ຣັຖບານ ມີແຜນຈະເພີ່ມ ການຂົນສົ່ງຫລາຍຂຶ້ນ

ຣົຖຂົນສົ່ງສິນຄ້າໄປຈີນ ຊຶ່ງສ່ວນຫຼາຍ ແມ່ນສິນຄ້າ ກະເສຕ, ເດືອນພຶສພາ ປີ 2022.
ຣົຖຂົນສົ່ງສິນຄ້າໄປຈີນ ຊຶ່ງສ່ວນຫຼາຍ ແມ່ນສິນຄ້າ ກະເສຕ, ເດືອນພຶສພາ ປີ 2022. (ນັກຂ່າວ ພົລເມືອງ)

0:00 / 0:00

ຣັຖບານລາວ ໄດ້ປະກາດທີ່ຈະເພີ່ມການຂົນສົ່ງ ສິນຄ້າໃນປີ 2023 ນີ້ ໃຫ້ໄດ້ 12,754,000 ຕັນ ຄືເພີ່ມເປັນ 129.47% ຈາກປີ 2022, ອີງຕາມຄໍາຖແລງຂອງທ່ານ ຄໍາເຈນ ວົງໂພສີ ຣັຖມົນຕຣີ ກະຊວງແຜນການ ແລະການລົງທຶນ ຕໍ່ກອງປະຊຸມສໄມສາມັນເທື່ຶອທີ 4 ຂອງສະພາແຫ່ງຊາຕຊຸດທີ 9 ໃນມື້ວັນທີ 5 ທັນວາ 2022 ທີ່ຜ່ານມາ.

ທ່ານ ຄໍາເຈນ ກ່າວວ່າ ຣັຖບານລາວໃຫ້ຄວາມສໍາຄັນ ຕໍ່ວຽກງານຂົນສົ່ງສິນຄ້າ ຊຶ່ງເປັນທ່າແຮງຂອງລາວໃນການເປັນທາງຜ່ານ ຂອງສິນຄ້າລະຫວ່າງປະເທດ, ມີທ່າບົກເປັນບ່ອນຮັບ ແລະຂົນຖ່າຍສິນຄ້າເຂົ້າສູ່ລະບົບການຂົນສົ່ງທາງຖນົນ ແລະທາງຣົຖໄຟ ລາວ-ຈີນ.

ດັ່ງທີ່ທ່ານໄດ້ກ່າວຕໍ່ ກອງປະຊຸມນັ້ນຕອນນຶ່ງວ່າ:

" ໄດ້ສືບຕໍ່ສຸມໃສ່ພັທນາ L ogistics ແລະສາມາດເປີດການນໍາໃຊ້ແລ້ວ 3 ທ່າບົກ ຄື ສວັນນະເຂດ ຈໍາປາສັກ ທ່າບົກທ່ານາແລ້ງ ພ້ອມນີ້ກໍພວມສຸມໃສ່ພທນາບາງທ່າບົກ ຕື່ມອີກຈໍານວນນຶ່ງ. "

ແຕ່ເມື່ອເວົ້າເຖິງຄ່າຂົນສົ່ງສິນຄ້າ ທາງຣົຖໄຟຈາກໄທຍໄປຈີນ ອີງຕາມຄໍາເວົ້າຂອງຜູ້ປະກອບການ ຂົນສົ່ງສິນຄ້າ ຜ່ານທາງຣົຖໄຟ ລາວ-ຈີນ ທັງຢູ່ລາວ ແລະໄທຍ ທີ່ວິທຍຸ ເອເຊັຍເສຣີ ໄດ້ຖາມນັ້ນ ແລ້ວແມ່ນວ່າ ຍັງສູງກວ່າຄ່າຂົນສົ່ງທາງອື່ນ ເຊັ່ນທາງຣົຖ ແລະທາງເຮືອ, ແຕ່ການຂົນສົງທາງຣົຖໄຟ ນັ້ນແມ່ນຂົນໄດ້ໄວກວ່າ.

ຜູ້ປະກອບການການຂົນສົ່ງຂອງໄທຍ ຢູ່ແຂວງໜອງຄາຍ ນາງນຶ່ງເວົ້າວ່າ ການຂົນສົ່ງສິນຄ້າທາງຣົຖໄຟ ຖືວ່າຄຸ້ມຄ່າ, ເໝາະກັບການຂົນສົ່ງສິນຄ້າກະສິກັມ ທີ່ຕ້ອງການ ໃຊ້ເວລາຂົນໜ້ອຍ ເຊັ່ນໝາກໄມ້ ຂົນຈາກນະຄອນຫລວງວຽງຈັນ ໄປຫາຄຸນໝິງຂອງຈີນພຽງ 4 ມື້ ໃນຂະນະທີ່ຂົນທາງຣົຖ ໄດ້ໃຊ້ເວລາເຖິງ 10 ມື້ ຈຶ່ງຮອດ, ແຕ່ເຈົ້າໜ້າທີ່ພາສີໄທຍ ຍັງບໍ່ມີຄວາມຮູ້ເຣື່ອງເອກສານ ການຂົນສົ່ງສິນຄ້າທາງຣົຖໄຟເທົ່າໃດ.

ດັ່ງທີ່ນາງເວົ້າຕໍ່ວິທຍຸ ເອເຊັຍເສຣີວ່າ:

" ຈຸດເດັ່ນຂອງຣົຖໄຟລາວ-ຈີນ ແມ່ນຈະເນັ້ນທີ່ເຣື່ອງການຂົນສົ່ງໝາກໄມ້ ເປັນສ່ວນຫລາຍ ເພາະວ່າຣົຖໄຟສາ ມາດຂົນສົ່ງໄດ້ຢ່າງວ່ອງໄວ ສ່ວນເຈົ້າໜ້າທີ່ໄທຍ ຍັງບໍ່ທັນມີຄວາມຮູ້ຄວາມເຂົ້າໃຈ ໃນເຣື່ອງຂອງເອກສານທາງຣົຖໄຟປານໃດເລີຍ. "

ນາງກ່າວຕື່ມອີກວ່າ ຄ່າທໍານຽມຢູ່ລານຄອນແທນເນີ້ຣ໌ ໃນລາວ ຂ້ອນຂ້າງສູງ (ລາຄາແພງ) ເຮັດໃຫ້ຕົ້ນທຶນການຂົນສົ່ງສິນຄ້າ ເພີ່ມຂຶ້ນຕື່ມ.

" ຄ່າໃຊ້ຈ່າຍຢູ່ລານຕູ້ຄັນເທນເນີ້ຣ໌ ຂອງລາວຈະຍັງຂ້ອນຂ້າງສູງ ເນື່ອງຈາກມັນເປັນບໍຣິສັດເອກຊົນທັງໝົດ ບໍ່ແມ່ນບໍຣິສັດ ຮ່ວມທຶນລະຫວ່າງເອກຊົນ ກັບຣັຖບານ ມັນກໍຈະຕ້ອງການຄ້າ ຂາຍເອົາກໍາໄລໜ້ອຍນຶ່ງແຫລະ ເທື່ອນີ້ແຫລະ ມັນຈະມີຄ່າທໍານຽມຝັ່ງລາວ ທີ່ຈະຂ້ອນຂ້າງສູງໜ້ອຍນຶ່ງ ກໍຈະເຮັດໃຫ້ບາງເທື່ອ ກໍອາຈເປັນອຸປສັກນໍາລູກຄ້າ ທີ່ເຂົາເຈົ້າ ຮູ້ສຶກວ່າມັນອາຈສູງໄປຫລືບໍ່ ເມື່ອສັງ ລວມກັບທຸກລາຄາທັງໝົດລວມກັນແລ້ວ. "

ໃນຂະນະດຽວກັນ ຜູ້ປະກອບການການຂົນສົ່ງຂອງໄທຍ ຢູ່ແຂວງອຸບົນຜູ້ນຶ່ງກໍເວົ້າວ່າ ບໍຣິສັດຂອງທ່ານບໍຣິການຂົນສົ່ງມັນຕົ້ນ, ແຮ່ເຫລັກ, ແຮ່ທອງແດງ ຈາກແຂວງພາກໃຕ້ ຂອງລາວໄປຈີນ ທາງຣົຖຜ່ານທ່າເຮືອຫວຸງອ່າງ ປະເທດວຽດນາມ ຊຶ່ງສ່ວນຫລາຍ ລູກຄ້າຍັງນິຍົມການຂົນໄປທາງນີ້ ຍ້ອນຄ່າຂົນສົ່ງຖືກກວ່າ ທາງຣົຖໄຟລາວ-ຈີນ ແລະຖືກກວ່າຄ່າຂົນສົ່ງ ຜ່ານທ່າເຮືອແຫລມສະບັງ ຂອງໄທຍ.

" ເຮົາອອກທ່າເຮືອຫວຸງອາງເນາະ ມັນຊິໄປອອກວຽດນາມ ມັນຊິປະຢັດກວ່າມາແຫລມສະບັງບ້ານເຮົາ ແຕ່ວ່າຖນົນຫົນທາງ ເຂົາບໍ່ໄຄ່ໝົດແບບບ້ານເຮົາດອກ ແຕ່ວ່າມັນກະຊິ ພັທນາແຂ່ງຂັນກັນໄປ ແລ້ວມັນມີທ່າເຮືອລະເນາະ ລາວມັນອອກທະເລບໍ່ໄດ້ ແຕ່ມັນໄປອາສັຍວຽດນາມ ມາຕການກວດກາ ມັນກະປົກຕິທັມດາທົ່ວໄປ ແຕ່ວ່າມັຍັງບໍ່ເຂັ້ມເທົ່າບ້ານເຮົາ ຄ່າຂົນສົ່ງ ຖືກກວ່າບ້ານເຮົາ ແຕ່ວ່າເຂົາຄິດເປັນເງິນໂດລ້າຣ໌ ກັບເງິນບ້ານເຮົາເງິນບາທ. "

ທ່ານກ່າວຕື່່ມວ່າ ບໍຣິສັດຂອງທ່ານຍັງບໍ່ທັນມີລູກຄ້າ ທີ່ໃຫ້ຂົນສິນຄ້າຜ່ານທາງຣົຖໄຟ ລາວ-ຈີນ ເທື່ອ ຍ້ອນວ່າມັນເປັນເຣື່ອງໃໝ່ ສໍາລັບລູກຄ້າ ແລະຍັງມີຄວາມຫຍຸ້ງຍາກ ບາງປະການ.

" ຂອງໄທຍທີ່ນໍາເຂົ້າ ອອກໄປຂຶ້ນຣົຖໄຟຍັງບໍ່ທັນມີເທື່ອ ມັນຕ້ອງຈອງຕູ້ ແຕ່ວ່າຝ່າຍຈີນມັນຕ້ອງເປັນຄົນຈອງເອງໝົດທຸກຢ່າງນ່າ ກະເຮົາກໍຕ້ອງຈ້າງ shipping ໄທຍ-ລາວ ເຮົາກໍຕ້ອງເຮັດ shipping ຢູ່ນີ້ ຄັນແມ່ນຂອງຈາກໄທເຮົາເຂົ້າໄປ ເຮົາກໍໃຊ້ shipping ໄທຍ ພໍໄປຕົກຝັ່ງຫັ້ນ shipping ລາວກໍຕ້ອງມາຮັບແລ້ວກໍສົ່ງຕໍ່ ຈັ່ງຊີ້ເດ໋ ມັນເຮັດຜູ້ດຽວບໍ່ໄດ້ ມັນ ຄື ຕ້ອງເຮັດລະຫວ່າງປະເທດ. "

ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ຖາມໄປຍັງດ່ານຊາຍແດນລາວ ຊຶ່ງມີການຂົນສົ່ງສິນຄ້າຜ່ານ, ແຕ່ເຈົ້າໜ້າທີ່ຢູ່ດ່ານນັ້ນບໍ່ສະດວກ ທີ່ຈະໃຫ້ຄໍາເຫັນ.
ແຕ່ເຖິງຢ່າງໃດກໍຕາມ ເມື່ອກ່ອນນີ້ ທ່ານ ຄໍາເຈນ ວົງໂພສີ ກໍໄດ້ໃຫ້ສໍາພາດໂທຣະທັດແຫ່ງຊາຕລາວ ກ່ຽວກັບ ຄວາມພະຍາຍາມ ຂອງຣັຖບານລາວ ທີ່ຕ້ອງການໃຫ້ລາວ ເປັນຈຸດເຊື່ອມຕໍ່ ທາງເສຖກິຈຕາເວັນອອກ-ຕາເວັນຕົກ ຮວມທັງແຕ່ວຽດ ນາມ ຜ່ານລາວໄປໄທຍ ແລະອັນສໍາຄັນ ໄປກວ່ານັ້ນແມ່ນຈະເຮັດໃຫ້ລວມຍອດມູນຄ່າຜລິຕພັນ ຂອງລາວເພີ່ມຂຶ້ນ.

“ສິ່ງສໍາຄັນກວ່ານັ້ນ ກໍຈະເພີ່ມຍອດຜລິຕພັນພາຍໃນແຫ່ງຊາຕ ຂອງ ສປປ ລາວ ແຕ່ບໍ່ພຽງແຕ່ເທົ່ານັ້ນ ຖ້າສໍາເຣັດບັນດາໂຄງການ ຈະເຮັດໃຫ້ແຜນພັທນາແລວທາງ ເສຖກິຈ ຕາເວັນອອກ-ຕາເວັນຕົກ ກໍຈະເກີດເປັນຮູບປະທັມ ແລະປາກົດຜົລເປັນຈິງຫລາຍຂຶ້ນ ຕາມແລວທາງເສຖກິຈ ຈາກທ່າເຮືອຫວຸ່ງອ່າງ ແຂວງຮ່າຕິງ ສ.ສ. ວຽດນາມ ໄປແຂວງຄໍາມ່ວນ ສປປ ລາວ ເຊື່ອມໂຍງກັບ ບາງແຂວງ ຂອງຣາຊອານາຈັກໄທຍ.”

ນອກຈາກການຂົນສົ່ງສິນຄ້າແລ້ວ ຣັຖບານລາວຍັງມີແຜນ ເພີ່ມຈໍານວນການຂົນສົ່ງ ໂດຍສານໃຫ້ໄດ້ 93,664,000 ເທື່ອ ຄົນ ທຽບໃສ່ປີ 2022 ເພີ່ມຂຶ້ນ 39.38%, ອີງຕາມຄໍາຖແລງຂອງທ່ານ ບຸນໂຈມ ຕໍ່ກອງປະຊຸມສະພາແຫ່ງຊາຕ ທີ່ວ່າມານັ້ນ.