວ່າເຂົາມາສົ່ງມື້ວານມື້ກ່ອນນີ້ນ່າ, ເຂົາລັກມາ ທາງຈັງຫວັດນ່ານ ອໍາເພີ ບໍ່ເກືອ ນີ້ນ່າ, ຄົບຕາມ ກໍານົດ ບໍ່ມີເຊື້ອເຮົາກະເອົາ ອອກແລ້ວ.”

ນອກຈາກນີ້ ໃນວັນທີ 8 ມົກກະຣາ ຜ່ານມາ ເຈົ້າໜ້າທີ່ ລາດຕະເວນຊາຍແດນ ເມືອງສັງທອງ ນະຄອນຫຼວງວຽງຈັນ ກໍຈັບຄົນງານ ລາວ, ທີ່ເຮັດວຽກຢູ່ປະເທດໄທຍ ທີ່ລັກຂ້າມນໍ້າຂອງ ມາ 13 ຄົນ ໃນນັ້ນເປັນແມ່ຍິງ 8 ຄົນ ແລະໄດ້ນໍາໄປກັກໂຕ ຢູ່ສູນກັກກັນ ຫຼັກ 27 ນະຄອນຫຼວງວຽງຈັນ ແລ້ວ.

ເຈົ້າໜ້າທີ່ສູນກັກກັນ ຫຼັກ 27 ນະຄອນຫຼວງວຽງຈັນ ກ່າວວ່າ ປັດຈຸບັນ ມີຄົນງານລາວ ທີ່ມາຈາກໄທຍ ທັງຖືກກົດໝາຍ ແລະ ບໍ່ຖືກ ກົດໝາຍ ເຂົ້າມາກັກໂຕຢູ່ສູນນີ້ ໂດຍມີອາຫານ ລ້ຽງທັງໝົດ 3 ຄາບ, ພວກເຂົາບໍ່ໄດ້ເສັຽຄ່າໃຊ້ຈ່າຍຫຍັງ:

“ພວກລັກລອບມາ ເພິ່ນຈັບໄດ້ ເພິ່ນກໍຕ້ອງເອົາມາກວດຄັກແນ່, ກໍຕ້ອງກວດຢູ່ແລ້ວ, ຕ້ອງມາກັກໂຕຢູ່ສູນເຮົານີ້ແຫຼະ, ແຕ່ເຮົາບໍ່ ຮູ້ໂຕຈິງ ວ່າຫຼາຍປານໃດ ບໍ່ໄດ້ເສັຍ ມີແຕ່ຣັຖບານ ລ້ຽງ.”

ເຈົ້າໜ້າທີ່ ກະຊວງແຮງງານ ແລະ ສວັດດີການສັງຄົມ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ມີຄົນງານລາວ ທີ່ຖືກກົດໝາຍ ມາຈາກປະເທດ ໄທຍ ປະມານ 147,000 ຄົນ ແຕ່ສໍາລັບຜູ້ທີ່ ບໍ່ຖືກກົດໝາຍ ບໍ່ສາມາດເກັບກໍາຈໍານວນໄດ້ ແລະຍັງບໍ່ຮູ້ຈໍານວນ ຄົນງານລາວ ທີ່ຢູ່ໃນໄທຍ ວ່າມີເທົ່າໃດ:

“ຮອບສອງ ເຂົາກະທະຍອຍມາຢູ່ໃດ໋, ເຂົ້າສູນກັກກັນ, ແຕ່ເຮົາຈະເກັບກໍາ ຜູ້ທີ່ຖືກກົດໝາຍຫັ່ນນ່າ, ດຽວນີ້ ກະປະມານ 1 ແສນ 47 ພັນຄົນ ດຽວນີ້ ກໍມີຫຼາຍເຫດຜົລເນາະ, ອັນທີ່ນຶ່ງ ແມ່ນເວົ້າເຣື່ອງ ເຂົາສິ້ນສຸດສັນຍາ ເຂົາກັບມາ ກະໂຮງງານເຂົາປິດ, ກະເລີກຈ້າງ ອິຫຍັງຫັ່ນນ່າ, ເຂົາກະມີຄວາມຢ້ານກົວ ການຣະບາດຂອງພຍາດແນ່.”

ອີງຕາມການຣາຍງານຫຼ້າສຸດ ຂອງກະຊວງແຮງງານ ຂອງໄທຍ ໃນເດືອນ ພືສຈິກາ ປີ 2020 ພົບວ່າ ມີແຮງງານ 4 ປະເທດ ຄື: ພະມ້າ, ລາວ, ກັມພູຊາ ແລະ ວຽດນາມ ໄດ້ຮັບ ອະນຸຍາດ ໃນການເຮັດວຽກ ຕາມບົດບັນທຶກ MOU ຈໍານວນ 815,845 ຄົນ, ແຕ່ທາງກະຊວງແຮງງານ ຂອງໄທຍ ບໍ່ໄດ້ຈໍາແນກແຮງງານ ແຕ່ລະປະເທດ ໃຫ້ຮູ້ວ່າ ມີຈໍານວນ ເທົ່າໃດ ຈຶ່ງຍັງບໍ່ສາມາດຮູ້ໄດ້ວ່າ ມີຄົນງານລາວ ຢູ່ປະເທດໄທຍ ຈໍານວນເທົ່າໃດ.

ປັດຈຸບັນ ເຈົ້າໜ້າທີ່ ລາດຕະເວນຕາມຊາຍແດນ ຣະຫວ່າງ ລາວ-ໄທຍ ກໍເຂັ້ມງວດ ໃນການກວດກາຄັກແນ່ ຖ້າພົບເຫັນຜູ້ລັກລອບ ຂ້າມໄປ-ມາ ກໍຈະດໍາເນີນການຕາມກົດໝາຍ ແລະຂັ້ນຕອນກວດກາ ໂຄວິດ-19 ທັນທີ.

ອີງຕາມການຣາຍງານຂ່າວ ຂອງສື່ທ້ອງຖິ່ນໃນລາວ ໃນມື້ວັນທີ 11 ມົກກະຣາ 2021 ຂອງເພສ ລວມຂ່າວລາວ ຣາຍງານວ່າ ຄະນະ ສະເພາະກິຈ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການຣະບາດ ຂອງພຍາດໂຄວິດ-19 ແຂວງຫຼວງພຣະບາງ ແຈ້ງໃຫ້ຊາບເຖິງ ສະພາບການຣະບາດ ຂອງພຍາດໂຄວິດ-19 ຢູ່ໃນໂລກ ກໍາລັງເປັນພັຍຄຸກຄາມ ແລະ ມີທ່າອ່ຽງເພີ່ມຂຶ້ນ ຢູ່ບາງປະເທດ ກໍມີການຣະບາດ ຮອບໃໝ່.

ພ້ອມກັນນັ້ນ ກໍຍັງພົບເຫັນມີຜູ້ລັກລອບ ມາຈາກປະເທດ ທີ່ມີການຣະບາດ ຂອງພຍາດນີ້ ເຂົ້າລາວຢ່າງຕໍ່ເນື່ອງ ຊຶ່ງມີຄວາມສ່ຽງ ທີ່ຈະນໍາ ເອົາເຊື້ອພຍາດມາຣະບາດຢູ່ລາວ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ປະຊາຊົນ ພາຍໃນແຂວງຫຼວງພະບາງ ຕ້ອງເພີ່ມສະຕິ ຣະວັງຕົວໃຫ້ຫຼາຍຂຶ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org