ບັນຫາຢາເສບຕິດ ເປັນວາຣະແຫ່ງຊາດ

ອຸ່ນແກ້ວ ສຸກສະຫວັນ
2021.08.10
ບັນຫາຢາເສບຕິດ ເປັນວາຣະແຫ່ງຊາດ ຫ້ອງວ່າການສໍານັກງານ ນາຍົກຣັຖມົນຕຣີ ທີ່ ນະຄອນຫຼວງວຽງຈັນ.
ວິກິພິເດັຽ

ຣັຖບານ ໄດ້ເອົາບັນຫາຢາເສບຕິດ ເປັນວາຣະແຫ່ງຊາດ ຍ້ອນວ່າ ຢາເສບຕິດຣະບາດຢູ່ໃນຊຸມຊົນຫຼາຍ ໃນປັດຈຸບັນ. ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ກະຊວງປ້ອງການຄວາມສະຫງົບ ມີຜູ້ຕິດຢາທັງໝົດ 0.94 ເປີເຊັນ ຂອງພົລເມືອງລາວທັງໝົດ. ໃນອັດຕຣາສ່ວນ 0.94 ເປີເຊັນ ຂອງ ພົລເມືອງລາວມີປະມານ 7 ລ້ານ ຄົນ ກໍເທົ່າກັບວ່າ ທົ່ວປະເທດ ມີຄົນຕິດຢາເສບຕິດປະມານ 65,000 ຄົນ.

ສ່ວນ ວ່າການໃຊ້ມາຕການ ກໍຄື ຈັບແຕ່ຜູ້ເສບ ແລະ ຜູ້ຂົນສົ່ງຢາເສບຕິດ ແຕ່ ຜູ້ທີ່ຄ້າ ຣາຍໃຫຍ່ ກໍຍັງບໍ່ມີການດຳເນີນຄະດີ ຢ່າງ ຈິງຈັງ.

ປະຊາຊົນ ທ່ານນຶ່ງ ໄດ້ໃຫ້ສັມພາດຕໍ່ເອເຊັຽເສຣີ ວ່າ:

ປະຊາຊົນ: ມີຄວາມຕ້ອງການມາແຕ່ດົນ ແຕ່ຮຽນຈົບປລິນຍາໃໝ່ໆ ຢູ່ວຽງພຸ້ນລະ ບໍ່ທັນຈົບຊັ້ນນ່າ ປີ 2001 ຍັງບໍ່ທັນຈົບ 2002 ຮູ້ສຶກວ່າ ບ້ານເມືອງ ເຣີ່ມມີຢາເສບຕິດ ເບິ່ງໄປເບິ່ງມາ ມີຫຼາຍເຂດ ຫຼາຍແຂວງ ທີ່ເຮົາໄດ້ຮູ້ໄດ້ເຫັນ ຫັ້ນນ່າ ແຕ່ວ່າ ມາຖາມຫາວ່າ ຂໍ້ມູນ ຢາກໄດ້ຫຼັກຖານຫັ້ນນ່າບໍ່ມີໃຫ້ ແຕ່ເຄີຍຮູ້ເຄີຍເຫັນ ມັນເປັນຄວາມຈິງຫັ້ນຄື ມັນແມ່ນເຈົ້າໜ້າທີ່ກ່ຽວຂ້ອງ ບໍ່ເອົາໃຈໃສ່ເທົ່າທີ່ ຄວນ ແລະ ກະຫາກິນນຳເຂົາຕື່ມຫັ້ນອີກ ຫາກິນນຳເຂົາຕື່ມ.

ນັກຂ່າວ: ອັນເຈົ້າໜ້າທີ່ນີ້ຫວະ?

ປະຊາຊົນ: ແມ່ນແລ້ວ ຄັນວ່າ ຊິໃຫ້ເຮົາຫາຫຼັກຖານມາ ມັນກະເຮົາໄປຫຼາຍເຂດ ມັນກະບໍ່ຮູ້ໄດ໋ເນາະ ເຮົາຮູ້ຢູ່ຫັ້ນຈັກຊິເປັນຈັ່ງໃດ ໄປ ແລ້ວ ເຮົາໄປໝົດເກືອບທົ່ວປະເທດເດ້ ຕັ້ງແຕ່ 2003-2004 ມານີ້ ຕັ້ງແຕ່ຜົ້ງສາລີ ຈົນຮອດອັດຕະປື. ເວົ້າງ່າຍໆ ໂດຍສະເພາະ ຄືຢູ່ເມືອງໂຂງ ຢູ່ບ້ານຂ້ອຍ ເຂົາຂາຍຢາເສບຕິດຢູ່ຂີ້ນາກ ລະເປັນຫຍັງຍັງບໍ່ຈັບ ເຂົາຂາຍມາແຕ່ປີ 2008-2009 ບໍ່ເຫັນໄປຈັບ ຈັບແຕ່ຄົນເສບຫັ້ນ ໄປໃໝ ຜູ້ 4-5 ແສນ ຄຳເອື້ອຍຂ້ອຍບາດນຶ່ງ ຈົນໝົດ ຍ້ອນຂາຍເອົາໄປໄຖ່ເອົາຫຼານ ຍ້ອນເຂົາເອົາລູກໂຕມາ ເຂົາຈັບໄປໃສ່ຄຸກ.

ນັກຂ່າວ: ຄຶດວ່າ ເຈົ້າໜ້າທີ່ຮູ້ບໍ່ວ່າ ຜູ້ຂາຍ ແມ່ນໃຜ?

ປະຊາຊົນ: ແນ່ນອນ ຮູ້ ຂ້ອຍເອົາຊີວິດແລກກະໄດ້ ຮູ້ແຕ່ບໍ່ໝົດທຸກຄົນ ສ່ວນໜ້ອຍມັນອອກ ນອກລູ້ນອກທາງ ມີສ່ວນໜ້ອຍຮູ້ ມີ.

ນັກຂ່າວ: ຮູ້ລະ ເຈົ້າໜ້າທີ່ ຄືບໍ່ໄປຈັບ ຄື ວ່າບໍ່ໄປດຳເນີນການຈັ່ງໃດ?

ປະຊາຊົນ: ມັນເປັນຈັ່ງຊີ້ເຂົາເຮັດນະເນາະ ເຂົາຮູ້ເຂົາກິນນຳກັນ. ຊິໄປຈັບ ເຂົາກະບອກກັນເດ້ ໂທຣະສັບມືຖື ມັນຕີດບາດດຽວ. ຜູ້ ນັ່ງໃນປະຊຸມ ຕົກລົງກັນວ່າ ຊິຈັບບັກນີ້ ຂາຍຢາເສບຕິດນີ້ ອອກຈາກປະຊຸມປັບ ເຂົາກະຮູ້ໂລດ. ເຮີຍມືງ ອັນນັ້ນເດີ້ ຕຽມເດີ້ ຫຼືວ່າ ເຈົ້າເວົ້າກັນແລ້ວ ມື້ອື່ນນີ້ ຊິປະຊຸມ ນີ້ມັນກະບອກໂລດ ຕຽມຈັດການຕົວຫຍັງ ໃຫ້ມັນຮຽບຮ້ອຍ ບໍ່ໃຫ້ມີບັນຫາ ເຂົາຊິກວດມືງລະໄດ໋ ເຫັນບໍ່ ແມ່ນຫຍັງ ເພາະວ່າ ຄົນຜູ້ຮັກສາກົດໝາຍ ພັດໄປເປັນໂຈນ ຮ່ວມກັບໂຈນ ມັນກະບອກ ຊັ້ນຕົ່ວ. ແຕ່ກະມີ ອັນເຂົາ ບໍ່ບອກ ເຂົາຈັບກະມີ ເພື່ອຫຍັງເອົາຜົລງານນຳ ເອົາເງິນນຳ ມັນເປັນຈັ່ງຊັ້ນໄດ໋.

ນັກຂ່າວ: ແຕ່ວ່າ ເພິ່ນເອົາ ຈົນເຖິງຂັ້ນເອົາບັນຫານີ້ ມາເປັນວາຣະແຫ່ງຊາດນີ້ ຄຶດວ່າ ມັນເບົາ ຫຼື ມັນໜັກ ເພິ່ນຈັ່ງຄ່ອຍ ເອົາມາ ເປັນວາຣະແຫ່ງຊາດນີ້?

ປະຊາຊົນ: ຖ້າໂຕໄດ໋ ບໍ່ໜັກທີ່ສຸດຕໍ່ປະເທດຊາດ ເຂົາບໍ່ເອົາມາເປັນວາຣະແຫ່ງຊາດເດັດຂາດ ບໍ່ວ່າຊາດໃດ ກະຢ່າ ມັນຫຼັກການ ດຽວກັນ. ຖ້າບໍ່ທຳຮ້າຍປະເທດຊາດບ້ານເມືອງ ເຖິງສຸດໆ ເຂົາບໍ່ເອົາມາເປັນວາຣະແຫ່ງຊາດ.

ຄຳວ່າ ວາຣະແຫ່ງຊາດ ຄື ຊາດຊິໄປບໍ່ລອດ ຮອດໂຕນັ້ນແລ້ວ ຈຳເປັນຕ້ອງເອົາມາເວົ້າກ່ອນວ່າ ຕ້ອງເຮັດ ໃຫ້ມັນໄດ້ ມັນຈັ່ງຊັ້ນໄດ໋ ຈັ່ງເອົາມາເປັນວາຣະແຫ່ງຊາດ.

ນັກຂ່າວ: ຂັ້ນຕອນ ຫຼືວ່າ ເວລາເພິ່ນປະຕິບັດ ອັນນີ້ ກ່ອນເພິ່ນຈະລົງມືປຕິບັດນເນາະ ເຮົາເບິ່ງວ່າ ເຮົາຈະສາມາດເຈາະເລິກ ໄດ້ ຂນາດໃດ ຈັບໂຕບົງການໃຫຍ່ໄດ້ຂນາດໃດ ແລະ ມັນຈະໄດ້ຮັບຜົລຂນາດໃດ?

ປະຊາຊົນ: ໂຕນີ້ ໂຕນີ້ ມັນຕ້ອງເວົ້າເຣື່ອງເວລາ ນຶ່ງເວລາ ສອງປະຕິບັດກົດໝາຍ ສາມ ກົດໝາຍອອກມາຕ້ອງບໍ່ມີຊ່ອງວ່າງ ໃຫ້ ເຈົ້າໜ້າທີ່ຣັຖໄປເຮັດແນວອື່ນ ເພາະວ່າ ກົດໝາຍມັນຍັງບໍ່ພຽງພໍເດ້.

ອັນທີ່ໜັກທີ່ສຸດຫັ້ນຄືຕ້ອງ ບໍ່ມີແບກອັບ ຄັນມີແບກອັບ ກົດໝາຍຈັ່ງໃດກະເອົາບໍ່ຢູ່ ເພາະວ່າ ມັນຍັງມີຊ່ອງວ່າງ ທີ່ເຮັດໄດ້ ແຕ່ກະ ຊິດີຂຶ້ນ ເນາະ ຖ້າເອົາຈິງເອົາຈັງ.

ນັກຂ່າວ: ສະແດງວ່າ ພວກຄ້າຢາເສບຕິດ ໂຕໃຫຍ່ໆນີ້ ມັນມີແບກອັບເບາະ?

ປະຊາຊົນ: ມີແຕ່ມັນຜູ້ດຽວ ມັນຊິເຮັດໄດ້ ເຂົາກະຈັບຫົວມັນໝົດຊັ້ນຕົ່ວ ແມ່ນຕົວ ຄົນຢູ່ບ່ອນມືດແລ້ວ ໂຕ່ງຢູ່ໃນສັງຄົມ ມັນກະມີ ແບກອັບ ຂັ້ນບໍ່ມີແບກອັບຢູ່ບໍ່ໄດ້ໃນສັງຄົມ ຄົນທີ່ກະທຳຄວາມມືດ ມັນຕ້ອງແນວນັ້ນ, ແຕ່ກະດີໃຈ ທີ່ເພິ່ນເຮັດ ເພິ່ນກະເຮັດໄດ້ ຄື ໃຊ້ເວລາ ຂ້ອຍເວົ້າແລ້ວ ຄື ນຶ່ງເວລາ ສອງກົດໝາຍ ສາມ ຕ້ອງເຊື່ອໝັ້ນຄຳໃຫ້ການຂອງປະຊາຊົນ.

ຢ່າໄປບີບຄັ້ນ ເອົາຫຼັກຖານຈາກປະຊາຊົນຢ່າງເດັດຂາດ ຖ້າບີບຄັ້ນເອົາຫຼັກຖານຈາກປະຊາຊົນ ບໍ່ກ້າບອກເຈົ້າດອກ. ເພາະເຈົ້າ ວ່າ ຄັນເຫັນລະເອົາມາຫຼັກຖານ ເຂົາເປັນມາເຟັຍ ຊິເອົາຫຼັກຖານໄດ້ຈັ່ງໃດ ໃຫ້ຄຶດຈັ່ງຊັ້ນ ຄົນຊົ່ວມັນສາມາດກະທຳໄດ້ທຸກຢ່າງ. ເຂົາໃຫ້ ຂໍ້ມູນໄປ ເຈົ້າຕ້ອງໄປສືບຄົນຫາຢ່າງຈິງຈັງ ບໍ່ແມ່ນສືບແບບເອົາເງິນໃສ່ຖົງ ອັນນັ້ນ.

ການປະຕິບັດກົດໝາຍ ຍັງບໍ່ຈິງຈັງຕໍ່ພວກຄ້າຂາຍຢາເສບຕິດຣາຍໃຫຍ່. ປະຊາຊົນ ອີກທ່ານນຶ່ງ ໄດ້ໃຫ້ສັມພາດຕໍ່ເອເຊັຽເສຣີ ວ່າ:

ປະຊາຊົນ: ເຂົາວ່າ ເຣື່ອງກົດໝາຍວ່າດ້ວຍຢາເສບຕິດນີ້ ນິນ່າ ມັນມີຫຼາຍຢ່າງ. ຄັນຖ້າວ່າ ປຕິບັດຕາມກົດໝາຍນີ້ ມັນກະດີ ເທົ່າທີ່ ເຮົາຮູ້ມານີ້ ກະບໍ່ເຫັນປຕິບັດຫັ້ນນ່າ ຈະເປັນວາຣະແຫ່ງຊາດ ຫຼືບໍ່ ວາຣະແຫ່ງຊາດ ພວກທີ່ຕ້ອງຫາ ຢ່າງຫຼວງຫຼາຍ ພາຍມາກ ກະບໍ່ ເຫັນໃຜວ່າ ຊິລົງໂທດຢ່າງແຂງແຮງ ແຂງຂັນ ທີ່ແທ້ຈິງຫັ້ນນ່າ ໃນທີ່ສຸດກະປ່ອຍ.

ນີ້ແຫຼະເຮົາວ່າ ບໍ່ວ່າ ຈະເປັນວາລະ ຫຼື ບໍ່ວາຣະ ກະຂໍໃຫ້ປະຕິບັດ ໃຫ້ປະຊາຊົນ ໄດ້ເຫັນເສັຽກ່ອນ ຫັ້ນນ່າ ຄວາມຄຶດ. ເຮົາຢ້ານ ແຕ່ຂຽນໄວ້ ລະວາງໄວ້ເທິງໂຕະຫັ້ນນ່າ.

ນັກຂ່າວ: ແຕ່ວ່າ ເພິ່ນກະວ່າ ຊິປຕິບັດຢ່າງຈິງຈັງລະໄດ໋ໂຕນີ້?

ປະຊາຊົນ: ໂອຍ ກະສາທຸເທີນ ອັນເຣື່ອງວາຣະແຫ່ງຊາດ ນີ້ກະຢາກຝາກເນາະ ຢາກປະຊາຊົນຫັ້ນນ່າ ຄັນວ່າ ຊິຈັບ ພວກທີ່ວ່າ ເຣື່ອງຢາເສບຕິດ ນັບຕັ້ງແຕ່ເດືອນ 7 ຫຼື ເດືອນກໍຣະກົດ ທີ່ຜ່ານມາ ເຮົາຟັງຂ່າວ ຈາກວິທຍຸແຫ່ງຊາດ ກະຄື ສານປະຊາຊົນ ແຂວງ ວຽງຈັນຫັ້ນນ່າ ຕັດສິນຫັ້ນ ຜູ້ລະເມັດ ສອງເມັດ ກະໄປຕັດສິນເນາະ. ເຮົາລະວ່າໂອ້ຍ ເວົ້າແລ້ວເຮົາກະໜ້າອາຍ ບາດຜູ້ເປັນໂຕນໆ ພຸ້ນນ່າ ລະບໍ່ເຮັດອີ່ຫຍັງເຂົາຫັ້ນນ່າ ເຣື່ອງຂອງມັ້ນຫັ້ນນ່າ ວ່າຊັ່ນຊະ.

ຕັດສິນໄປແລ້ວ ທຳອິດກະວ່າ ປະຫານແມ່ນບໍ່ລະ ຄືເຮົາຮູ້ຜ່ານໆ ມາ ຄືກຸ່ມ 30 ລ້ານບາດ ຄືທ່ານທອງເລັກ ຖແລງຂ່າວຫວ່າງຫັ້ນ ກະບໍ່ເອີ່ຍລະວ່າ ກຸ່ມໃດ ຄືທີ່ຮູ້ນຳກັນຫັ້ນຕົ່ວເນາະ ໃນທີ່ສຸດ ກະຕັດສິນຕລອດຊີວິດ ທຳອິດວ່າ ປະຫານ ບາດຕໍ່ມາກະຕລອດຊີວິດ ຈັກໜ້ອຍກະປ່ອຍອອກ.

ເວົ້າງ່າຍໆ ກະບໍ່ເຊື່ອໝັ້ນນ່າ ຄຳວ່າ ວາຣະແຫ່ງຊາດ ກະເຮົາບໍ່ເຊື່ອໝັ້ນ ໃນຄວາມຍຸຕິທັມຫັ້ນນ່າ ວ່າຊັ້ນເທາະ ອັນນີ້ເວົ້າຄວາມ ເປັນຈິງໂລດແຫຼະ

ນັກວິຊາການລາວ ທ່ານນຶ່ງ ກ່າວວ່າ ມາຕການປາບປາມຢາເສບຕິດ ກໍມີມາດົນແລ້ວ, ແຕ່ກໍບໍ່ໄດ້ ປະຕິບັດກັນຢ່າງຈິງຈັງ.

ນັກວິຊາການ: ບ້ານເຮົານີ້ ກະເວົ້າເຣື່ອງປາບປາມ ຫຼືວ່າ ການລົງນະລົງຕ້ານຢາເສບຕິດເນາະ ການບຳບັດໃນຊຸມຊົນ ເຮົາກະເຮັດ ມາແລ້ວ ສມັຍກ່ອນ 20 ປີຫຼັງຫັ້ນນ່າ ມີອົງການຕັດຕັ້ງຕ່າງໆ ຮ່ວມກັບພາກຣັຖ ການລົນນະລົງ ການບຳບັດໃນຊຸມຊົນ ຫຼືວ່າອອກ ກົດໝາຍນິຕິກັມຕ່າງໆ ເຮົາກະເຮັດມາດົນແລ້ວ ແຕ່ວ່າເຮົາ ກະຍັງປາບປາມບໍ່ໄດ້ຈິງຈັງເນາະ ຄືເຮົາເຫັນກະເປັນການຍາກ.

ແຕ່ວ່າ ຄືກະດີເນາະ ທີ່ເພິ່ນວ່າ ມີມາຕການຊິອອກມາໃໝ່ວ່າ ຊິເພີ່ມການຈັດຕັ້ງປະຕິບັດກົດໝາຍເບາະ ການປາບປາມໃຫ້ເຂັ້ມງວດ ຂຶ້ນກ່ອນເກົ່າຫັ້ນນະ.

ກ່ຽວກັບບັນຫາດັ່ງກ່າວ ພົນໂທ ວິໄລ ຫຼ້າຄຳຟອງ ຮັຖມົນຕຼີກະຊວງປ້ອງກັນຄວາມສະຫງົບ ໄດ້ຖແລງບັນຫາຢາເສບຕິດ ເປັນວາຣະ ແຫ່ງຊາດ ຢູ່ໃນກອງປະຊຸມສມັຍວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ 9 ໃນວັນທີ 6 ສິງຫາ 2021 ຕອນນຶ່ງວ່າ:

"ສະພາບການແກ້ໄຂບັນຫາຢາເສບຕິດໃນລາວ ໃນໄລຍະທີ່ຜ່ານມາ ເຖິງແມ່ນວ່າ ຣັຖບານ ໄດ້ສຸມໃສ່ຫຼາຍມາຕການ ແກ້ໄຂບັນຫາ ຢາເສບຕິດ ແຕ່ບັນຫາດັ່ງກ່າວ ຍັງຈະສືບຕໍ່ເພີ່ມທະວີຮຸນແຮງ ແລະແຜ່ຣະບາດເປັນວົງກວ້າງ ດ້ວຍເຫດນັ້ນຣັຖບານຈຶ່ງຖືເອົາບັນຫາ ການແກ້ໄຂຢາເສບຕິດ ເປັນບູລິມະສິດຈຳເປັນຮີບດ່ວນ ຊຶ່ງໄດ້ຍົກເປັນວາຣະແຫ່ງຊາດ ເພື່ອສຸມທຸກກຳລັງແຮງສັງລວມ ເຂົ້າໃສ່ການ ແກ້ໄຂບັນຫາຂອງຊາດ ໃນກຳນົດເວລາທີ່ແນ່ນອນ ແຕ່ປີ 2021-2021.”

ນອກຈາກນີ້ ພົນໂທ ວິໄລ ຫຼ້າຄຳຟອງ ຍັງກ່າວຕື່ມອີກວ່າ: ນັກສຶກສາ ພໍ່ຄ້າຊາວຂາຍ ກັມກອນ ຜູ້ວ່າງງານ ຕລອດຮອດ ພະນັກ ງານຣັຖກອນຈຳນວນນຶ່ງ ຕາມຂໍ້ມູນເບື້ອງຕົ້ນໃນປັດຈຸບັນ ມີຜູ້ຕິດຢາເສບຕິດຢູ່ປະເທດລາວສເລັ່ຽ 0.94 ເປີເຊັນ ຂອງພົລເມືອງ ທັງໝົດ.

ການຈັບຢາເສບຕິດຊຸດໃຫຍ່ທີ່ສຸດ ຢູ່ປະເທດລາວ ທີ່ຜ່ານມາ ກໍຄື ໃນວັນທີ 13 ກໍຣະກະດາ 2021 ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສາມາດຈັບຢາເສບຕິດປະເພດຢາບ້າໄດ້ເກືອບ 17 ລ້ານເມັດ ແລະ ຈັບກັມກອນຜູ້ຂົນຢາເສບຕິດໄດ້ 2 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.