ຄ່າທໍານຽມໄປເຮັດວຽກຢູ່ໄທ ແພງ

ອຸ່ນແກ້ວ ສຸກສະຫວັນ
2015.03.19
f-image ຄ່າທໍານຽມໄປເຮັດວຽກຢູ່ໄທ ມີສຽງຈົ່ມວ່າ ແພງເກີນໄປ
RFA

ປັດຈຸບັນ ຄ່າ ທໍານຽມ ທີ່ ຄົນງານ ລາວ ຕ້ອງຈ່າຍ ໃຫ້ ນາຍໜ້າ ຈັດຫາ ງານ ເອກກະຊົນ ເພື່ອໃຊ້ ໃນການ ເດີນທາງ ໄປ ເຮັດ ວຽກ ຢູ່ ປະເທດ ໄທ ນັ້ນ ປະມານ 2 ຫາ 4 ລ້ານ ກີບ ຊຶ່ງ ຖືວ່າ ສູງຫລາຍ ຖ້າ ທຽບໃສ່ ຄ່າ ແຮງງານ ຂັ້ນຕໍ່າ ທີ່ ພວກ ເຂົາເຈົ້າ ຈະໄດ້ຮັບ ໃນ ແຕ່ລະ ເດືອນ, ເຮັດໃຫ້ ຄົນງານ ລາວ ຫລາຍຄົນ ຕ້ອງ ເປັນໜີ້ ເພື່ອ ໄປເຮັດວຽກ ຢູ່ໄທ ແຕ່ ໄປແລ້ວ ກໍ ບໍ່ສາມາດ ຫາເງິນ ມາ ຈ່າຍ ຄືນໄດ້. ຈົນເຮັດໃຫ້ ຄົນງານ ຫລາຍຄົນ ຫລົບ ໜີ ຂາດການ ຕິດຕໍ່ ບໍ່ກ້າ ກັບ ປະເທດ ລາວ. ດັ່ງ ເຈົ້າໜ້າທີ່ ກ່ຽວຂ້ອງ ທ່ານນຶ່ງ ກ່າວວ່າ:

"ກ່ຽວກັບ ຄ່າ ໃຊ້ຈ່າຍ ເຢີນະ ຣະດັບ ໝື່ນບາດ ຜູ້ໃຊ້ ແຮງງານ ກໍບໍ່ມີ ຄວາມ ສາມາດ ທີ່ ຈະຈ່າຍໄດ້ ທາງ ບໍຣິສັດ ເປັນ ຜູ້ຈັດຫາ ໃຫ້ໝົດ ບາງຄົນ ກໍຊອກ ໃຊ້ໜີ້ ໃຊ້ສິນ ເພີ່ນຄືນ ບາງຄົນ ກໍຊອກ ໃຊ້ ບໍ່ໄດ້ ກໍໜີ ປະ ກໍມີ".

ຄົນງານ ລາວ ສ່ວນຫລາຍ ບໍ່ຢາກ ຈ່າຍ ແລະ ບໍ່ຢາກ ເສັຽ ເວລາ ເຮັດ ເອກສານ ທີ່ມີ ຫລາຍ ຂັ້ນຕອນ ຈຶ່ງເລືອກ ທີ່ຈະໄປ ເຮັດວຽກ ຢູ່ ປະເທດ ໄທ ແບບບໍ່ມີ ໃບ ອະນຸຍາດ ແລະ ຊອກຫາ ວຽກງານ ເອົາເອງ ແລະ ບາງຄົນ ກໍຖືກໂກງ ຄ່າ ແຮງງານ ຫລື ບາງພວກ ກໍຖືກ ບັງຄັບ ໃຫ້ຂາຍ ບໍຣິການ ແລະ ກາຍ ເປັນເຫຍື່ອ ຂອງ ພວກ ຄ້າມະນຸດ.

ກົມ ແຮງງງານ ໄທ ເປີດເຜີຍ ວ່າ ໃນທ້າຍ ປີ 2014 ມີ ແຮງງານ ລາວ ມາຂໍ ໃບ ອະນຸຍາດ ແລະ ພິສູດ ສັນຊາດ ປະມານ 30 ພັນ ຄົນ ແຕ່ ທາງການ ໄທ ປະເມີນ ວ່າ ຈໍານວນ ຄົນງານ ລາວ ທີ່ ເຮັດວຽກ ຢູ່ ໄທ ປະມານ 2 ແສນ ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.