ບັນຫາເຣື້ອງໜີ້ສິນໃນລາວ

ປະຊາຊົນ ລາວ ມີຫນີ້ສິນ ແລະ ຢືມເງິນ ຫລາຍຂຶ້ນ ຍ້ອນ ສະພາບການ ສັງຄົມ ບັງຄັບ.

ທະນາບັດ ເງິນກີບ ສປປລາວ LPDR

 

ຊາວນະຄອນຫລວງວຽງຈັນ ທ່ານນື່ງເວົ້າວ່າປັດຈຸບັນ ບັນຫາການຕິດຫນີ້ ແລະຢຶມເງີນນັບມື້ນັບຫລາຍຂື້ນ ສາເຫດເປັນຍ້ອນວ່າ ການເຕີບ ໂຕທາງດ້ານ ສັງຄົມເຮັດໃຫ້ປະຊາຊົນ ດີ້ນຣົນໃນການໃຊ້ຈ່າຍ ຈື່ງພາກັນ ຕິດຫນີ້ຫລາຍຂຶ້ນ ແຕ່ບໍ່ສາມາດຈ່າຍຄືນຕາມກໍານົດໄດ້ ແລະຫລາຍຄົນກໍໄດ້ໄປຕົວະຕົ້ມຄົນອື່ນ ເພື່ອເອົາເງີນມາໃຊ້ຫນີ້:

"ຕິດຄຸກຕິດຕະລາງກັນຫລາຍ ຕິດຫນີ້ສີນກັນ ຕົ້ມຕຸນກັນຫລາຍ ມີຫນີ້ມີສິນກັນ ລະເຮັດວຽກເຮັດງານ ລະກະບໍ່ໄດ້ເງິນ ລະກະຕົວະກັນໄປຕົ້ມກັນໄປ".

ນາງເວົ້າຕື່ມວ່າ ບັນຫາທີ່ເກີດຂຶ້ນເຮັດໃຫ້ຜູ້ທີ່ກະທໍາຜິດຫລາຍຄົນ ຖືກຄຸກ ເພາະເຈົ້າຫນີ້ແລະຄູ່ກໍຣະນີບໍ່ຍອມໄກ່ເກັ່ຽ ນອກຈາກນັ້ນ ກໍຍັງມີຫລາຍລາຍ ມີການຜິດຖຽງກັນຍ້ອນຫນີ້ ຈົນມີການທໍາຮ້າຍຮ່າງກາຍກັນ. ສ້າງຄວາມວຸ້ນວາຍໃຫ້ແກ່ສັງຄົມ.

ເຈົ້າຫນ້າທີ່ນາງນີ້ ເວົ້າເພີ້ມວ່າບັນຫາການຢຶມເງີນທີິ່ບໍ່ຍອມຈ່າຍຄືນນັ້ນ ຍ້ອນຂາດການບັນທຶກຈາກເຈົ້າຫນີ້ ເຮັດກັນແບບງ່າຍໆຫລືແບບປາກເປົ່າ ບໍ່ມີລາຍລັກອັກສອນ ມາເປັນຫລັກຖານອ້າງອີງ ໃນຫລາຍກໍຣະນີ ຈື່ງເກີດບັນຫາກັນເມື່ອມາຂື້ນສານ. ສານກໍບໍ່ສາມາດໃຫ້ຄວາມເປັນທັມໄດ້ ຍ້ອນວ່າຂາດຫລັກຖານຂາດລາຍລັກອັກສອນ ບໍ່ມີຫລັກຖານໃນການຕັດສິນຄວາມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org