ຣັຖບານລາວ ຊອກນັກລົງທຶນໃໝ່ ເພື່ອມາສືບຕໍ່ ໂຄງການທາງດ່ວນ ພາກເໜືອໄລຍະທີ 2 ແລະ ໄລຍະທີ 3 ຍ້ອນ ການປະຕິບັດໂຄງການ ບໍ່ມີຄວາມຄືບໜ້າ ຕາມແຜນການ. ຫ້ອງວ່າການສຳນັກງານ ນາຍົກຣັຖມົນຕຣີ ໄດ້ອອກແຈ້ງການໃນວັນທີ 30 ມີນາ 2022 ສະບັບເລກທີ 431 ວ່າ ບໍ່ເຫັນດີໃຫ້ບໍຣິສັດ Yunnan Construction and Investment Holding Group Co., Ltd ຂອງຈີນ ຕໍ່ອາຍຸ ບົດບັນທຶກຄວາມເຂົ້າໃຈ ໂຄງການລົງທຶນ ກໍ່ສ້າງທາງດ່ວນ ສາຍພາກເໜືອໄລຍະ 3. ເນື້ອໃນແຈ້ງການໄດ້ລະບຸອີກວ່າ ໃຫ້ຍົກເລີກໂຄງການ ທາງດ່ວນໄລຍະ 2 ຢູ່ເມືອງວັງວຽງ ແຂວງວຽງຈັນ ຫາ ແຂວງຫລວງພຣະບາງ ແລະ ໄລທີຍະ 3 ຈາກແຂວງຫລວງພຣະບາງ ຫາ ແຂວງອຸດດົມໄຊ. ສາເຫດ ຍ້ອນວ່າ ທີ່ຜ່ານມາ ບໍຣິສັດດັ່ງກ່າວ ໄດ້ຕໍ່ອາຍຸ ເຊັນບົດບັນທຶກຄວາມເຂົ້າໃຈມາ 3 ຄັ້ງແລ້ວ ແຕ່ບໍ່ມີຄວາມຄືບໜ້າ ເຖິງວ່າ ບໍຣິສັດ ໄດ້ສຳຣວດສຶກສາ ຂໍ້ມູນມາຫຼາຍປີແລ້ວ ແຕ່ວຽກງານຍັງຄ້າງຄາ ຫຼາຍຢ່າງເປັນຕົ້ນ ການສຳຣວດຂໍ້ມູນ ຜົລກະທົບບໍ່ຈະແຈ້ງ ຄົບຖ້ວນ ອີງຕາມແຈ້ງການ.
ໜ່ວຍງານ ຂອງແຂວງຫລວງພຣະບາງ ຍັງບໍ່ທັນຮັບຮູ້ຣາຍລະອຽດ ກ່ຽວກັບໂຄງການດັ່ງກ່າວ. ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງຫລວງພຣະບາງ ຜູ້ທີ່ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວໃນວັນທີ 20 ມົກກະຣາ ວ່າ:
" ເພິ່ນ ກຳ ລັງ ສຶກ ສາ ເພິ່ນບໍ່ ໄດ້ ເຮັດ ຫຍັງ ເທື່ອ ເພິ່ນ ບໍ່ ໄດ້ ວ່າ ແນວ ໃດ ເທື່ອ ມັນ ຂອງ ກະ ຊວງບໍ່ ເຫັນ ເພິ່ນ ແຈ້ງ ຫຍັງ ເລີຍ ນ່າ ງຽບ ໄປ ມີ ແຕ່ ເພິ່ນ ໃຫ້ ລໍ ຖ້າຟັງ ຂ່າວ ."
ສ່ວນວ່າ ຢູ່ແຂວງວຽງຈັນ ກຳລັງມີການສຶກສາ ຂໍ້ມູນຢູ່ ແຕ່ ກໍຍັງບໍ່ມີຣາຍລະອຽດອອກມາ. ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງວຽງຈັນ ທ່ານນຶ່ງ ໄດ້ກ່າວວ່າ:
" ແມ່ນໆ ສຶກ ສາອອ ກ ແບບ ຄວາມ ເປັນ ໄປ ໄດ້ ຢູ່ ໂຕນີ້ ນ່າ ມັນ ຍັງ ຄາ ຢູ່ ເລັ່ງ ຢູ່ ວ່າ ຊັ້ນ ສາ ."
ອີງຕາມແຈ້ງການ ຂອງຫ້ອງວ່າການ ສຳນັກງານນາຍົກຣັຖມົນຕຣີ, ຣັຖບານຕຣຽມຫາ ບໍຣິສັດໃໝ່ ທີ່ມີເງື່ອນໄຂ ຄວາມພ້ອມໃນດ້ານຕ່າງໆ ເພື່ອສືບຕໍ່ວຽກງານດັ່ງກ່າວ ເຮັດໃຫ້ໂຄງການ ສາມາດຈັດຕັ້ງ ແລະ ປະຕິບັດໄດ້ໄວຂຶ້ນ.
ສ່ວນທາງດ່ວນ ໄລຍະທີ 4 ແຂວງ ອຸດົມໄຊ ຫາ ຊາຍແດນລາວ-ຈີນ ດ່ານບໍ່ເດັນ-ບໍ່ຫານ ຣັຖບານລາວ ຍັງໃຫ້ບໍຣິສັດ Yunnan construction and Investment Holding Group Co., Ltd ຂອງຈີນ ສືບຕໍ່ໂຄງການ ກໍ່ສ້າງທາງດ່ວນຕໍ່ ຍ້ອນວ່າ ບໍຣິສັດດັ່ງກ່າວ ໄດ້ດຳເນີນການ ສຳຣວດສຶກສາ ຄວາມເປັນໄປໄດ້ ກ່ຽວກັບສະພາບ ທາງດ່ວນຜ່ານມາ ແລະ ໄດ້ມີຂໍ້ມູນຈຳນວນນຶ່ງແລ້ວ.
ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ ກະຊວງແຜນການ ແລະ ການລົງທຶນ, ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງອຸດົມໄຊ ເພື່ອສອບຖາມເພີ່ມຕື່ມ ແຕ່ຍັງບໍ່ສາມາດຕິດຕໍ່ໄດ້.
ກ່ຽວກັບເຣື່ອງນີ້ ຊາວບ້ານໃນແຂວງຫລວງພຣະບາງ ເຫັນວ່າ ຍັງບໍ່ເຫັນມີການກໍ່ສ້າງ ເຖິງວ່າ ຈະມີຂ່າວວ່າ ຣັຖບານຈະກໍ່ສ້າງທາງດ່ວນກໍຕາມ. ຊາວບ້ານບໍ່ໄດ້ຂັດຂ້ອງ ຖ້າວ່າ ຣັຖບານຈະສ້າງ, ແຕ່ ຊາວບ້ານຢາກໃຫ້ຣັຖບານ ສຳຣວດຂໍ້ມູນລະອຽດ ແລະ ຄ່າຊົດເຊີຍໃຫ້ເໝາະສົມ.
ຊາວບ້ານ ຢູ່ແຂວງຫລວງພຣະບາງ ໄດ້ກ່າວວ່າ:
" ເຣື່ອງ ພໍ່ ແມ່ ປະ ຊາ ຊົນນີ້ ຄັນ ຖ້າ ວ່າ ມັນ ຖືກ ຜົ ລ ກະ ທົບ ເຂົາ ເຈົ້າ ມີ ການ ທົດ ແທນ ບໍ່ ຫັ້ນ ນ່າ ການ ເສັຽ ຫາຍ ຂອງ ເຂົາ ເຈົ້າ ເຂົາ ເຈົ້າ ກໍ ບໍ່ ມີ ບັນ ຫາຫຍັງ ຖ້າ ວ່າ ການ ໃຊ້ ແທນ ສິ່ງ ທີ່ ເສັຽ ຫາຍ ພໍ ເໝາະ ສົມ ເຂົາ ເຈົ້າ ກໍ ບໍ່ ຂັດ ຂ້ອງ ."
ຊາວບ້ານ ຢູ່ແຂວງອຸດົມໄຊ ຍັງບໍ່ຮູ້ຣາຍລະອຽດເຊັ່ນກັນວ່າ ຈະສ້າງທາງດ່ວນຢູ່ຈຸດໃດ ແລະ ຖືກຊັບສິນຂອງປະຊາຊົນແນວໃດ. ຊາວບ້ານ ຢູ່ແຂວງອຸດົມໄຊ ໄດ້ກ່າວວ່າ:
" ປັດ ຈຸ ບັນນີ້ ຮູ້ ຂ່າວ ວ່າ ເພິ່ນ ຈະ ເຮັດ ຈັກ ຈະ ມາ ຈຸດ ໃດ ຍັງ ບໍ່ ທັນ ຮູ້ ເທື່ອ ນ່າ ກໍ ຢາກ ໃຫ້ ທາງ ດ້ານ ວິ ຊາ ການ ຂຶ້ນ ມາ ກວດ ກາ ມັນ ຖືກ ເນື້ອ ທີ່ໄຮ່ ທີ່ ສວນ ຫຼື ວ່າ ຖືກ ຕົ້ນໄມ້ ຕົ້ນ ຕໍຂອງ ປະ ຊາ ຊົນ ຊົດ ເຊີຍ ຕາມ ລະ ດັບ ຊ່ຳ ໃດ ຊ່ຳ ນຶ່ງ ."
ຊາວເມືອງວັງວຽງ ແຂວງວຽງຈັນ ກໍເຫັນດີ ທີ່ຣັຖບານຈະກໍ່ສ້າງທາງດ່ວນ ເພາະ ການເດີນທາງສະດວກສະບາຍຂຶ້ນ ລວມເຖິງການຂົນສົ່ງສິນຄ້າ ກໍຈະໃຊ້ເວລາເດີນທາງໄວຂຶ້ນ.
ດັ່ງ ທ່ານກ່າວວ່າ:
" ກໍ ເຫັນ ດີ ຫັ້ນ ແຫຼະ ກ່ຽວ ກັບ ການກໍ່ ສ້າງ ພື້ນ ຖານ ໂຄ ງ ລ່າງ ເພື່ອ ອຳ ນວຍ ຄວາມ ສະ ດວກ ໃຫ້ ແກ່ ສັງ ຄົມ ໃນ ການ ຂົນ ສົ່ງ ສິນ ຄ້າ ເບາະ ຫຼື ການ ສະ ດວກ ໃນ ການ ສັນ ຈອນນີ້ ."
ໃນທ້າຍປີ 2020 ຣັຖບານລາວ ໄດ້ມີການສໍາຣວດ ສຶກສາຄວາມເປັນໄປໄດ້ມາແລ້ວ ກ່ຽວກັບການກໍ່ສ້າງທາງດ່ວນ ສາຍເໜືອ ໂດຍໄດ້ສຳຣວດ ໄລຍະທີ 3 ຈາກນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ຫາ ເມືອງໄຊ ແຂວງອຸດົມໄຊ ໄດ້ມີການປຽບທຽບເປັນ 3 ແລວທາງ ຄື ແລວທາງ K, A, ແລະ B.
ສະເພາະ ໄລຍະທາງຜ່ານແຂວງຫລວງພຣະບາງ ຫາ ເມືອງງາ ເກືອບ 30 ກິໂລແມັດ ສ່ວນ ທາງດ່ວນ ຈາກບ້ານນາຄົກ ເມືອງງາ ຫາ ເມືອງໄຊ ແຂວງອຸດົມໄຊ ມີຄວາມຍາວປະມານ 84 ກິໂລແມັດ.
ເນື້ອທີ່ ໃຊ້ທັງໝົດປະມານ 1,000 ເຮັກຕ້າຣ໌, ຈະສ້າງຂົວທັງໝົດ 96 ແຫ່ງ ຄວາມຍາວປະມານ 19 ກິໂລແມັດ, ອຸໂມງ 8 ແຫ່ງ ຍາວເກືອບ 15 ກິໂລແມັດ ຈຸດລົງ 5 ແຫ່ງ.