ທ້ອງຖິ່ນບໍ່ມີສິດກວດສອບ ໂຄງການ ໃຫຽ່
2015.04.19
ເຈົ້າໜ້າທີ່ ຫ້ອງການ ຫລາຍໆ ເມືອງ ຂອງ ລາວ ມີບັນຫາ ດຽວກັນ ຄື ບໍ່ມີສິດ ບໍ່ມີ ອຳນາດ ໃນການ ກວດສອບ ໂຄງການ ຂນາດ ໃຫຍ່ ຫລື ໂຄງການ ຂອງ ຊາວ ຕ່າງ ປະເທດ ທີ່ ຕັ້ງຢູ່ ໃນເຂດ ເມືອງ ຊຶ່ງ ຕົນ ຮັບ ຜິດຊອບ ຍ້ອນ ຫລາຍ ໂຄງການ ແມ່ນ ຂັ້ນແຂວງ ເປັນຜູ້ ອະນຸມັດ ຫລື ຫລາຍ ໂຄງການ ອ້າງວ່າ ຮູ້ຈັກກັບ ເຈົ້າໜ້າທີ່ ຂັ້ນ ສູນກາງ ເຮັດໃຫ້ ການ ກວດສອບ ຫລື ການ ຄຸ້ມຄອງ ໂຄງການ ຕ່າງໆ ບໍ່ທົ່ວເຖິງ ບໍ່ ສມ່ຳ ສເມີ. ດັ່ງ ເຈົ້າໜ້າທີ່ ແຂວງ ຈຳປາສັກ ທ່ານນຶ່ງ ກ່າວວ່າ:
"ເພາະວ່າ ມັນ ເປັນ ໂຄງການ ໃຫຍ່ ແນ່ ເຮົາ ກໍບໍ່ໄດ້ ຮັບ ຜິດຊອບ ມີແຕ່ວ່າ ຕິດຕາມ ເບິ່ງ ການ ຕິດຕາມ ກໍ ຍັງຍາກ ບໍ່ຢາກ ເປັນ ປົກຕິ ການ ອະນຸຍາດ ດ້ານ ເອກສານ ນິຕິກັມ ທາງ ເມືອງ ເຮົາ ບໍ່ຮູ້ນຳ ເນາະ ຍ້ອນວ່າ ເຮົາ ບໍ່ມີ ນິຕິກັມ ທາງເທິງ ເພິ່ນ ມອບໃຫ້ ວ່າ ໃຫ້ ເມືອງ ເປັນຜູ້ ຕິດຕາມ ຄວາມ ຄືບໜ້າ ຂອງ ໂຄງການ ແລ້ວ ຣາຍງານ ອີ່ຫຍັງ ຫັ້ນ ນະເນາະ ສ່ວນຫລາຍ ແລ້ວ ໄປນຳ ໂຄງການ ແມ່ນ ທາງ ແຂວງມາ ເພິ່ນ ຈັ່ງໄດ້ ເຊີນເຮົາ ເຂົ້າຮ່ວມ ອີ່ຫຍັງ ໄປ ຈັ່ງຊັ້ນ".
ທ່ານ ວ່າ ເຈົ້າໜ້າທີ່ ຂັ້ນເມືອງ ຢູ່ ໃກ້ຊິດ ກັບ ໂຄງການ ເຫັນ ບັນຫາ ຂອງ ໂຄງການ ແຕ່ ບໍ່ມີສິດ ເຂົ້າໄປ ແກ້ໄຂ ຫລື ກວດສອບ ໂຄງການ ທີ່ ບໍ່ ປະຕິບັດ ຕາມ ຣະບຽບ ກົດໝາຍ ຫລື ຂໍ້ຕົກລົງ. ການສເນີ ໄປຫາ ຂັ້ນ ແຂວງ ຫລື ຂັ້ນ ສູນ ກາງ ກໍມີຄວາມ ລ່າຊ້າ ສ້າງ ຄວາມ ເສັຽຫາຍ ໃຫ້ ປະຊາຊົນ ຫລື ສ້າງຄວາມ ຍາກ ລຳບາກ ໃນ ການ ດຳເນີນ ຊີວິດ ຂອງ ປະຊາຊົນ ເຊັ່ນ ໂຄງການ ສັມປະທານ ປູກພືດ ອຸດສາຫະກັມ ທີ່ ຫລາຍຄັ້ງ ຂັດແຍ່ງ ໃນ ເຣື້ອງ ທີ່ດິນ ທຳມາ ຫາກິນ ກັບ ປະຊາຊົນ.
ເຈົ້າໜ້າທີ່ ອີກ ທ່ານນຶ່ງ ຈາກ ແຂວງ ອຸດົມໄຊ ກໍເວົ້າວ່າ ຢາກໃຫ້ ທາງ ສູນກາງ ຫລື ທາງ ແຂວງ ມອບ ອຳນາດ ການ ກວດກາ ໃຫ້ ທາງເມືອງ ຍ້ອນ ທີ່ຜ່ານມາ ມັກ ມີບັນຫາ ກັບ ໂຄງການ ຕ່າງ ປະເທດ ພາຍໃນ ເຂດ ຮັບ ຜິດຊອບ ຂອງ ຕົນ ເພາະຄົນ ຂອງ ບໍຣິສັດ ຕ່າງ ປະເທດ ມັກ ບໍ່ຟັງ ຄຳ ແນະນຳ ຂອງ ເຈົ້າໜ້າທີ່ ເມືອງ.
"ມັນກໍ ຫຍູ້ງເນາະ ເພາະ ຂັ້ນວ່າ ບໍ່ມີ ຂັ້ນເທິງ ມາຊ່ວຍ ມັນສິຍາກ ເພາະວ່າ ເມືອງ ເຮົາ ມັນກໍມີ ພາຣະ ບົດບາດ ວ່າ ເຮົາເປັນ ເຈົ້າໜ້າທີ່ ຂັ້ນເມືອງ ກໍຖືວ່າ ບໍ່ເຕັມ ເທົ່າ ຂັ້ນແຂວງ ບໍ່ເຕັມເທົ່າ ຂັ້ນ ສູນກາງ ກໍ ຢ່າເນາະ ແຕ່ວ່າ ບົດບາດ ຂອງ ເຮົາ ກໍ ທຽບເທົ່າ ແຕ່ວ່າ ພາຣະ ໜ້າທີ່ ຂອງເຮົາ ອາຈບໍ່ເທົ່າ ຢາກໃຫ້ ພວກ ວຽດ ເນາະ ພວກຈີນ ເຂົ້າໃຈ ໜ້ອຍນຶ່ງ ມັນ ບໍ່ເວົ້າ ນຳເຮົາ".
ທ່ານ ເວົ້າວ່າ ບັນຫາ ທີ່ ມັກພົບ ຢູ່ ເລື້ອຍ ຄື ຈໍານວນ ຄົນງານ ຕ່າງ ປະເທດ ມີເກີນ ກໍານົດ ທີ່ ກົດໝາຍ ບົ່ງ ເອົາໄວ້ ໂດຍສະເພາະ ຄົນງານ ຈີນ ແລະ ວຽດນາມ ຊຶ່ງ ເຈົ້າໜ້າທີ່ ຂັ້ນເມືອງ ໄດ້ ພຍາຍາມ ຕັກເຕືອນ ເຈົ້າຂອງ ໂຄງການ ຫລື ບໍຣິສັດ ຕ່າງໆ ແຕ່ ສ່ວນຫລາຍ ຈະບໍ່ຮັບ ຟັງຄວາມ ເຈົ້າໜ້າທີ່ ເມືອງ ເວົ້າ ຍ້ອນ ເຫັນວ່າ ບໍ່ມີ ອຳນາດ ທີ່ ຈະແກ້ໄຂ ບັນຫາ ໄດ້.