ວິສາຫະກິຈລາວແຂ່ງກັບຕລາດ ເສຣີອາຊຽນ
ວິສາຫະກິດ ຂນາດນ້ອຍ ແລະ ຂນາດກາງ 25,000 ກວ່າໜ່ວຍ ໃນລາວ ມີຄວາມສ່ຽງ ສູງ ທີ່ຈະຕ້ອງ ເຊົາກິຈການ ເນື່ອງຈາກ ຈະບໍ່ສາມາດ ແຂ່ງຂັນ ໃນຕລາດ ເສຣີ ອາຊຽນ ໄດ້.
-
2013-08-20 -
-
-
Your browser doesn’t support HTML5 audio
ວິສາຫະກິດ ຂນາດນ້ອຍ ແລະ ຂນາດກາງ 25,000 ກວ່າໜ່ວຍ ໃນລາວ ມີຄວາມສ່ຽງສູງທີ່ຈະຕ້ອງເຊົາກິຈການເນື່ອງຈາກຈະບໍ່ສາມາດ ແຂ່ງຂັນ ໃນຕລາດ ເສຣີ ອາຊຽນ ໄດ້.
ເຈົ້າໜ້າທີ່ ກອງທຶນ ເພື່ອການພັທນາ ວິສາຫະກິດ ຂນາດນ້ອຍ ແລະຂນາດກາງ ຜູ້ຂໍສະຫງວນຊື່ທ່ານນຶ່ງເປີດເຜີຍຕໍ່ຜູ້ສື່ຂ່າວເອເຊັຍເສຣີ ໂດຍຮັບວ່າ ວິສາຫະກິດ ຂນາດນ້ອຍ ແລະ ຂນາດກາງ ທີ່ມີຢູ່ກວ່າ 25,000 ໜ່ວຍ ໃນປະເທດລາວ ກໍາລັງຕົກຢູ່ໃນ ຄວາມ ສ່ຽງສູງ ທີ່ຈະໄດ້ເຊົາ ກິຈການ ພາຍໃນປີ 2015 ຖ້າຫາກວ່າ ບໍ່ໄດ້ຮັບການ ສນັບສນູນ ທາງດ້ານການເງິນ ເພື່ອປັບປຸງ ກິຈການ ຢ່າງພຽງພໍ.
ການທີ່ ວິສາຫະກິດ ຂນາດນ້ອຍ ແລະຂນາດກາງ ຢູ່ລາວ ຈະຕົກຢູ່ໃນ ສະພາບນີ້ນັ້ນ ກໍຍ້ອນວ່າ ລາວເປັນປະເທດ ສະມາຊິກ ອາຊຽນ ທີ່ຈະຕ້ອງໄດ້ ປະຕິບັດ ຕາມຂໍ້ຕົກລົງ ການຄ້າ ແລະ ການລົງທຶນ ຢ່າງເສຣີ ໃນ 10 ປະເທດ ສະມາຊິກ ແຕ່ວັນທີ 31 ທັນວາ 2015 ເປັນຕົ້ນໄປ ອັນຈະເຮັດໃຫ້ ປະເຊີນກັບ ການແຂ່ງຂັນ ທີ່ຫລີກລ້ຽງ ບໍ່ໄດ້. ດັ່ງນັ້ນ ຈຶ່ງຕ້ອງໄດ້ ໃຊ້ເງິນປັບປຸງ ການບໍຣິຫານ ແລະ ພັທນາ ຄຸນນະພາບ ການຜລິດ ໃຫ້ໄດ້ມາຕຖານ ໃນມູນຄ່າ 3,700 ຕື້ກີບ. ແຕ່ທາງ ຣັຖບານລາວ ສາມາດຊ່ວຍໄດ້ ພຽງແຕ່ 15 ຕື້ກີບເທົ່ານັ້ນ.