ທາງການຊ່ອຍຄົນງານລາວ ປະກອບ ເອກສານ

ໄມຊູລີ
2017.08.30
f-workers ຊາວລາວທີ່ໄປ ຂໍໜັງສືຜ່ານແດນ ທີ່ກະຊວງການຕ່າງປະເທດ ຢູ່ນະຄອນຫຼວງວຽງຈັນ
RFA/PN

ເຈົ້າໜ້າທີ່ຣະດັບສູງ ຜແນກພັທນາສີມືແຮງງານ ກະຊວງແຮງງານ ແລະສວັດດິການສັງຄົມ ເວົ້າວ່າ ປັຈຈຸບັນ ທາງການລາວ ກໍາລັງເລັ່ງ ຫາວິທີ ແກ້ໄຂບັນຫາ ແຮງງານລາວ ທີ່ເຂົ້າໄປເຮັດວຽກ ບໍ່ຖືກຕ້ອງ ຕາມກົດໝາຍ ຢູ່ໄທ ແລະເລັ່ງຫາທາງ ຊ່ອຍເຫລືອ ເພື່ອອອກໃບ ອະນຸຍາດ ໃຫ້ແກ່ເຂົາເຈົ້າ ຫລັງຈາກຮັຖບານໄທ ອອກກົດໝາຍ ແກ້ໄຂບັນຫາແຮງງານ ທີ່ບໍ່ຖືກຕ້ອງຕາມກົດໝາຍ ຊຶ່ງມີແຮງງານລາວ ບາງສ່ວນ ໄດ້ກັບເຂົ້າມາເຮັດ ໃບອະນຸຍາດ ເຮັດວຽກໃນລາວ ໂດຍຜ່ານບໍຣິສັດ ຈັດຫາງານທີ່ທາງ ກະຊວງກໍານົດໄວ້. ທ່ານກ່າວວ່າ:

”ກໍມີແຮງງານຈໍານວນນຶ່ງ ເພິ່ນເຂົ້າມາຫັ້ນ ໃຫ້ຖືກຕ້ອງຕາມຣະບົບ MOU ຫັ້ນ ບໍຣິສັດ ຈັດຫາງານ ຈະເປັນຜູ້ ດໍາເນີນການຈັດສົ່ງ ແຕ່ວ່າ ມາຜ່ານ ກະຊວງພວກເຮົາ ທາງເຮົາ ກໍຊ່ວຍກະກຽມ ຢູ່ວ່າ ຊິຊ່ວຍເຂົາເຈົ້າແນວໃດ ເພື່ອໃຫ້ເຂົາເຈົ້າ ດໍາເນີນເອກສານ ໄດ້ໄວຕາມກໍານົດ ທີ່ວ່າຣັຖບານໄທ ເພິ່ນກໍານົດໄວ້ນັ້ນ ເຮົາຫາກໍເປິດ ປະຊຸມກັນ ມື້ວານນີ້ ເຮົາກໍາລັງ ຫາວິທີ ຊ່ວຍເຂົາເຈົ້າຢູ່".

ເມື່ອວັນທີ 28 ສິງຫາ 2017 ຜ່ານມາ ທາງການລາວ ໄດ້ເປິດສູນ ປັບສະຖານະພາບ ແຮງງານລາວໃນໄທ ຂຶ້ນຢ່າງເປັນທາງການ ເພື່ອ ຊ່ວຍເຫລືອ ຄົນງານ ທີ່ຖືບັດສີບົວ ກວ່າ 71 ພັນຄົນ ເພື່ອຕໍ່ Visa ແລະໃບອະນຸຍາດ ເຮັດວຽກໃນໄທ ໄປອີກ 2 ປີ ແລະ ວ່າຕອນນີ້ ທາງການລາວ ໄດ້ເປິດສູນ ປັບສະຖານະພາບ ຄົນງານລາວຕໍ່ໄປ ກໍມີແຜນຈະເປິດ ສູນຊ່ວຍເຫລືອຄົນງານລາວ ທີ່ເຮັດວຽກຢູ່ໄທ ແຕ່ຍັງຢູ່ ໃນຂັ້ນຕອນ ປຶກສາຫາລື ກັນຢູ່:

“ເພາະວ່າ ປັຈຈຸບັນພວກເຮົາກໍາລັງ ປຶກສາຫາລືກັນຢູ່ ແຜນນັ້ນ ໝາຍເຖິງ ພວກທີ່ເຂົາເຈົ້າ Matching ກັບ (Employer) ແມ່ນວ່າຕົວນີ້ ພວກເຮົາກໍາລັງ ປະຊຸມ ປຶກສາຫາລື ກັນຢູ່ ຫາວິທີ ແກ້ໄຂຢູ່ ພວກເຮົາ ຍັງບໍ່ທັນ ໄດ້ຕົກລົງເອກພາບ ກັນເທື່ອ”

ສູນຊ່ວຍເຫຼືອແຮງງານລາວນີ້ ຈະເປັນສູນຊ່ວຍເຫຼືອຄົນລາວ ທີ່ເຂົ້າມາເຮັດວຽກໃນໄທ ຊຶ່ງປັຈຈຸບັນ ມີຢູ່ເກືອບແສນຄົນ ທັງຖືກກົດໝາຍ ແລະ ບໍ່ຖືກກົດໝາຍ ຊຶ່ງປັຈຈຸບັນ ທາງ ຣັຖບານໄທ ກໍາລັງພັກດັນ ໃຫ້ແຮງງານ ທີ່ຍັງຢູ່ ນອກຣະບົບ ກັບໄປເຮັດ Visa ແລະໃບອະນຸ ຍາດ ເຮັດວຽກໃໝ່ ຕາມຣະບົບແບບ  E-work permit ຕາມກົດໝາຍ ແຮງງານ ສະບັບໃໝ່ ຂອງໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.