ທາງການລາວວ່າບໍ່ມີຄົນງານ ປະທ້ວງ

ໄມຊູລີ
2015.03.24
F-workers ຄົນງານລາວ ທີ່ ອອກມາປະທ້ວງ ເຈົ້າຂອງໂຮງງານ ເຣື້ອງ ຈ່າຍເງິນເດືອນຊ້າ
Citizen Journalist

ພາຍຫຼັງ ເກີດເຫດ ການ ປະທ້ວງ ເຣື້ອງ ການຈ່າຍ ເງິນ ເດືອນ ໃຫ້ ຄົນງານ ຊ້າ ເປັນເວລາ 2 ເດືອນ ຢູ່ ໂຮງງານ ບໍ່ ເກືອ ກາລີ ເຂດ ບ້ານ ດົງບອງ ເມືອງ ນາຊາທອງ, ນະຄອນ ຫຼວງ ວຽງຈັນ ເມື່ອ ວັນທີ 18 ມິນາ 2015 ທີ່ ຜ່ານມາ ນີ້, ເຈົ້າໜ້າທີ່ ທາງການ ລາວ ກໍ່ໄດ້ ເປີດເຜີຍ ຕໍ່ ເອເຊັຽ ເສຣີ ເມື່ອ ວັນທີ 23 ມິນາ 2015 ນີ້ວ່າ ບໍ່ມີການ ປະທ້ວງ ໃດໆ ເກີດຂຶ້ນ ໃນ ສະຖານທີ່ ດັ່ງກ່າວ, ເປັນພຽງ ແຕ່ ການ ບໍ່ເຂົ້າໃຈ ກັນ ຣະຫວ່າງ ນາຍຈ້າງ ຊາວຈີນ ແລະ ຄົນງານ ຊື່ໆ ແລະ ປະຈຸບັນ ທຸກຢ່າງ ກໍ່ກັບ ເຂົ້າສູ່ ສະພາບ ປົກກະຕິ ແລ້ວ. ດັ່ງ ເຈົ້າໜ້າທີ່ ຫ້ອງການ ແຮງງານ ແລະ ສວັດດີການ ສັງຄົມ ເມືອງ ນາຊາຍທອງ ເວົ້າວ່າ:

“ໂຕນີ້ ອັນນັ້ນແລ້ວ ທາງ ພວກເຮົາ ໄດ້ລົງ ແລ້ວເນາະ. ໂຕນີ້ ມັນກະ ບໍ່ແມ່ນ ການເວົ້າ ເຣື້ອງ ການ ປະທ້ວງ, ມັນ ກະແບບ ວ່າ ກັມມະກອນ ຂະເຈົ້າ ບໍ່ເຂົ້າໃຈ ຊື່ໆ ຣະຫວ່າງ ນາຍຈ້າງ ກັບ ກັມມະກອນ ຫັ້ນນ່າ. ອັນນີ້ ແມ່ນ ທາງການ ຈັດຕັ້ງ ພວກເຮົາ ໄດ້ລົງແກ້ ແລ້ວ ເນາະ”.

ຕາມທີ່ ກັມມະກອນ ຈຳນວນ ໜຶ່ງ ໄດ້ ຢືນຢັນ ຕໍ່ ຜູ້ສື່ຂ່າວ ພວກເຮົາ ເມື່ອ ອາທິດ ທີ່ ແລ້ວນີ້ ວ່າ ມີການ ຈ່າຍ ເງິນເດືອນ ຊ້າ ແລະ ຈ່າຍ ຢ່າງ ບໍ່ ເທົ່າທຽມ ກັນກັບ ກັມມະກອນ ທີ່ ເປັນ ຄົນຈີນ ທີ່ ໄດ້ຮັບ ເງິນເດືອນ ເປັນ ປົກກະຕິ. ເຣື້ອງນີ້ ເຈົ້າໜ້າທີ່ ລາວ ວ່າການ ຈ່າຍເງິນ ໃຫ້ ກັບ ກັມມະກອນ ລາວ ແລະ ກັມມະກອນ ຈີນ ກໍ່ແມ່ນ ປະຕິບັດ ຢ່າງ ເທົ່າທຽມ ກັນ.

ໃນຂນະ ດຽວກັນ, ສູນກາງ ສະຫະພັນ ກັມມະບານ ລາວ ທີ່ ມີໜ້າທີ່ ປົກປ້ອງ ສິດທິ ແລະ ຜົນ ປະໂຫຍດ ຂອງ ຜູ້ອອກ ແຮງງານ ໃນລາວ ໃຫ້ ຄໍາຕອບ ວ່າ ກັມມະບານ ຂັ້ນເມືອງ ລົງໄປ ແກ້ໄຂ ແລ້ວ ໂດຍ ໄດ້ແຈ້ງ ໃຫ້ ທາງເຈົ້າ ຂອງ ໂຮງງານ ຮັບຮູ້ ແລ້ວ. ດັ່ງ ເຈົ້າໜ້າທີ່ ຈາກ ກົມ ຄຸ້ມຄອງ ແຮງງານ ໄດ້ກ່າວ ໃນ ວັນທີ 23 ມີນາ 2015 ວ່າ:

“ອື… ພວກເຮົາ ກະຊິໄດ້ ມີການ ສຶກສາ ອົບຮົມ ຫັ້ນແຫຼະ ໃຫ້ ຂະເຈົ້າ ຕ້ອງໄດ້ ປະຕິບັດ ກົດໝາຍ ແຮງງານ ຂອງ ສປປລາວ, ລະກະ ຊິໄດ້ ສ້າງຕັ້ງ ກັມມະບານ ຂຶ້ນຢູ່ ທີ່ ໂຮງງານ ເພື່ອ ໃຫ້ ມີຜູ້ ຕາງໜ້າ ໃຫ້ ແກ່ ລູກຈ້າງ ຫັ້ນນ່າ”.

ໂຮງງານ ຜລິດ ເກືອ ກາລີ ແຫ່ງນີ້ ມີ ບໍຣິສັດ ເຈວີ ຄວາງໄຮ່ ກັນລຸງ, ບໍລິສັດ ຊິນໂນ ໄຮໂດຣ ແລະ ຣັຖບານ ລາວ ຖືຫຸ້ນ ຮ່ວມກັນ, ຂໍ້ມູນ ຈາກ ການສຳຫຼວດ ຂອງ ທະນາຄານ ໂລກ ເມື່ອປີ 2006 ແຈ້ງໃຫ້ ຮູ້ວ່າ ບໍ່ເກືອ ກາລີ ເຂດບ້ານ ດົງບອງ ຫາ ບ້ານ ທ່າງ່ອນ ອາດມີ ແຮ່ເກືອ ກາລີ 50 ພັນ ລ້ານ ໂຕນ ຕ້ອງໃຊ້ ເວລາ ຫຼາຍຮ້ອຍ ປີ ຈຶ່ງ ຈະຂຸດ ໝົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.