ຄົນງານລາວໄປຂຶ້ນທະບຽນ ຢູ່ໄທ
ຄົນລາວ 2 ພັນ ກວ່າຄົນ ຂ້າມໄປ ຂຶ້ນທະບຽນ ແຮງງານ ຕ່າງດ້າວ ຢູ່ ແຂວງອຸບົນ ປະເທສໄທ.
-
ຈໍາປາທອງ
2014-08-06 -
-
-
Your browser doesn’t support HTML5 audio
ອົງການ ຈັດຫາງານ ໃນແຂວງ ອຸບົນ ຂອງໄທ ເລັ່ງການ ຈົດທະບຽນ ແຮງງານ ຕ່າງດ້າວ ຊຶ່ງ ມີຄົນງານ ຕ່າງດ້າວ ໄດ້ໄປແຈ້ງ ຂຶ້ນ ທະບຽນ ໄວ້ແລ້ວ 2,500 ກວ່າຄົນ. ໃນນັ້ນ ມີຄົນລາວ 2,200 ກວ່າຄົນ ພະມ້າ 197 ຄົນ ແລະ ກໍາພູຊາ 86 ຄົນ ຄາດວ່າ ການຂຶ້ນ ທະບຽນ ນັ້ນ ຈະສໍາເຮັດ ໃນທ້າຍເດືອນ ສິງຫາ ນິີ້. ຕາມຣາຍງານ ຂອງ ຜູ້ຈັດການ ອອນລາຍ ໃນວັນທີ 5 ສິງຫາ.
ທ່ານ ສຸພົດ ບຸນຈະເຣີນ ເຈົ້າໜ້າທີ່ ຈັດຫາງານ ແຂວງອຸບົນ ເປີດເຜີຍ ເຖິງການຕັ້ງ ສູນ ບໍຣິການ ຈົດທະບຽນ ແຮງງານ ຕ່າງດ້າວ ແບບ ແລ້ວບ່ອນດຽວ ນັ້ນວ່າ ມີນາຍຈ້າງ ແລະ ຄົນງານ ຕ່າງດ້າວ ແຈ້ງ ຈຸດປະສົງ ຂໍຂຶ້ນ ທະບຽນ ແຮງງານ ຕ່າງດ້າວ ແລ້ວ ໃນຈໍານວນ ທີ່ ວ່ານັ້ນ.
ການຮັບ ຂຶ້ນທະບຽນ ມີ 9 ຂັ້ນຕອນ ຮວມທັງ ການຖ່າຍຮູບ ບັນທຶກປວັດ ກວດສຸຂພາບ ຖ້າຄົນງານ ຜູ້ໃດມີ ເອກກະສານ ຄົບຖ້ວນ ກໍ ຈະຂຶ້ນ ທະບຽນ ໃຫ້ແລ້ວ ພາຍໃນ ວັນດຽວ ແລະ ຈະໄດ້ ບັດ ປະຈໍາຕົວ ໄປພ້ອມ. ຍ້ອນ ກໍາລັງຄົນ ແລະ ອຸປກອນ ຂອງ ເຈົ້າໜ້າທີ່ ໄທ ມີຈໍາກັດ ຈຶ່ງ ຮັບຄົນງານ ຕ່າງດ້າວ ທີ່ ມາຂຶ້ນ ທະບຽນ ໄດ້ພຽງ ວັນລະ 150 ຄົນ ຫາ 200 ຄົນ ເທົ່ານັ້ນ.
ຢ່າງໃດກໍຕາມ ການຂຶ້ນ ທະບຽນ ແຮງງານ ຕ່າງດ້າວ ທາງການ ແຂວງອຸບົນ ກໍວ່າຈະເລັ່ງ ໃຫ້ແລ້ວ ບໍ່ກາຍ ວັນທີ 31 ສິງຫາ 2014 ໂດຍຈະເປີດ ຮັບທຸກວັນ ບໍ່ມີວັນ ຢຸດ ວັນເສົາ ແລະ ວັນອາທິດ ກໍເປີດຮັບ.