ກົດໝາຍຕ້ານການຟອກເງິນ

ຈໍາປາທອງ
2014.06.23
F-kip ທະນາບັດ ເງິນກີບ ສປປລາວ
LPDR

 

ໃນ ກອງປະຊຸມ ວັນທີ 19 ມິຖຸນາ 2014 ສະມາຊິກ ສະພາ ແຫ່ງຊາດ ສປປລາວ ໄດ້ ພິຈາຣະນາ ຮ່າງ ກົດໝາຍ ໃໝ່ ວ່າດ້ວຍ ການ ສະກັດກັ້ນ ແລະ ຕ້ານ ການຟອກ ເງິນ ການສນອງ ເງິນ ໃຫ້ແກ່ ການ ກໍ່ການ ຮ້າຍ ກ່ອນທີ່ ສປປລາວ ຈະ ກ້າວເຂົ້າສູ່ ປະຊາຄົມ ສາກົນ.

ຮ່າງກົດໝາຍ ນັ້ນມີ 72 ມາດຕຣາ, ເປັນ 1 ໃນຈໍານວນ ຮ່າງ ກົດໝາຍ ໃໝ່ 2 ສະບັບ ອັນມີທັງ ຮ່າງ ກົດໝາຍ ວ່າດ້ວຍ ການກວດ ສອບ ເອກກະຣາດ ຊຶ່ງ ຣັຖບາລ ຈະນໍາ ສເນີຕໍ່ ກອງປະຊຸມ ສມັຍ ສາມັນ ເທື່ອທີ 7 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ທີ່ ຈະຈັດຂຶ້ນ ໃນ ຕໍ່ໜ້ານີ້.

ທ່ານ ສອນໄຊ ສິດພະໄຊ ຮອງ ຫົວໜ້າ ທະນາຄານ ແຫ່ງຊາດ ຊຶ່ງເປັນ ຜູ້ສເນີ ຮ່າງ ກົດໝາຍ ກ່າວວ່າ ມັນເປັນ ສິ່ງສໍາຄັນ ສໍາລັບ ປະເທສລາວ ທີ່ ຈະມີ ກົດໝາຍ ຕ້ານ ການຟອກເງິນ ແລະ ການຕອບ ສນອງ ຄວາມມຸ້ງໝາຍ ຂອງ ປະຊາຄົມ ສາກົນ ນັ້ນ.

ທ່ານກ່າວ ຢູ່ໃນ ຣະຫວ່າງ ກອງປະຊຸມ ວ່າ “ໃນດໍາຣັດ ຂອງ ນາຍົກ ຣັຖມົນຕຣີ ກ່ຽວກັບ ການຕ້ານ ການຟອກເງິນ ແລະ ຕ້ານການ ສນັບສນູນ ເງິນທຶນ ຂອງ ການ ກໍ່ການ ຮ້າຍ ທີ່ມີພຽງ 35 ມາດຕຣາ ນັ້ນ ມັນມີຂໍ້ ຈໍາກັດ ຫລາຍຢ່າງ”.

ທ່ານວ່າ ເມື່ອຮ່າງ ກົດໝາຍ ສະບັບນີ້ ຖືກ ຮັບຜ່ານ ຈາກ ສະພາ ແຫ່ງຊາດ ແລະ ປະກາດ ໃຊ້ແລ້ວ ມັນຈະ ສະທ້ອນ ໃຫ້ເຫັນ ເຖິງ ຄວາມຕັ້ງໃຈ ຂອງ ຣັຖບາລ ແລະ ຈະ ຊຸກຍູ້ ຄວາມ ພຍາຍາມ ທີ່ ຈະເຮັດວຽກ ຮ່ວມກັບ ຂົງເຂດ ແລະ ໃນໂລກ ເພື່ອເອື້ອ ອໍານວຍ ໃຫ້ແກ່ການ ພັທນາ ເສຖກິດ ສັງຄົມ ຢູ່ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.