ເສຖກິດຂອງລາວ ຈະຫົດໂຕ

ສິດນີ
2020.04.08
F-restaurant ຮ້ານກິນດື່ມ ຮ້ານຄ້າ ບ້ານພັກ ແຫຼ່ງທ່ອງທ່ຽວ ທົ່ວທຸກແຫ່ງໜັກໃຈ
ຮູບພາບ ຈາກ : ນັກຂ່າວພົລເມືອງ

ຜູ້ປະກອບການບໍຣິສັດທ່ອງທ່ຽວ ແຫ່ງນຶ່ງ ຢູ່ນະຄອນຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 8 ເມສາ ປີ 2020 ນີ້ວ່າທຸຣະກິດ ທ່ອງທ່ຽວໂຮງແຮມບ້ານພັກ ຮ້ານອາຫານ ແມ້ແຕ່ຮ້ານຂາຍເຄື່ອງຍ່ອຍ ໂດຍທົ່ວໄປໄດ້ຢຸດກິຈການ ບໍຣິການທັງຫມົດ ເມື່ອບໍ່ມີການຄ້າຂາຍ ແລະການບໍຣິການ ຜົລກະທົບທາງດ້ານເສຖກິດ ກໍຈະເພີ້ມຂຶ້ນ.

“ຫລຸດຫລາຍ ບໍ່ເວົ້າວ່າເສຖກິດແລ້ວດຽວນີ້ ມີແຕ່ເອົາໂຕລອດນຳກັນ ຍ້ອນສະພາບມັນເປັນແນວນີ້ ຖືວ່າຫມົດບໍ່ມີນັກທ່ອງທ່ຽວ ບໍ່ມີຫຍັງ ຈັກຫນ່້ອຍ ຮ້ານບັນເທີງ ບ້ານພັກ ປິດຫມົດເລີຍ ສະພາບມັນກໍຫຍຸ້ງ ຍາກແນວນີ້."

ຜູ້ປະກອບການທ່ານນີ້ ກ່່າວຕື່ມວ່າ ຍັງບໍ່ສາມາດປະເມີນຜົລໄດ້ເທື່ອ ໃນໄລຍະນີ້ ຈົນກວ່າທາງການລາວຈະຄາດຄະເນໄດ້ວ່າ ການຣະບາດ ຂອງໄວຣັສ ໂຄວິດ-19 ນີ້ຈະຫມົດໄປເມື່ອໃດ ຫລືວ່າ ມີຄຳສັ່ງຈາກ ທາງການໃຫ້ເລີ້ມເຄື່ອນໄຫວ ທຸຣະກິດອີກໃຫມ່ ຈື່ງຈະສາມາດປະເມີນ ຜົລກະທົບ ອອກມາເປັນໂຕເລກໄດ້.

ການຈັບຈ່າຍຊື້້-ຂາຍສິນຄ້າ ໃນເຂດນະຄອນຫລວງວຽງຈັນ ໃນເວລານີ້ ງຽບເຫງົາຫລາຍປະຊາຊົນ ບໍ່ອອກບ້ານຍ້ອນຜ່ານມາໄດ້ຊື້ສິ່ງຂອງ ທີ່ຈຳເປັນມາກັກຕຸ້ນໄວ້ແລ້ວ ແຕ່ກຸ່ມພໍ່ຄ້້າແມ່ຄ້າ ບາງຄົນກໍຍັງອອກ ໄປຂາຍເຄື່ອງຢູ່ຕາມເດີມ ເພາະຈຳເປັນຕ້ອງມີຣາຍໄດ້ ມາຈ່າຍຄ່ານ້ຳ ຄ່າໄຟ ໃນແຕ່ລະເດືອນ ດັ່ງແມ່ຄ້າຄົນນຶ່ງຢູ່ນະຄອນຫລວງວຽງຈັນ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:

“ຊື້ກະມັນກະຄືແຕ່ເກົ່າຫັ້ນຫນ່າ ດົນໆມາເທື່ອນື່ງ ກະບໍ່ຂາຍດີຄືເກົ່າ ແຕ່ຫາກບໍ່ໄດ້ເຊົາຂາຍຫັ້ນຫນ່າ ງຽບເຫົງາແລ້ວ ບໍ່ມີຄົນກາຍທາງ ຄ່ຳມາ ກະປິດເຮືອນນອນ ພໍໃຜພໍມັນແລ້ວ ຂາຍຫນ້ອຍລົງແລ້ວດຽວນີ້ ກະດາຍ ຂາຍໄປເທືອລະເລັກລະນ້ອຍ ພໍໄດ້ຈ່າຍຄ່ານ້ຳຄ່າໄຟ.”

ແມ່ຄ້າຜູ້ນີ້ກ່າວຕື່ມວ່າ ເຖິງແມ່ນວ່າ ຣັຖບານລາວ ຈະມີມາຕການຫລຸດຜ່ອນຄ່ານ້ຳຄ່າໄຟ ໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບກໍຕາມ ແຕ່ກໍຍັງບໍ່ຫມັ້ນໃຈ ໃນມາຕການດັ່ງກ່າວ ຈື່່ງຫັນມາເປີດຮ້ານຄືເກົ່າ ເຖິງແມ່ນວ່າ ຈະມີຄວາມສ່ຽງກໍຕາມ.

ຜູ້ປະກອບການຮ້ານຂາຍເຄື່ອງຍ່ອຍແຫ່ງນຶ່ງຢູ່ເມືອງວັງວຽງ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ດຽວນີ້ຢູ່ເມືອງວັງວຽງ ບໍ່ມີການ ເຄື່ອນໄຫວທາງດ້ານເສຖກິດ ທຸກຢ່າງຢຸດກິຈການຊົ່ວຄາວຫມົດ.

“ຢູ່ເມືອງວັງວຽງເຂົາແຮ່ງຮ້ອງຕາຍກາກໆຫມົດທຸກຄົນ ພວກບ້ານພັກ ຮ້ານອາຫານ ມັນບໍ່ມີແຂກ ມີຄົນ ຮ້ານພິສັງກະປິດ ຫມົດທີບ.”

ກ່ຽວກັບບັນຫາດັ່ງກ່າວ ນັກເສຖສາດລາວ ທ່ານນຶ່ງ ໄດ້ໃຫ້ທັສນະ ຕໍ່ຜູ້່ຂ່າວເອເຊັຽເສຣີ ໃນມື້ວັນທີ 8 ເມສານີ້ວ່າ ການປະເມີນຜົລຂອງ ເສຖກິດລາວ ຈະຂຍາຍໂຕລົງຫລື ຈີດີພີ ຈະຂຍາຍໂຕພຽງແຕ່ 3.6% ໃນປີ 2020 ຂອງທະນາຄານໂລກ ວ່າງລ່າສຸດນີ້ຖືວ່າ ສົມເຫດ ສົມຜົລ ກັບສະພາບຄວາມເປັນຈິງ ແລະອາດເປັນໄປໄດ້ ວ່າ ເສຖກິດລາວ ຈະຂາຍໂຕຊ້າລົງກວ່ານີ້ ຖ້າຫາກສະຖານະການຕ່າງໆ ຍັງບໍ່ກັບສູ່ ສະພາວະປົກກະຕິໃນໄວໆນີ້.

“ຫລຸດລົງ 50% ມັນມີຄວາມເປັນໄປໄດ້ເພາະວ່າ ບັນຫາເຣື້ອງໂຄໂຣນາໄວຣັສ ມັນຈະບໍ່ແລ້ວງ່າຍໆ ເພາະວ່າມັນແມ່ນວ່່າຄວບຄຸມໄດ້ ສ່ວນນຶ່ງຫັ້ນຫນາ ແຕ່ວ່າການຈ່າຍເງິນມັນຈະນ້ອຍລົງ ກິຈການການ ຜລິດການຫຍັງ ຍັງມີຄວາມຫຍຸ້ງຍາກ ເພາະສະນັ້ນ ການປະເມີນ ອັດຕຣາ ການຂຍາຍໂຕຂອງຈີດີພີ ຫລຸດລົງ 50% ຂ້ອຍຄິດວ່າ ສົມເຫດສົມຜົລ.”

ທ່ານກ່າວຕື່ມວ່າ ຂແນງການທີ່ຈະໄດ້ຮັບຜົລກະທົບຫນັກທີ່ສຸດ ຈາກໂຣຄໄວຣັສໂຄວິດ-19 ຣະບາດຄັ້ງນີ້ ຄື ຂແນງການທ່ອງທ່ຽວ ແລະ ຂແນງການທີ່ກ່ຽວຂ້ອງ ກັບວຽກງານການທ່ອງທ່ຽວ ເປັນຕົ້້ນການ ຂົນສົ່ງ ໂຮງແຮມ ແລະຮ້ານອາຫານ.

“ໃນເຣື້ອງການທ່່ອງທ່ຽວ ເປັນຂແນງການທີ່ໄດ້ຮັບຜົລກະທົບກ່ອນອື່ນທັງຫມົດ ແລ້ວກະແຮງທີ່ສຸດການທ່ອງທ່ຽວ ແລະກ່ຽວພັນກັບການ ທ່ອງທ່ຽວ ການຂົນສົ່ງ ອີຫຍັງຕ່າງໆ ອາຫານ ການກີິນໂຮງແຮມ."

ອິງຕາມຣາຍງານ ຂອງ ທະນາຄານໂລກ ໃນມື້ວັນທີ 27 ມີນາ ປີ 2020 ຣະບຸວ່າການຣະບາດຂອງ ໂຣຄໂຄວິດ-19 ເທື່ອນີ້ຈະດຶງການ ຂຍາຍໂຕຂອງເສຖກິດລາວໃນປີ 2020 ມາຢູ່ໃນຣະດັບ 3.6% ໃນ ກໍຣະນີການຣະບາດບໍ່ຮ້າຍແຮງ ແຕ່ຖ້າຫາກການຣະບາດຮ້່າຍແຮງ ເສຖກິດຂອງລາວ ອາດຈະຂຍາຍໂຕພຽງແຕ່ 2.2% ເທົ້່ານັ້້ນ.

ເຖິງຢ່າງໃດກໍຕາມທະນາຄານໂລກຍັງເຊື່ອວ່າໃນປີ 2021 ເສຖກິດລາວຈະຂຍາຍໂຕເພີ້ມຂຶ້ນໃນຣະດັບ 5.8%. ນອກຈາກນີ້ ທະນາຄານ ໂລກ ຍັງໄດ້ຣາຍງານອີກວ່າ ການຣະບາດຂອງໂຣຄໄວຣັສ ໂຄວິດ-19 ຍັງຈະສົ່ງຜົລກະທົບ ຕໍ່ຄວາມທຸກຍາກຂອງ ປະຊາຊົນກອນໃນ ພາກພື້້ນ ເອເຊັັຽຕຕາເວັນອອກ ແລະ ປາຊິຟິກ ເກືອບ 24 ລ້ານ ຄົນນຳອີກ  ກຸ່ມດັ່ງກ່າວ ຈະບໍ່ສາມາດຫລຸດ ພົ້ນຈາກຄວາມທຸກຍາກ ໄດ້ໃນປີ 2020 ໃນນັ້ນຮ່ວມດ້ວຍ ສປປລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.