ຊາວບ້ານບໍ່ຮັບຄ່າຊົດເຊີຽ ທີ່ດິນ


2014.01.10
f-450 ເສັ້ນທາງຫລວງ 450
Citizen Journalist

 

ຊາວບ້ານປະຕິເສດບໍ່ມາຮັບເອົາຄ່າຊົດເຊີຽທີ່ທາງການສະເໜີໃຫ້ ສໍາລັບທີ່ດິນ ທີ່ສູນເສັຽໃຫ້ໂຄງການສ້າງຖນົນ 450 ປີ ເຖິງແມ່ນວ່າເວລາ ທີ່ທາງການກໍານົດໃຫ້ ມາຮັບເອົາໄດ້ຜ່ານໄປແລ້ວແຕ່ເດືອນຕຸລາ 2013 ຕາມຣາຍງານ ໜັງສືພິມ ທາງການລາວ. ຣາຍງານວ່າ ມີປະມານ 213 ຄອບຄົວ ໃນຈໍານວນ 422 ຄອບຄົວ ໃນເມືອງ ໄຊເສດຖາ ຫາດຊາຍຟອງ ແລະໄຊທານີ ທີ່ສູນເສັຽທີ່ດິນນັ້ນ ບໍ່ຍອມຮັບເອົາ ຄ່າຊົດ ເຊີຍທີ່ທາງການສະເໜີໃຫ້ ຍ້ອນວ່າທີ່ດິນເຂົາເຈົ້າ ມີຣາຄາແພງກວ່າ ທີ່ທາງການ ສະເໜີຊົດເຊີຽໃຫ້.

ຜແນກຊັພຍາກອນແລະສິ່ງແວດລ້ອມນະຄອນຫລວງວຽງຈັນ ທີ່ຮັບຜິດຊອບການ ໃຫ້ຄ່າຊົດເຊີຽກ່າວວ່າ ກໍາລັງລໍຖ້າການຊີ້ນໍາຈາກ ສໍານັກ ງານຫ້ອງການຣັຖບານຢູ່ ກ່ອນຈະລົງມືວ່າຈະປະຕິບັດແນວໃດ. ຖນົນໃຫ່ຽ 450 ປີ ທີ່ເຊື່ອມຕໍ່ ດົງໂດກ ໄປຫາຂົວມິຕພາບ ລາວ-ໄທ, ມີ ຄວາມຍາວ 20 ກິໂລແມັດ ກວ່າ ມີມູນຄ່າການກໍ່ສ້າງ $US80 ລ້ານ ສ້າງສໍາເຣັດເມື່ອປີ 2010. ທັງສອງຂ້າງຖນົນ ມີທີ່ດິນເລິກເຂົ້າໄປ ເບື້ອງລະ 50 ແມັດ ເພື່ອໄວ້ຂາຍ ໃຫ້ນັກລົງທຶນ ເພື່ອຈະນໍາ ເງິນນັ້ນມາໃຊ້ໜີ້ຄືນ ແຕ່ບໍ່ມີ ບໍຣິສັດໃດໄປລົງທຶນ ສ້າງຕຶກ ຫລືອາຄານໃສ່ ຕາມຖນົນນັ້ນ ຍ້ອນວ່າ ການແກ້ໄຂບັນຫາຄ່າຊົດເຊີຽ ທີ່ດິນແກ່ຊາວບ້ານ ບໍ່ທັນຕົກແຕກກັນເທື່ອ.

ການຈ່າຍຄ່າຊົດເຊີຽ ຂຶ້ນຢູ່ກັບທີ່ຕັ້ງຂອງທີ່ດິນ ນັບແຕ່ 20,000 kip ຕໍ່ຕລາງແມັດ ໄປຮອດ 2 ລ້ານກັບ 5 ແສນກີບຕໍ່ຕລາງແມັດ. ທີ່ດິນ ຂອງ ຊາວບ້ານ ທີ່ສູນເສັຽໄປນັ້ນ ມີທັງໝົດ 600 ຕອນ. ການໃຫ້ຄ່າຊົດເຊີຽສໍາເຣັດໄປແລ້ວພຽງແຕ່  387 ຕອນເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.