ທາງການ ລາວ ມອບໃຫ້ ບໍຣິສັດ ຕັງຈະເຣີນ ໄດ້ຮັບ ສໍາປະທານ ກໍ່ສ້າງ ຍົກຣະດັບ ເສັ້ນທາງ ສີ່ແຍກ ຕານມີໄຊ ໄປຫາ ສາມແຍກ ສີເກີດ, ແຕ່ວ່າ ຣາຄາ ການ ກໍ່ສ້າງ ກໍຍັງສູງ ຢູ່.
ການກໍ່ສ້າງ ແລະ ສ້ອມແປງ ເສັ້ນທາງ ດັ່ງກ່າວ ມີຄວາມຍາວ ປະມານ 9 ກິໂລແມັດ ແລະ ກວ້າງ ເກືອບ 30 ແມັດ ປູເບຕົງ ເສີມເຫຼັກ ຊຶ່ງ ເປັນ ເສັ້ນທາງ 6 ເລນ ມູນຄ່າ ການ ກໍ່ສ້າງ ປະມານ 54 ລ້ານ ໂດລາ ສະຫະຣັຖ, ໂດຍ ແມ່ນ ບໍຣິສັດ ຕັງຈະເຣີນ ເປັນ ຜູ້ລົງທຶນ 100%. ອີງຕາມ ຂໍ້ມູນ ຈາກ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ນະຄອນຫຼວງ ວຽງຈັນ.
ແຕ່ວ່າ ນັກ ຊ່ຽວຊານ ກໍ່ສ້າງ ຂົວ-ທາງ ຜູ້ທີ່ ບໍ່ ປະສົງ ອອກຊື່ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ ການກໍ່ສ້າງ ຂະໜາດນີ້ ຄວາມຍາວ 9 ກິໂລແມັດ ແລະ ກວ້າງ ເກືອບ 30 ແມັດ, ມີໄຟ ເຍືອງ ທາງ, ພື້ນ ຖະໜົນ ຄວາມໜາ ບໍ່ເກີນ 25 ເຊັນ, ມູນຄ່າ ທັງໝົດ ປະມານ 54 ລ້ານ. ມາຄິດໄລ່ ສະເລັ່ຽ ແລ້ວ ແມ່ນ 6 ລ້ານ ໂດລາ ຕໍ່ 1 ກິໂລແມັດ ນັ້ນ ຖືວ່າ ຣາຄາ ຍັງສູງ ຢູ່.
ຊ່ຽວຊານ ທ່ານນີ້ ຍັງເວົ້າ ຕື່ມອີກວ່າ ປົກກະຕິ ແລ້ວ, ຖ້າຄິດໄລ່ ແບບໂປ່ງໄສ ແລະ ຍຸຕິທັມ ແທ້ໆ ຣາຄາ ຈະຕົກຢູ່ ປະມານ 4 ລ້ານ ໂດລາ, ແລະ ໃນການ ກໍ່ສ້າງ ແລະ ຍົກຣະດັບ ທາງ ເສັ້ນນີ້ ບໍ່ໄດ້ ຖົມດິນ ຫຼາຍ ຍ້ອນວ່າ ທາງ ໂຕເກົ່າ ມີດິນຢູ່ ແລ້ວ.
ບັດຈຸບັນ ກໍາລັງ ຢູ່ໃນ ຂັ້ນຕອນ ການ ພິຈາຣະນາ ໃນ ຂັ້ນ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ນວນຕາ ຫອມປະທຸມ ຮອງ ຫົວໜ້າ ໂຍທາ ທິການ ແລະ ຂົນສົ່ງ ນະຄອນຫຼວງ ວຽງຈັນ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ, ການ ກໍ່ສ້າງ ເສັ້ນທາງ ແຕ່ ຕານມີໄຊ ໄປຫາ ສາມແຍກ ສີເກີດ ພວກເຮົາ ບໍ່ທັນ ໄດ້ຮູ້ວ່າ ຈະ ເລີ້ມມື້ໃດ ເທື່ອ ເພາະວ່າ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ກໍາລັງ ຄົ້ນຄວ້າ ການ ອອກແບບ ແລະ ຣາຄາ ເພື່ອ ນໍາສະເໜີ ຣັຖບານ ຢູ່.
ກ່ຽວກັບ ໂຄງການ ກໍ່ສ້າງ ເສັ້ນທາງ ແຕ່ ໄຟແດງ ຕານມີໄຊ ໄປຫາ ສາມແຍກ ສີເກີດ ນັ້ນ, ຜ່ານມາ ກໍມີກຸ່ມ ບໍຣິສັດ ອອກແບບ ແລະ ສໍາຣວດ ທາງ ຣົດໄຟ ເລກ 3 ຫລື TSDI ເຄີຍ ສະເໜີ ຣາຄາ ການກໍ່ສ້າງ ຕໍ່ ຣັຖບານ ລາວ, ຊຶ່ງມີ ມູນຄ່າ ປະມານ 68 ລ້ານ ໂດລາ ສະຫະຣັຖ, ແຕ່ວ່າ ຫລັງຈາກ ນັ້ນ ບໍຣິສັດ ຕັງຈະເຣີນ ໄດ້ ສະເໜີ ລາຄາ ປະມານ 54 ລ້ານ ໂດລາ, ຊຶ່ງ ຖືກກວ່າ ກຸ່ມ ບໍຣິສັດ ອອກແບບ ແລະ ສໍາຣວດ ທາງ ຣົດໄຟ ເລກ 3 ປະມານ 14 ລ້ານ ໂດລາ. ອີງຕາມ ຂໍ້ມູນ ຈາກ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ.