ຜູ້ນໍາລາວສູງສຸດ ສົ່ງຄືນ ຣົດຫລູ
2017.01.24
ທ່ານ ທອງລຸນ ສີສຸລິດ ນາຍຍົກຣັຖມົນຕຣີລາວ ແລະ ທ່ານ ບຸນຍັງ ວໍຣະຈິດ ປະທານ ປະເທດລາວ ໄດ້ສົ່ງຣົຖ ປະຈໍາ ຕໍາແໜ່ງ BMW SERIES 7 ຄືນໃຫ້ຣັຖ ເມື່ອສັປດາ ຜ່ານມາ. ປັຈຈຸບັນ ທ່ານ ທອງລຸນ ໃຊ້ຣົຖ TOYOTA 2.5 ທີ່ ພົບເຫັນ ທົ່ວໄປຕາມ ທ້ອງຖນົນ, ເຖິງແມ່ນວ່າ ຕາມດໍາຣັຖ ສະບັບໃໝ່ນີ້ ຜູ້ນໍາ ຣັຖບານ ຊຶ່ງເປັນ ກັມມະການ ກົມການເມືອງ ໃນອັນດັບທີ 2 ມີສິດໃຊ້ ຣົຖປະຈໍາ ຕໍາແໜ່ງ ຣົຖ 3,500 CC ເທົ່າກັບ ກົມການເມືອງ ຄົນອື່ນໆກໍຕາມ. ອີງຕາມ ຣາຍງານ ຂອງ ຜູ້ຈັດການ ອອນລາຍ ໃນວັນທີ່ 23 ມົກກະຣາ ນີ້.
ຣາຍງານວ່າ ນອກຈາກ ຣົຖ ປະຈໍາຕໍາແໜ່ງ ຂອງ ທ່ານ ບຸນຍັງ ວໍຣະຈິດ ແລະ ທ່ານ ທອງລຸນ ສີສຸລິດ ທີ່ ສົ່ງຄືນໃຫ້ ຣັຖແລ້ວ ຍັງມີຣົຖ ຣາຄາແພງ ອີກ 36 ຄັນ ເປັນຣົຖ Benz S-class 15 ຄັນ E-class 21 ຄັນ ທີ່ໃຊ້ໃນ ວຽກງານ ຂອງຣັຖບານ ເຊັ່ນວ່າ ໃຊ້ ຮັບແຂກ ຕ່າງປະເທດ ແລະ ບາງສ່ວນ ແບ່ງໄປໃຫ້ ຜູ້ນໍາ ຣະດັບສູງ ໄປໃຊ້, ຫລັງຈາກນັ້ນ ໃນຈໍານວນນີ້ ຈະເກັບຣົຖ S-Class ໄວ້ພຽງ 10 ຄັນ ເທົ່ານັ້ນ ເພື່ອ ໃຊ້ວຽກງານ ໃນວົງການ ຣັຖບານ ຕໍ່ໄປ ແລະ ຈໍານວນທີ່ເຫລືອ ຈະນໍາອອກຂາຍ ທັງໝົດ.
ຕາມດໍາຣັດ ນາຍົກຣັຖມົນຕຣີ ສະບັບຫລ້າສຸດ ໄດ້ແບ່ງຣົຖ ປະຈໍາຕໍາແໜ່ງ ສໍາລັບການນໍາ ຣະດັບສູງ ຂອງລາວ ອອກເປັນ 4 ຣະດັບ ຄື ຣະດັບ ກົມການເມືອງ ສູນກາງພັກ ຊຶ່ງເປັນອົງກອນ ອໍານາດສູງສຸດ ຂອງພັກ ຈໍານວນ 11 ຄົນ ຈະໃຊ້ຣົຖ ບໍ່ໃຫ້ ເກີນ 3,500 cc ກັບ ຣົຖ SUV (TOYOTA) ແລນກຣູເຊີ ບໍ່ເກີນ 4,500 cc ແລະ ຣົດ ກະບະ ອີກ 1 ຄັນ.
ຣົຖ ທັງໝົດ ທີ່ສົ່ງຄືນ ໃຫ້ຣັຖເທື່ອນີ້ ຈະນໍາໄປ ປະມູນຂາຍ ເພື່ອ ນໍາຣາຍໄດ້ ເຂົ້າຣັຖ ຫຼື ຊື້ຂາຍ ແລກປ່ຽນ ກັບຣົຖ ປະຈໍາຕໍາແໜ່ງ ລຸ້ນໃຫມ່ ກໍໄດ້ ອັນເປັນໄປຕາມ ມະຕິຂໍ້ຕົກລົງ ຮ່ວມກັນ ທີ່ບັນດາຜູ້ນໍາ ຣະດັບສູງ ພັກ ປະຊາຊົນ ປະຕິວັດລາວ ແລະ ຄນະຣັຖບານ ຈະປຽ່ນຣົຖ ປະຈໍາຕໍາແໜ່ງ ຈາກ ຣົຖຫຼູຫຼາ ມາເປັນຣົຖ ທັມມະດາ ໃນຣາຄາ ສົມເຫດສົມຜົນ, ເພື່ອເປັນການ ຫຼຸດຜ່ອນ ການຟຸມເຟຶອຍ ນັບແຕ່ຂັ້ນສູງ ຫາຂັ້ນຕ່ໍາ ຂອງພັກ ແລະຣັຖບານ ສປປລາວ ທັງໝົດ.
ຣາຍງານວ່າ ສໍາລັບ ການປະມູນ ນັ້ນຈະເປິດ ເປັນ ເທື່ອທໍາອິດ ຢ່າງເປັນທາງການ ເພື່ອເປັນ ຕົວຢ່າງ ໃນ ເດືອນໜ້ານີ້.