ຊາວລາວສືບຕໍ່ໄປໄທ ເພື່ອ ຊອກວຽກ
2019.08.26
ຊາວລາວ ຍັງຫລັ່ງໄຫລ ຂ້າມໄປເຮັດວຽກ ຢູ່ໄທຢ່າງຕໍ່ເນື່ອງ ເຖິງຈະມີຄວາມສ່ຽງ ຕໍ່ການຕົກເປັນເຫຍື່ອ ຂອງການຄ້າມະນຸດ ການກົດຂີ່ ຂົ່ມເຫັງ ຈາກນາຍຈ້າງ ແລະບັນຫາຄວາມໂຫດຮ້າຍອື່ນໆ ທີ່ຈະຕາມມາກໍຕາມ ຊຶ່ງສາເຫດກໍຍ້ອນຄວາມທຸກຍາກ ແລະຢູ່ລາວ ບໍ່ມີວຽກ ເຮັດງານທຳ ໂດຍສະເພາະ ຢູ່ເຂດຊົນນະບົດ.
ໃນຂນະທີ່ນາຍໜ້າຄົນລາວເອງ ຮວມເຖິງນາຍໜ້າຄົນໄທ ກໍຄອຍຖ້າສວຍໂອກາດ ຈາກຄວາມທຸກຍາກ ແລະຄວາມຕ້ອງການເງິນ ຂອງ ປະຊາຊົນລາວ ດ້ວຍການຕົວະຍົວະ ໄປເຮັດວຽກຢູ່ປະເທດໄທ. ບາງຄົນທີ່ໄປນັ້ນ ຮຽນບໍ່ທັນຈົບຊັ້ນມັທຍົມ ພໍ່ແມ່ ກໍຢາກໃຫ້ອອກໄປຫາເງິນ ແລ້ວ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ກົມຄຸ້ມຄອງ ແຮງງານ ແລະ ສວັດດິການສັງຄົມ ຂອງລາວ ຕໍ່ RFA ໃນມື້ວັນທີ 21 ສິງຫາ ນີ້:
"ໄປແລ້ວ ໄປແລ້ວໄປເຮັດນໍາ ຮ້ານອາຫານໄປເຮັດພວກ ກັມມະກອນນີ້ນະ 15, 16, 17, ນີ້ໄປແລ້ວແຫລະ ຝັ່ງໄທນີ້ ທີ່ຖືກຕົວະກໍມີ ໄປດ້ວຍຄວາມສມັກໃຈ ແຫລະສ່ວນຫລາຍນະ ເຂົາຈະໄປເອງ ຊອກຫາເງິນຊ່ວຍຄອບຄົວ ສິນະເຂົາກໍບໍ່ໄດ້ວ່າຈະໄປ ເຮັດວຽກເຮັດງານ ເຂົາກໍວ່າເອີ ຈະໄປຫລີ້ນໄປທ່ຽວ ເຂົາກໍໄປເຮັດວຽກ ມັນກໍ ເຮົາກໍຫ້າມເຂົາບໍ່ໄດ້ນໍ໊."
ໜັງສືພິມວຽງຈັນໃໝ່ ຂອງທາງການລາວ ຣາຍງານໃນມື້ວັນທີ 11 ມິຖຸນາທີ່ຜ່ານມານີ້ວ່າ ຈໍານວນຄົນງານລາວ ທີ່ເຮັດວຽກຢູ່ປະເທດໄທ ໃນເດືອນ ເມສາ 2019 ມີ 278 ພັນ 485 ຄົນ. ແລະທ່ານເວົ້າວ່າ ກະຊວງແຮງງານ ຣາຍງານເມື່ອຕົ້ນປີ 2019 ນີ້ວ່າຄົນງານລາວ ໃນໄທທີ່ເຮັດວຽກແບບ ບໍ່ຖືກກົດໝາຍ ແລະບໍ່ຍອມມາຂຶ້ນທະບຽນ ແຮງງານໃຫ້ຖືກຕ້ອງມີ 30 ພັນ ປາຍຄົນ. ແຕ່ຫລາຍຄົນເວົ້າວ່າ ໃນຄວາມເປັນຈິງແມ່ນມີຫລາຍ ກວ່ານັ້ນ ຕັ້ງຫລາຍເທົ່າ.
ຄົນກຸ່ມດັ່ງກ່າວຈະມີອາຍຸຣະຫວ່າງ 15 ຫາ 45 ປີ ແຕ່ສ່ວນໃຫຍ່ແລ້ວ ຈະເປັນຊາວໜຸ່ມອາຍຸ ຣະຫວ່າງ 18 ຫາ 25 ປີ. ພວກເຂົາຈະເຮັດ ແພສພັອດ ຫລືໜັງ ສືເດີນທາງ ຂ້າມໄປໄທແບບ ນັກທ່ອງທ່ຽວ ຈາກນັ້ນກໍຈະໄປຊອກວຽກເຮັດງານ ທໍາແບບບໍ່ຜ່ານ ຂັ້ນຕອນ MOU ຫລື ບັນທຶກຄວາມເຂົ້າໃຈກັນ. ຄົນກຸ່ມນີ້ມີທັງໄປເຮັດວຽກ ຕາມຄໍາຊັກຊວນ ຂອງໝູ່ ຫລື ຍາດພີ່ນ້ອງທີ່ເຮັດຢູ່ໄທ ກ່ອນແລ້ວ ຫລືບໍ່ກໍໄປຍ້ອນ ຄໍາຊັກຊວນ ຂອງນາຍໜ້າທີ່ໄປຕົວະຍົວະ ຊຶ່ງກໍມີທັງ ຄົນລາວແລະຄົນໄທ ສ່ວນຜູ້ໄປຊອກ ວຽກເອງກໍມີຢູ່ ແຕ່ຈໍານວນໜ້ອຍ.
ທ່ານບອກອີກວ່າ ຕໍ່ບັນຫາດັ່ງກ່າວ ທາງພາກສ່ວນກ່ຽວຂ້ອງ ຂອງທາງການລາວ ກໍຢາກແກ້ໄຂ. ເຖິງຈະມີການໂຄສະນາ ໃນທົ່ວປະເທດ ທັງທາງໂທຣະທັດ ແລະສື່ຕ່າງໆ ເຖິງພັຍອັນຕຣາຍ ຈາກການໄປແບບບໍ່ຖືກກົດໝາຍ ນັ້ນແລ້ວກໍຕາມ ແຕ່ປະຊາຊົນ ຈໍານວນນຶ່ງ ກໍຍັງ ບໍ່ປະຕິບັດຕາມ, ບໍ່ຮັບຟັງຂ່າວສານ ນັ້ນແລະ ບໍ່ຢ້ານກົວບັນຫາ ທີ່ຈະຕາມມາ.
ທ່ານ ພອນພິຣົມ ຍຸດທະບູນ ເຈົ້າໜ້າທີ່ກວດກາ ການເຂົ້າອອກແຮງງານ ປະຈໍາດ່ານສາກົລ ຊ່ອງເມັກ-ວັງເຕົ່າ ແຂວງອຸບົນຂອງໄທ ຕິດກັບຊາຍແດນ ແຂວງຈໍາປາສັກ ຂອງລາວກ່າວຕໍ່ RFA ໃນມື້ດຽວກັນວ່າບັນຫາ ການລັກລອບ ເຂົ້າເມືອງ ຫລຸດລົງ ຈາກແຕ່ກ່ອນ ແຕ່ກໍຍັງພົບເຫັນຢູ່ເລື້ອຍໆ
"ບັນຫາການເຂົ້າເມືອງ ໂດຍຜິດກົດໝາຍຈະເປັນການ ລັກລອບມາຂາຍແຮງງານ. ປັດຈຸບັນການຂ້າມໄປຂ້າມມາ ມັນກໍຍັງມີການລັກລອບ ຂ້າມມາເພື່ອ ຂາຍແຮງງານ ແລ້ວຖືກຈັບໄດ້ປະຈໍາ. ສ່ວນໃຫຍ່ທີ່ເຫັນ ກໍຄືລັກລອບ ມາຂາຍແຮງງານ ເສັດແລ້ວ ກໍກັບໄປ ບາງທີກໍບໍ່ໄດ້ ຜ່ານດ່ານ ຜ່ານຫຍັງມາ."
ທ່ານບອກອີກວ່າຄົນງານລາວ ທີ່ລັກລອບຂ້າມມາເຮັດວຽກຢູ່ໄທ ຖືວ່າຫລຸດລົງຈາກ ປີ 2015-2016 ຫລາຍພໍສົມຄວນ. ສໍາລັບຜູ້ທີ່ລັກ ຂ້າມນໍ້າຂອງ ມາໄທແບບບໍ່ມີ ເອກສານຫຍັງເລີຍ ແລະບໍ່ຜ່ານດ່ານນັ້ນ ຜ່ານມາທາງການໄທ ຈັບໄດ້ ສະເລັ່ຽແລ້ວ 2 ມື້ພົບເທື່ອນຶ່ງ ແລະໃນແຕ່ລະເທື່ອ ກໍຈັບໄດ້ຢ່າງໜ້ອຍ 5 ຫາ 10 ຄົນ ແຕ່ມາຮອດປັດຈຸບັນ ກໍບໍ່ຄ່ອຍພົບເຫັນແລ້ວ, ພົບເຫັນແຕ່ເດືອນລະ 1 ຄັ້ງ ຄັ້ງລະ 2-3 ຄົນ.
ນອກຈາກລັກລອບຂ້າມມາ ເຮັດວຽກ ດ້ວຍຄວາມສມັກໃຈແລ້ວ ກໍມີຄົນ ຈໍານວນນຶ່ງຖືກນາຍໜ້າຄົນລາວເອງ ຕົວະຍົວະຊາວໜຸ່ມທີ່ຕ້ອງ ການມີຣາຍໄດ້ ເພື່ອສົ່ງເງິນກັບບ້ານ ໃຫ້ຄອບຄົວ, ດັ່ງນາງ ຜິ່ນ ຄົນງານລາວຈາກ ນະຄອນປາກເຊ ທີ່ເຄີຍຖືກ ນາຍໜ້າຕົວະມາໄທ ແລະເຈົ້າໜ້າທີ່ໄທ ຊ່ອຍເຫລືອໄວ້ໄດ້ເມື່ອທ້າຍປີ 2018 ເວົ້າເຖິງວິທີການທີ່ ນາຍໜ້າລາວ ເຮັດກັບນາງ.
"ນາຍໜ້າເຂົາບອກວ່າໄປເຮັດງານບໍ່ ທີ່ກຸງເທບບໍ່ ມີໂຮງງານ ເຮົາກໍເລີຍມາ ຕອນຈະຂ້າມມາເຂົາຖ່າຍບັດ ສັມໂນຄົວ ແລ້ວເຮົາກໍຈ່າຍ ເປັນເງິນໄທ 1 ພັນບາດ."
ນາງເວົ້າວ່ານາຍໜ້າລາວ ຈະມາຊອກຫາໜຸ່ມສາວ ຢູ່ເຂດຊົນນະບົດ ທີ່ຕ້ອງການຣາຍໄດ້ ຈາກນັ້ນກໍຊັກຊວນ ໄປເຮັດວຽກ ຢູ່ໄທ, ບອກ ວ່າມີວຽກໃຫ້ເຮັດ. ເມື່ອເຫຍື່ອຕອບຕົກລົງ ນາຍໜ້າກໍຈະຂໍເກັບເງິນ 1 ພັນບາດ ເພື່ອໄປເຮັດແພສພັອດ ຈາກນັ້ນ ກໍພາຂ້າມໄປໄທ ສົ່ງໃຫ້ກັບນາຍໜ້າຄົນໄທ ເພື່ອໃຫ້ພາໄປສົ່ງຕໍ່ ຢູ່ສະຖານບໍຣິການທາງເພດ, ຮ້ານອາຫານ ຫລືບ່ອນຕ່າງໆ ທີ່ຕ້ອງການຄົນງານ. ຕໍ່ມາ ນາຍໜ້າ ຈະເກັບເງິນລ່ວງໜ້າ ຈາກນາຍຈ້າງປະມານ 8 ພັນຫາ 15 ພັນບາດ ຄ່າຕົວຄົນງານ 1 ຄົນ ທີ່ພາມາສົ່ງໃຫ້ ແລ້ວນາຍຈ້າງ ກໍຈະຫັກເງິນຈໍານວນນີ້ ຈາກ ຄົນງານໃນແຕ່ລະເດືອນໄປຈົນຄົບ.
ກ່ຽວກັບການເຂົ້າມາເຮັດວຽກ ຢູ່ໄທແບບຜິດກົດໝາຍນັ້ນ ທ່ານ ສມັກ ທັບທານີ ຫົວໜ້າຜແນກຕ້ານ ການຄ້າມະນຸດ ມູນນິທິເຄືອຂ່າຍ ສົ່ງເສີມ ຄຸນນະພາບ ຊີວິດແຮງງານຫລື LPN ຂອງໄທ ກໍເວົ້າວ່າປັດຈຸບັນ ຄົນງານລາວ ທີ່ເຮັດວຽກຢູ່ໄທແບບຜິດ ກົດໝາຍຍັງມີຫຼາຍ ຢູ່ແລະຄົນກຸ່ມນີ້ ກໍຍາກໃນການປ້ອງກັນ ຂອງອົງການ ສາກົນໄທ ຮວມເຖິງທາງການໄທ ແລະລາວນໍາຍ້ອນພວກເຂົາໃຊ້ວິທີການອາໃສ ຊ່ອງຫວ່າງ ທາງກົດໝາຍສາກົລ ເຮັດໃຫ້ຢູ່ໄທໂດຍບໍ່ຕ້ອງ ກັບໄປລາວ ນົນນານຂຶ້ນ
"ໂດຍສະເພາະພີ່ນ້ອງແຮງງານ ສັນຊາດລາວ ກໍເດີນທາງ ເຂົ້າມາໂດຍອາດຈະເປັນ border pass ໜັງສືຜ່ານແດນຊົ່ວຄາວ ຫລືອາດ ຈະເປັນໜັງສືເດີນທາງ ທີ່ເຮັດຖືກຕ້ອງ ລັກສນະຂອງການທ່ອງທ່ຽວ ຂ້າມມານີ້ກໍຈະມີການມາລັກລອບ ໂດຍທີ່ບໍ່ໄດ້ ຂໍອະນຸຍາດເຮັດວຽກ ກໍຈະມີການພາກັນໄປເຂົ້າອອກ ຂອງຊາຍແດນ ແຕ່ລະແຂວງ ທີ່ຕິດຕໍ່ກັບປະເທດໄທ ເພື່ອອກໄປກ່ອນແລ້ວ ເຂົ້າມາອີກເທື່ອນຶ່ງເພື່ອທີ່ ຈະໃຫ້ຢູ່ໄດ້ຕໍ່ອີກ 1 ເດືອນ 3 ເດືອນ ໄອ້ໂຕນີ້ກໍາລັງ ເປັນບັນຫາ."
ທ່ານອະທິບາຍວ່າແຕ່ກ່ອນ ທາງການ ໄທແລະລາວ ຈະສາມາດຈັບຕົວຄົນງານ ທີ່ເຂົ້າມາໄທແບບຜິດກົດໝາຍ ໄດ້ຕາມດ່ານຊາຍແດນ ໂດຍສະເພາະ ໃນເວລາທີ່ຄົນງານລາວ ກັບໄປລາວເພື່ອຈໍ້າກາ ແລ້ວເຂົ້າມາໄທໃໝ່.
ແຕ່ດຽວນີ້ເມື່ອຮອດກໍານົດ ເວລາຕາມກົດໝາຍ ທີ່ສາມາດຢູ່ໄທໄດ້ 30 ມື້ນັ້ນ ຄົນງານລາວໃນໄທ ຈະບໍ່ກັບໄປຈໍ້າກາແພສພັອດ ຢູ່ລາວ ແລ້ວ ແຕ່ຈະໃຊ້ວິທີໄປຈໍ້າ ຢູ່ດ່ານຊາຍແດນ ໄທ-ພະມ່າ ແລະໄທ-ກັມພູຊາ ເປັນຕົ້ນແຂວງ ການຈະນະບູຣີ ແລະ ແຂວງສະແກ້ວ ເພື່ອ ໃຫ້ລອດພົ້ນ ຈາກການກວດສອບ ຄວາມມີພິຣຸດ ໃນໜັງສືເດີນທາງ ຂອງເຈົ້າໜ້າທີ່ ລາວແລະໄທ.
ພ້ອມດຽວກັນແລ້ວ ທ່ານ ສມັກ ທັບທານີ ຍັງກ່າວສລຸບວ່າຢາກ ໃຫ້ຄົນງານຈາກລາວ ມາໄທ ແບບຖືກກົດໝາຍ ເພື່ອບໍ່ໃຫ້ຕົກເປັນເຫຍື່ອ ການຄ້າມະນຸດ ແລະ ຖືກເອົາປຽບທັງຄ່າແຮງງານ ທັງເວລາເຮັດວຽກ ແລະບັນຫາດ້ານຕ່າງໆ ຈາກນາຍຈ້າງ ຮວມເຖິງສາມາດ ໄດ້ຮັບ ການຄຸ້ມຄອງຢ່າງເຕັມທີ່ຈາກ ເຈົ້າໜ້າທີ່ໄທ.