ພະນັກງານຣັຖກອນເລີ້ມຣະວັງ ການໃຊ້ຈ່າຍ
2014.05.15
ປະຈຸບັນ ພະນັກງານ ຣັຖກອນ ຊັ້ນນ້ອຍ ໃນ ອົງການ ຈັດຕັ້ງ ຂັ້ນ ກະຊວງ ຂອງ ຣັຖບານ ລາວ ເລີ້ມພາກັນ ຣະມັດ ຣະວັງ ໃນການ ໃຊ້ຈ່າຍ ເຣື້ອງ ການຢູ່ ການກິນ ໃນ ແຕ່ລະວັນ ຫຼາຽຂຶ້ນ ຍ້ອນ ບໍ່ໄດ້ ເງິນເດືອນ ຫຼື ໄດ້ຊ້າ ມາຫຼາຍ ເດືອນ ນັ້ນ.
ປົກກະຕິ ພະນັກງານ, ຣັຖກອນ ຂອງລາວ ມັກ ຈະພາກັນ ອອກໄປ ກິນເຂົ້າສວາຍ ຕາມ ຮ້ານເຝີ ຮ້ານ ເຂົ້າປຽກ ຫຼື ຮ້ານ ອາຫານ ຈານດຽວ ແຕ່ຊ່ວງ ຫຼັງໆມານີ້ ຫຼາຍຄົນ ໄດ້ເລີ້ມ ແຕ່ງຂອງກິນ ມາ ແຕ່ບ້ານ ເປັນ ເຂົ້າສວາຍ ກັບ ໝູ່ເພື່ອນ ຮ່ວມງານ ແບບກິນເຂົ້າ ສາມັກຄີ ຢູ່ ຫ້ອງການ ແທນ. ດັ່ງ ພະນັກງານ ຫ້ອງການ ກະສິກັມ ແລະ ປ່າໄມ້ ແຂວງ ຜູ້ບໍ່ ປະສົງ ອອກຊື່ ທ່ານໜຶ່ງ ເວົ້າວ່າ:
"ແຕ່ເກົ່າ ກະກິນເຂົ້າ, ກິນເຂົ້າປຽກ, ກິນເຝີ ກິນຫຍັງໄປ ແຕ່ດຽວນີ້ ກະບໍ່ໄດ້ ກິນລະ ເອົາເຂົ້າ ມາແຕ່ບ້ານ ມາກິນຢູ່ ຫ້ອງການ ມາລວມ ກັນກິນ. ເງິນເດືອນ ກະບໍ່ໄດ້ ຈັ່ງຊີ້ນ່າ ເຮົາ ກະຕ້ອງ ໄດ້ຈຳເປັນ ຕ້ອງໄດ້ ເຮັດແບບ ວ່າ ເຮັດຈັ່ງໃດ ໂຕເອງ ຊິຢູ່ລອດ ເຮົາກະຕ້ອງ ໄດ້ເຮັດ. ເຮົາ ກະຕ້ອງ ໄດ້ຣະວັງ ການໃຊ້ ການຈ່າຍ".
ທ່ານກ່າວ ຕື່ມອີກວ່າ ດຽວນີ້ ໃຜໆກໍ່ ຣະມັດ ຣະວັງ ການໃຊ້ຈ່າຍ ຍ້ອນບໍ່ ໄດ້ຮັບເງິນ ເດືອນ ມາຫຼາຍ ເດືອນ ແລ້ວ ແລະ ບາງຄົນ ກໍ່ເຖິງກັບໄດ້ ກູ້ໜີ້ ຢືມສິນ ນອກຣະບົບ ມາແກ້ໄຂ ຄວາມຫຍຸ້ງຍາກ ໄປກ່ອນ ກໍ່ມີ. ອີກຢ່າງໜຶ່ງ, ຄ່າອາຫານ ກໍ່ເລີ່ມຖີບ ຕົວສູງຂຶ້ນ, ຈະສັງເກດ ເຫັນໄດ້ ຈາກ ຣາຄາ ເຄື່ອງ ປຸງອາຫານ, ຣາຄາ ຊີ້ນງົວ, ຊີ້ນໝູ ກໍ່ແພງຂຶ້ນ ນັບມື້ ແລະ ເຂົ້າປຽກ ຈາກ ທີ່ເຄີຍ ພາກັນກິນ ຖ້ວຍ ລະ 8,000 ກີບ ກໍ່ມາຂຶ້ນ ເປັນ 10,000 ກີບ ແລະ ຈາກຖ້ວຍລະ 10,000 ກີບ ກໍ່ມາເປັນ 12,000 ກີບ ແລ້ວ ຍ້ອນ ຣາຄາ ເຄື່ອງຂອງ ແພງຂຶ້ນ.
ແຕ່ຕົ້ນ ປີ 2014 ມານີ້, ພະນັກງານ, ຣັຖກອນລາວ ພາກັນ ຈົ່ມວ່າ ພວກຕົນ ພວມ ປະສົບກັບ ຄວາມ ລຳບາກ ຢ່າງໜັກ ຍ້ອນບໍ່ໄດ້ ເງິນເດືອນ ຕຣົງເວລາ ແລະ ຈົນມາຮອດ ປະຈຸບັນ ທາງ ຣັຖບານ ລາວ ກໍ່ຍັງ ບໍ່ທັນມີ ມາຕກາຣ ອັນໃດ ທີ່ ຈະມາແກ້ ໄຂບັນຫາ ນີ້ເທື່ອ.