ທ້າວກ້ອງອາຈຖືກຄາຕກັມ

ສິດນີ
2016.06.16
F-Phejburi ແຜນທີ່ຂອງ ແຂວງເພັຊບູຣີ
Screen captured Siam.de

ພັລຍາ ແລະ ສະມາຊິກ ຄອບຄົວ ຂອງ ທ້າວກ້ອງ ມະຫາຣາດ ອາຍຸ 38 ປີ ຄົນງານລາວ ຈາກ ແຂວງຄຳມ່ວນ ທີ່ ເສັຽຊີວີດ ໃນເຮືອ ປະມົງ ຂອງໄທ ໃນວັນທີ 28 ພຶສພາ ປີ 2016 ນັ້ນ ບໍ່ເຊື່ອວ່າ ທ້າວກ້ອງ ຕົກນ້ຳຕາຍ ດັ່ງທີ່ ຜູ້ຂັບເຮືອ ບອກກັບ ພວກຕົນ, ເພາະວ່າ ກ່ອນທີ່ ທ້າວກ້ອງ ເສັຽຊີວິດ ລາວໄດ້ ໂທຣະສັບ ມາບອກ ເມັຽ ຂອງລາວ ຫຼາຍຄັ້ງວ່າ ມີຄົນຫມາຍ ເອົາຊີວິດ ຂອງລາວ. ດັ່ງ ນາງ ຈີຣະພາ ເພັດມະນີ ພັລຍາ ຂອງ ຜູ້ຕາຍ ກ່າວຕໍ່ ເອເຊັຍ ເສຣີ ວ່າ:

"ກ່ອນຈະເສັຽຊີວິດ ລາວກໍເລົ່າ ໃຫ້ຂ້ອຍຟັງວ່າ ເຂົາຖືກ ຈະເອົາຊີວິດ ຊ່ອຍຕິດຕໍ່ ກັບ ທະຫານເຮືອ ນະ ທີ່ເປັນ ທະຫານເດີ ບໍ່ແມ່ນ ຕຳຣວດ ໃຫ້ອອກໄປ ຮັບເຂົາ ເຂົ້າມາຝັ່ງ ຖ້າບໍ່ຮັບ ເຂົ້າມານະ ເຂົາຈະຕາຍ ແນ່ເລີຍ".

ນາງໄດ້ໄປ ແຈ້ງຄວາມໄວ້ ຫມົດແລ້ວ ຫລັກຖານ ຢູ່ສະຖານີ ຕຳຣວດ ບ້ານແຫລມ. ພັລຍາ ຂອງລາວ ອະທິບາຍວ່າ ທ້າວກ້ອງ ເປັນ ຄົນລາວ ມາຈາກ ແຂວງ ຄຳມ່ວນ ແຕ່ປີ 2006 ຖືກຕ້ອງ ຕາມກົດຫມາຍ ແຕ່ງງານ ກັບນາງ ທີ່ເປັນຄົນໄທ ມາດົນແລ້ວ

ທ້າວກ້ອງ ເຮັດວຽກຮັບຈ້າງ ມາຕຣອດ ບໍ່ເຄີຍມີ ບັນຫາ ກັບໃຜ ແຕ່ກ່ອນ ເສັຽຊີວິດ ໄດ້ວຽກ ເປັນລູກເຮືອ ຫາປາ ທີ່ ແຂວງ ເພັດບູລີ ໄດ້ອອກເຮືອ ໄປຫາປາ ຢູ່ທະເລ ໃນວັນທີ 17 ພຶສພາ ຫລັງຈາກນັ້ນ 3 ວັນ ກໍໂທຣະສັບ ມາຫາເມັຽວ່າ ເຈັບທ້ອງ, ທ້ອງເສັຽ ຕຣອດ ເຊື່ອວ່າ ມີຄົນ ໃສ່ຢາພິດ ຈຶ່ງບອກ ພັລຍາ ແຈ້ງໃຫ້ ທະຫານເຮືອ ໄປຊ່ອຍ ແຕ່ໃນເມື່ອ ທະຫານເຮືອ ໄປກວດເຮືອ ລຳ ດັ່ງກ່າວ, ຜູ້ຂັບເຮືອ ບໍ່ໃຫ້ ທ້າວກ້ອງ ຂຶ້ນໄປພົບ ລາວ ຈຶ່ງໄດ້ຢູ່ ໃນເຮືອນັ້ນ ຕໍ່ໄປ.

ນາງ ຈີຣະພາ ອະທິບາຍ ຕໍ່ວ່າ ໃນວັນທີ 28 ພຶສພາ ຜ່ານມາ ຜູ້ຂັບເຮືອ ໄດ້ແຈ້ງມາ ໃຫ້ ນາງຮູ້ວ່າ ສາມີ ຂອງນາງ ເສັຽຊີວິດ ຍ້ອນ ຕົກນ້່ຳຕາຍ ແຕ່ນາງ ບໍ່ເຊື່ອຄຳເວົ້າ ຂອງເຂົາ ຈຶ່ງເອົາຫລັກຖານ ທີ່ແຈ້ງຕໍ່ ຕຳຣວດ ກ່ອນລາວ ຈະຕາຍໄປ ໃຫ້ ມູນນິທິ ສົ່ງເສີມ ຄຸນນະພາບ ແຮງງານ ຂ້າມຊາດ ແລະ ຫນ່ວຍງານ ກ່ຽວຂ້ອງ ເພື່ອຂໍຄວາມ ເປັນທັມ.

ເຈົ້າຫນ້າທີ່ ຈຶ່ງຕິດຕໍ່ໄປຍັງ ເຈົ້າຂອງເຮືອ ແລະ ກໍໄດ້ ຕຳຕອບວ່າ ທ້າວກ້ອງ ໄດ້ຫາຍໄປ ຈາກເຮືອ ບໍ່ແມ່ນຖືກຂ້າ ຕາມທີ່ ຄອບຄົວ ກ່າວອ້າງ. ດັ່ງທ່ານ ສະມັກ ທັບທານີ ເຈົ້າຫນ້າທີ່ ມູນນິທິ ສົ່ງເສີມ ຄຸນນະພາບ ແຮງງານ ຂ້າມຊາດ ກ່າວວ່າ:

"ຄືພວກນາຍຈ້າງ ທີ່ເປັນເຈົ້າຂອງເຮືອ ຕອນນີ້ ເຂົາກໍເອົາ ບັນທຶກ ປະຈຳວັນ ໃຫ້ແລ້ວ ໃນບັນທຶກ ປະຈຳວັນແຈ້ງວ່າ ທ້າວກ້ອງ ຫາຍຕົວ ໄປ ເຫດທີ່ແຈ້ງ ທາງບ້ານ ກໍແມ່ນວ່າ ການຫາຍໄປ ເທື່ອນີ້ ບໍ່ມີເຫດຜົລ ວ່າຈະຫາຍ ໄປຊື່ໆ ອາດຈະມີ ການຂົ່ມຂູ່ ກ່ອນໜ້ານັ້ນ ເພາະວ່າ ເຂົາ ໂທຣະສັບ ມາບອກກັບ ພັລຍາວ່າ ຈະມີຄົນ ເອົາຊີວິດ ໃນຊ່ວງ ການເຮັດວຽກ ໃນເຮືອ".

ປັດຈຸບັນ ຍາດພີ່ນ້ອງ ຂອງ ທ້າວກ້ອງ 4 ຄົນ ຊຶ່ງເປັນ ນ້ອງສາວ ຂອງຜູ້ຕາຍ ກໍໄດ້ມາເຖິງ ບາງກອກແລ້ວ ຈາກ ແຂວງຄຳມ່ວນ ເພື່ອ ຕີດຕໍ່ ຫາສົບ ຂອງຜູ້ຕາຍ ແລະ ໄດ້ພົບກັບ ເຈົ້າຂອງເຮືອ ໃນວັນທີ 15 ມິຖຸນາ ຜ່ານມາ ແຕ່ເຈົ້າຂອງເຮືອ ຍັງ ປະຕິເສດ ວ່າຕົນບໍ່ມີ ຄວາມຜິດ ເພາະລາວ ຕົກເຮືອ ເສັຽຊີວິດ ໄປເອງ ບໍ່ມີການ ຄາດຕະກັມ ແຕ່ຢ່າງໃດ. ດັ່ງນັ້ນ ຫນ່ວຍງານ ພາກສ່ວນ ກ່ຽວຂ້ອງ ຈະຍື່ນ ເຣື້ອງຕໍ່ສານ ຍຸຕິທັມ ເພື່ອ ສູ້ຄະດີ ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.