ຣັຖບານລາວທົບທວນສັນຍາ ຕລາດ ຫຼັກຊັພ

ອຸ່ນແກ້ວ ສຸກສະຫວັນ
2014.11.05
F-stock ຣັຖບານລາວທົບທວນສັນຍາ ຕລາດ ຫຼັກຊັພ
RFA

 

ການ ທົບທວນ ສັນຍາ ຣະຫວ່າງ ຣັຖບານ ລາວ ກັບ ບໍຣິສັດ ຕລາດ ຫລັກຊັບ ໄດ້ມີຂຶ້ນ ໃນເດືອນ ຕຸລາ ທີ່ຜ່ານ ແລະ ໄດ້ມີ ການ ເຊັນຄືນ ໃໝ່ ເກືອບ ທຸກ ສະບັບ. ອີງຕາມ ແຫລ່ງຂ່າວ ຈາກ ນະຄອນ ຫລວງ ວຽງຈັນ.

ແຫລ່ງຂ່າວ ຜູ້ທີ່ ບໍ່ ປະສົງ ອອກຊື່ ໄດ້ກ່າວ ຕໍ່ ນັກຂ່າວ ເອເຊັຽເສຣີ ວ່າ ທຸກໆ ເອກກະສານ ແມ່ນປ່ຽນ ໃຫ້ ທ່ານ ບຸນປອນ ບຸດຕະນະວົງ ຮອງ ນາຍົກ ຣັຖມົນຕຣີ ເປັນຜູ້ ຮັບ ຜິດຊອບ ວຽກງານ ເສຖກິຈ ເປັນຜູ້ ເຊັນຄືນ ໃໝ່ ເກືອບ ທັງໝົດ. ໃນ ເບື້ອງຕົ້ນ ເອກກະສານ ທີ່ເປັນ ສັນຍາ ກັບ ຕລາດ ຫລັກຊັບ ນັ້ນແມ່ນ  ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກ ຣັຖມົນຕຣີ ເປັນ ຜູ້ເຊັນ.

ແຫລ່ງຂ່າວ ຍັງແຈ້ງ ອີກວ່າ ການທົບທວນ ນັ້ນ ແມ່ນເພື່ອ ໃຫ້ ສອດຄ່ອງ ກັບ ສະພາບການ ຄວາມ ເປັນຈິງ ໄດ້ມີການ ດັດແກ້ ສັນຍາ ຄືນ ບາງມາຕຣາ ເພື່ອໃຫ້ ແທດເໝາະ ກັບ ຄວາມ ເປັນຈິງ. ບາງ ມາດຕຣາ ມັນອາດ ຈະປິດ ສຳລັບ ນັກ ລົງທຶນ ໂພດ ແຕ່ບາງ ມາດຕຣາ ມັນກໍເປີດ ໃຫ້ ນັກລົງທຶນ ຫລາຍໂພດ. ຕລາດ ຫລັກຊັບ ຢູ່ໃນ ປະເທດ ລາວ ເປີດໃຊ້ ບໍຣິການ ໃນປີ 2011 ເປັນ ຕົ້ນມາ ໂດຍ ແມ່ນ ບໍຣິສັດ ຈາກ ປະເທດ ເກົາຫລີໃຕ້ ເປັນ ຜູ້ລົງທຶນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.