ນາຍຄຣູຢາກໃຫ້ປັບເງິນ ເດືອນ

ມະນີຈັນ
2016.10.05
F-teacher ນາຍຄຣູສອນ ເລຂ ຢູ່ແຂວງ ຈໍາປາສັກ, ມົກກະຣາ 30, 2012
Biosphoto

ໃນໂອກາດ ວັນຄຣູ ແຫ່ງຊາດ ສປປລາວ ວັນທີ 7 ຕຸລາ ນີ້ ນາຍຄຣູ ໂຮງຮຽນ ປະຖົມ ສຶກສາ ຂອງຣັຖ ແຫ່ງນຶ່ງ ຢູ່ແຂວງ ຫຼວງນ້ຳທາ ເວົ້າຕໍ່ ວິທຍຸ ເອເຊັຽເສຣີ ວ່າ ຢາກໃຫ້ ທາງການລາວ ປັບເງິນ ເດືອນ ຂອງ ນາຍຄຣູ ຊັ້ນປະຖົມ ຂຶ້ນໃຫ້ສົມ ກັບພາລະໜ້າທີ່ ທີ່ໜັກໜ່ວງ ໃນການ ສິດສອນ ນັກຮຽນ ແລະ ຖ້າທຽບໃສ່ ປະເທດອື່ນໆ ທີ່ເປັນ ສະມາຊິກ ອາຊຽນ ກໍເຫັນວ່າ ຫຼຸດໂຕນ ກັນຫຼາຍ:

"ກໍຢາກໃຫ້ ປັບເຣື່ອງ ຣະບົບ ເງິນເດືອນຄຣູ ຂຶ້ນ ໃຫ້ມັນສູງ ຫັ້ນແຫລະ ມັນສິໃຫ້ມັນ ທຽບເທົ່າກັບ ອັນນາ ປະເທດ ອ້ອມຂ້າງເດ໋ ຄັນວ່າ ເຂົ້າອາຊຽນ ກໍປັບຣະດັບ ເງິນດໍ້າ ເງິນເດືອນ ໃຫ້ ນາຍຄຣູ ຫັ້ນ ມັນພໍ ຢູ່ພໍກິນ ມັນຄຸ້ມຄ່າ ກັບ ເຣື່ອງທີ່ວ່າ ສິດສອນ ຫັ້ນນະ".

ທ່ານເວົ້າ ຕື່ມວ່າ ນາຍຄຣູ ຊັ້ນປະຖົມ ບໍ່ແມ່ນວ່າ ສອນໜັງສື ນັກຮຽນ ເທົ່ານັ້ນ ແຕ່ ຫາກຍັງ ນໍາພານັກຮຽນ ເຮັດກິຈກໍັມ ອື່ນໆນໍາດ້ວຍ, ໄດ້ເຮັດສະຖິຕິ ການເຂົ້າໂຮງຮຽນ, ບັນທຶກ ຂໍ້ມູນສໍາຄັນ ຂອງນັກຮຽນ ສົ່ງໃຫ້ ໜ່ວຍງານ ຫຼາຍເຖິງ 10 ປາຍ ໜ່ວຍງານ ທັງໃນຂັ້ນ ເມືອງ ແລະ ຂັ້ນແຂວງ ຈົນບໍ່ມີ ເວລາສໍາລັບ ພັທນາ ຄວາມຮູ້ ຕົນເອງ.

"ໜັກ ສົມຄວນ ເພາະເວົ້າເຣື່ອງ ອັນມາ ປະກອບຂໍໍ້ມູນ ສະຖິຕິ ໃຫ້ທຸກ ໜ່ວຍງານ ທຸກຂແນງການ ເພາະວ່າ ຄຣູປະຖົມ  ຈະໄດ້ປ້ອນ ຂໍ້ມູນ ໃຫ້ຫັ້ນນະ ມັນກໍໜັກ ສົມຄວນແລ້ວ ແລ້ວມັນ ມີການ ສົ່ງຄວາມຮູ້ ໃຫ້ ນັກຮຽນອີກ ກິຈກັມ ນອກຫ້ອງອີກ ມີ ປູກຝັງ ລ້ຽງສັດ ນໍາອີກ ຫັ້ນນະ ກໍສົມຄວນ ທີ່ວ່າ ນາຍຄຣູ ຮັບພາລະ ໜັກໜ່ວງ ມັນອາຈ ບໍ່ມີເວລາ ທີ່ວ່າ ຊອກຢູ່ຫາກິນ ໃນ ຄອບຄົວຫັ້ນ".

ປັດຈຸບັນ ຄຣູປະຖົມ ໄດ້ ເງິນເດືອນ 1 ລ້ານ 8 ແສນກີບ ຕໍ່ເດືອນ ຫຼື ປະມານ 2 ຮ້ອຍປາຍ ໂດລາ ສະຫະຣັຖ ຄື ໄດ້ໜ້ອຍກວ່າ ຢູ່ ປະເທດ ພະມ້າ ແລະ ກໍາພູຊາ ຂນະທີ່ ເງິນເດືອນ ນາຍຄຣູ ໂດຍ ສະເລັ່ຽ ໄດ້ 2 ລ້ານ 1 ແສນກີບ. ສໍາລັບ ປະເທດ ທີ່ໃຫ້ຄວາມ ສໍາຄັນ ໃນການສຶກສາ .

ເປັນຕົ້ນ ປະເທດ ສິງກະໂປ ໃຫ້ເງິນເດືອນ ນາຍຄຣູ ສູງເຖິງ 6 ລ້ານກີບ ຕໍ່ເດືອນ. ຢູ່ ສປປລາວ ນອກຈາກ ນາຍຄຣູ ໄດ້ເງິນເດືອນ ໜ້ອຍແລ້ວ, ການເບີກຈ່າຍ ເງິນເດືອນ ກໍຍັງ ຊັກຊ້າ ແກ່ຍາວ ນໍາອີກ, ເຮັດໃຫ້ ນາຍຄຣູ ຈໍານວນ ບໍ່ໜ້ອຍ ຕ້ອງໄດ້ ຊອກຫາ ວຽກ ອື່ນເຮັດຕື່ມ ພໍໄດ້ລ້ຽງ ຄອບຄົວ.

ແຕ່ເຖິງຢ່າງໃດ ໃນໂອກາດ ວັນຄຣູ ແຫ່ງຊາດ ວັນທີ 7 ຕຸລາ ຂອງ ທຸກປີ ຮວມທັງປີ 2016 ນີ້ ທາງ ກະຊວງ ສຶກາ ທິການ ແລະ ກິລາ ສປປລາວ ກໍໄດ້ ອອກແຈ້ງເຕືອນ ໃຫ້ນາຍຄຣູ ທົ່ວປະເທດ ພັທນາຕົນເອງ ຢູ່ສເມີ ແລະ ຕ້ອງຊ່ວຍກັນ ພັທນາ ການສຶກສາ ໃນທ້ອງຖິ່ນ ໂດຍສະເພາະ ໃນເຂດ ຫ່າງໄກ ເພື່ອໃຫ້ ບັນລຸ ເປົ້າໝາຍ ດ້ານ ການສຶກສາ ທີ່ ທາງກະຊວງ ວາງອອກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.