ໂພນໂຮງ ຕຣຽມສ້າງ ບ່ອນພັກ ຄົນງານ ຣົດໄຟ

ມະ​ນີ​ຈັນ
2016.09.22
F-railway ໂຄງການ ເສັ້ນທາງຣົຖໄຟ ຈາກສິບສອງພັນນາ ເຂົ້າສູ່ແດນລາວ ແລະ ຈະຈອດຕໍ່ກັບ ສາຍວຽງຈັນ ທ່ານາແລ້ງ ໜອງຄາຍ ປະເທດໄທ
RFA

ປັດຈຸບັນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ຊຶ່ງເປັນເມືອງ ທີ່ຈະເລີ່ມລົງມື ສ້າງທາງຣົດໄຟ ລາວ-ຈີນ ໃນໄລຍະທໍາອິດນັ້ນ ໄດ້ເລີ່ມກະກຽມ ສ້າງບ່ອນພັກ ໃຫ້ຄົນງານ ຢູ່ໃນເຂດ ບ້ານໃໝ່ ທັງສໍາລັບ ຄົນງານລາວ ແລະ ນັກວິຊາການຈີນ, ດັ່ງເຈົ້າໜ້າທີ່ ເມືອງໂພນໂຮງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ (RFA) ໃນວັນທີ 21 ກັນຍານີ້ວ່າ:
“ຂະເຈົ້າ ຫາກໍມາ ເຮັດແຄັມ ແລ້ວກະມີ ຄົນລາວ ຢູ່ຫັ້ນ ມີຈຸດດຽວ ແຄັມຢູ່ ບ້ານໃໝ່ເດ໊ ຕາມຄະນະກັມການ ເພິ່ນເວົ້າ ຫັ້ນກໍວ່າ ເລີ່ມແຕ່ຊ່ວງ ນະຄອນຫລວງ ມາຫາ ແຂວງວຽງຈັນ.”
ທ່ານເວົ້າວ່າ ປັດຈຸບັນ ນັກວິຊາການຈີນ ເຂົ້າມາ ເມືອງໂພນໂຮງ ແລ້ວ ຈໍານວນນຶ່ງ, ເຊິ່ງຕາມແຜນການ ຈະເຂົ້າມາ 40 ປາຍຄົນ. ສ່ວນກັມກອນ ກໍ່ສ້າງ ຈະໃຊ້ຄົນລາວ ຈໍານວນນຶ່ງ ແລະ ຈໍານວນນຶ່ງ ແມ່ນກັມກອນຈີນ ແຕ່ຍັງບໍ່ຮູ້ ຈໍານວນ.
ທ່ານກ່າວອີກວ່າ ຫລັງຈາກ ທາງການລາວ ໄດ້ອອກຂ່າວ ເຊິ່ງຄາດວ່າ ໂຄງການທາງຣົດໄຟ ລາວ-ຈີນ ຈະເລີ່ມສ້າງ ໃນເດືອນທັນວາ ປີນີ້ແລ້ວ ຕົນເຫັນວ່າ ມີຄວາມເປັນໄປໄດ້ສູງ ຍ້ອນວຽກງານ ຫລາຍຢ່າງ ມີຄວາມພ້ອມແລ້ວ ເປັນຕົ້ນ ການວາງແລວທາງ ແລະ ການກຽມ ອຸປກອນ ກໍ່ສ້າງ. ແລະ ທຸກມື້ນີ້ ຄະນະ ກັມການ ໄກ່ເກັ່ຽ ສູນກາງ ກໍາລັງໂອ້ລົມ ກັບປະຊາຊົນ ທີ່ຈະຖືກ ຜົລກະທົບ ຈາກໂຄງການນີ້ ເພື່ອທີ່ຈະວາງແຜນ ໃຫ້ເງິນຊົດເຊີຍ ໃນຂັ້ນຕໍ່ໄປ.
ເຖິງຢ່າງໃດກໍຕາມ, ຕາມແຜນການ ຂອງກະຊວງແຮງງານ ແລະ ສວັດດີການ ສັງຄົມ ໄດ້ຣະບຸວ່າ ທາງກະຊວງ ອະນຸມັດ ໂຄຕ້າ ສໍາລັບ ການນໍາຄົນງານຈີນ ເຂົ້າມາ ຈໍານວນເກືອບ 2 ພັນຄົນ ໃນໄລຍະທໍາອິດ ຢູ່ເມືອງໂພນໂຮງ ຕາມການສເນີ ຂອງບໍຣິສັດ ວິສະວະກັມ ທາງຣົດໄຟ ເລກ 2 ຂອງຈີນ ເຊິ່ງເປັນຜູ້ຮັບເໝົາ ກໍ່ສ້າງ ຕາມສັນຍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.