ຣົດຈາກຝັ່ງໄທຖືກລັກລອບ ເຂົ້າລາວ

ມະນີຈັນ
2015.05.22
f-image ຣົດຈາກຝັ່ງໄທ ຖືກລັກລອບ ເຂົ້າລາວ
RFA

ຂະບວນ ການ ລັກລອບ ນຳຣົຖໃຫຽ່ ຂ້າມຂອງ ຈາກ ຝັ່ງໄທ ເຂົ້າມາ ລາວ ມີ ເຈົ້າໜ້າທີ່ ຣະດັບ ສູງ ຂອງ ທາງການ ລາວ ເປັນຜູ້ ຢູ່ ເບື້ອງຫລັງ, ຊ່ວຍ ອໍານວຍ ຄວາມ ສະດວກ ໃຫ້ ໃນທຸກ ຂັ້ນຕອນ, ນັບ ຕັ້ງແຕ່ ການນໍາ ຣົຖ ຂ້າມ ຂອງ ຈົນຮອດ ຕອນເຮັດ ເອກກະສານ ຕ່າງໆ, ຕີເລກ ຈັກ ແລະ ເລກຖັງ ໃໝ່ ເອົາເອງ. ຕາມ ຄໍາເວົ້າ ຂອງ ນັກ ທຸຣະກິດ ຄ້າຂາຍ ຣົຖໃຫຽ່ ໃນ ແຂວງ ບໍຣິຄຳໄຊ ເມື່ອວັນ ທີ 18 ພຶສພາ 2015:

"ມັນເປັນ ຈັ່ງຊີ້ ມັນເປັນ ຂະບວນການ ເນາະ ເປັນຄົນ ບໍ່ແມ່ນ ປະຊາຊົນ ທັມມະດາ ເນາະ ຜູ້ໃຫຽ່ ເຮັດ ຫັ້ນນ່າ, ຜູ້ມີ ອຳນາດ ຂະເຈົ້າ ເຮັດເດ້ ໂດຍ ທີ່ວ່າ ບໍ່ໄດ້ ຜ່ານ ພາສີ ໂດຍ ທີ່ວ່າ ບໍ່ໄດ້ ຜ່ານ ໂກຕ້າ".

ທ່ານກ່າວ ຕື່ມວ່າ, ຣົດ ນັ້ນ ສ່ວນໃຫຽ່ ເປັນ ຣົຖ ກະບະ ໂຕໂຢຕ້າ ໄຮລັກສ ວີໂກ້ ແຊັມ, ຊຶ່ງ ເປັນຣົຖ ຍອດ ນິຍົມ ກັນ ຢູ່ ໃນລາວ, ທີ່ ມີ ຣາຄາ ສູງ ເຖິງ 1 ລ້ານ 3 ແສນ ບາດ. ແຕ່ ຖ້າຊື້ ຣົຖ ເຖື່ອນ ທີ່ ລັກລອບ ຂ້າມຂອງ  ຣາຄາ ຈະຢູ່ ປະມານ 6 ຫາ 8 ແສນ ບາດ.

ເມື່ອຖາມ ໄປຍັງ ເຈົ້າໜ້າທີ່ ຜແນກ ຄຸ້ມຄອງ ຍານ ພາຫະນະ ກົມ ຂົນສົ່ງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ກໍໄດ້ ຄໍາຕອບ ວ່າ, ຍັງບໍ່ໄດ້ ຮັບ ຣາຍງານ ກ່ຽວກັບ ເຣື້ອງ ນີ້ ເທື່ອ:

"ໂອ້ ໂຕນີ້ ພວກເຮົາ ບໍ່ມີ ຂໍ້ມູນ ຫຍັງໄດ໋, ບໍ່ໄດ້ ມີການ ຣາຍງານ ຫຍັງ ມາຫາ ພວກເຮົາ ເທື່ອ. ຄັນມີ ເຈົ້າໜ້າທີ່ ເຂົາຕ້ອງ ຣາຍງານ. ກະ ໃນກົມ ພວກເຮົາ ນີ້ແຫຼະ ເປັນຜູ້ ຄຸ້ມຄອງ ແຕ່ວ່າ ຄັນມີ ບັນຫາ ເຂົາຕ້ອງ ຣາຍງານ ມາໂລດ, ບໍ່ເຫັນເຂົາ ຣາຍງານ ຫຍັງໄດ໋".

ສໍາລັບ ຈຸດ ທີ່ ມີການ ລັກລອບ ນຳຣົຖ ໃຫຽ່ ຂ້າມຂອງ ເຂົ້າມາ ລາວ ໄດ້ ຢ່າງ ສະດວກ ສະບາຍ ນັ້ນ, ຄາດວ່າ ມີ ເຈົ້າໜ້າທີ່ ຮູ້ ເຫັນນຳ ນັ້ນ, ແມ່ນຢູ່ ຣະຫວ່າງ ແຂວງ ບໍຣິຄຳໄຊ ຂອງລາວ ແລະ ແຂວງ ບຶງການ ຂອງໄທ. ບາງກຸ່ມ ເຖິງຂັ້ນ ປະກາດ ຂາຍຣົຖ ທີ່ ລັກລອບ ຂ້າມຂອງ ມານັ້ນ ຜ່ານ ສື່ສັງຄົມ ອອນລາຍ ໂດຍສະເພາະ ແມ່ນ ຜ່ານ ເຟສບຸກ ຊຶ່ງ ເຈົ້າໜ້າທີ່ ກໍ່ຍັງ ບໍ່ທັນ ມີ ມາຕການ ກວດສອບ ບັນຫາ ນີ້ ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.