ເຈົ້າຫນ້າທີ່ ແຂວງຈຳປາສັກ ທ່ານນຶ່ງກ່າວ ວ່າງຫລັງໆມານີ້ວ່າ ໃນ ປັດຈຸບັນ ມີແຮງງານລາວ ຈາກແຂວງຈຳປາສັກ ໄປເຮັດວຽກແບບ ບໍ່ມີອະນຸຍາດໃນໄທ ກວ່າ 20 ພັນຄົນ ກຸ່ມດັ່ງກ່າວບອກວ່າ ການລັກ ໄປເຮັດວຽກໃນໄທ ເຖິງແມ່ນວ່າຈະ ມີຄວາມສ່ຽງ ຈາກກຸ່ມຄ້າມະນຸດ ແຕ່ຊິວິດການເປັນຢູ່ ກໍຍັງດີກວ່າ ເຮັດວຽກໃນລາວ. ຢູ່ ສປປລາວ ນອກຈາກຈະຖືກ ກົດຂີ່ຈາກນາຍຈ້າງແລ້ວ ກໍຍັງບໍ່ໄດ້ຮັບສວັດດີການ ທາງ ສັງຄົມ ນຳອີກ. ດ້ວຍສະພາບການດັ່ງກ່າວ ຮ່ວມກັບຄ່າຄອງ ຊີບແພງໃນລາວ ຈື່ງເຮັດໃຫ້ແຮງງານລາວຍອມສ່ຽງ ລັກລອບເຂົ້າໄປ ເຮັດວຽກໃນໄທ ແບບຜິດກົດຫມາຍ ຫລາຍຂື້ນ. ທ່ານກ່າວວ່າ:
"ແຮງງານທີ່ເຂົາຕ້ອງໄປເຮັດວຽກຢູ່ພູ້ນ ກໍເພື່ອລ້ຽງຕົນເອງນີ້ແລ້ວ ຄວາມຈິງແລ້ວ ຕາມຂໍ້ມູນ ຂອງ ແຂວງຈຳປາສັກ ຜ່ານມານີ້ມີ 20 ພັນກວ່າຄົນ ຕ້ອງໄປ ອອກແຮງງານ ຢູ່ຕ່າງປະເທດ ອັນນີ້ແມ່ນ ກຳລັງແຮງງານ ຂອງປະເທດຊາດ ຂອງເຮົາ ຫນີຈາກປະເທດເຮົາ ໂດຍອັຕຕະໂນມັດ ຍ້ອນວ່າການ ຫາກີນ ບໍ່ກຸ້ມຕົນເອງ".
ອີງຕາມຂໍ້ມູນ ຈາກຜແນກແຮງງານ ແລະສວັດດີການທີ່ແຂວງຈຳປາສັກ ໃນປີ 2013 ມີແຮງງານ ຈາກ ແຂວງຈຳປາສັກ ພຽງແຕ່ 274 ຄົນ ເທົ່ານັ້ນທີ່ເຮັດວຽກ ແບບຖືກຕ້ອງຕາມກົດຫມາຍ ໃນໄທ ສ່ວນເຫລືອ ແມ່ນຜິດກົດຫມາຍ. ໃນຂນະດຽວກັນ ທີ່ແຂວງຈຳປາສັກ ກໍມີແຮງງານ ຈາກວຽດນາມ ເຂົ້າມາ ກວ່າ 37 ພັນຄົນ ໃນຈຳນວນດັ່ງກ່າວ ມີພຽງແຕ່ 248 ຄົນເທົ່ານັ້ນ ທີ່ຂໍອະນຸຍາດ ເຮັດວຽກແບບຖືກຕ້ອງ.