ໃນວັນທີ 9 ມົກກະຣາ 2023 ນີ້ເປັນຕົ້ນໄປ ທະນາຄານແຫ່ງ ສປປ ລາວ ໄດ້ມີການສືບຕໍ່ ຈໍາຫນ່າຍພັນທະບັດ ທະນາຄານ ແຫ່ງ ສປປ ລາວ (ທຫລ) ສກຸນເງິນກີບ ເທຶ່ອທີ 2 ຈໍານວນເງິນ 1,000 ຕື້ກີບ ໂດຍຈໍາຫນ່າຍ ຜ່ານທະນາຄານທຸຣກິຈ 7 ແຫ່ງ ຄື ທະນາຄານ ການຄ້າຕ່າງປະເທດລາວ ມຫາຊົນ 2, ທະນາຄານ ພັທະນາລາວ ຈໍາກັດ, ທະນາຄານສົ່ງເສີມກະສິກັມ ຈໍາກັດ, ທະນາຄານຮ່ວມທຸຣກິຈ ລາວ-ວຽດ ຈໍາກັດ, ທະນາຄານ ຮ່ວມພັທະນາ, ທະນາຄານອຸດສາຫະກັມ ແລະ ການຄ້າຈີນ ຈໍາກັດ ສາຂານະຄອນຫລວງວຽງຈັນ (ໄອຊີບີຊີ) ແລະ ທະນາຄານ ບີໄອຊີ ລາວ ຈໍາກັດ. ເຊິ່ງໃນມື້ນີ້ ທະນາຄານທີ່ເປີດຈໍາຫນ່າຍ ພັນທະບັດ ໄດ້ເປີດເປັນມື້ທໍາອິດ ສ່ວນໃຫຍ່ເປັນປະເພດບຸກຄົນ ທີ່ບໍ່ເດືອດຮ້ອນເຣື່ອງເງິນ ໄດ້ໃຫ້ຄວາມສົນໃຈ ກັນຫລາຍ ເຊິ່ງທາງທະນາຄານ ຈະເປີດຂາຍຈົນກ່ວາ ພັນທະບັດຣອບທີ່ 2 ຈະໝົດ.
ດັ່ງເຈົ້າໜ້າທີ່ ທະນາຄານແຫ່ງນຶ່ງ ກ່າວໃນວັນທີ 9 ມົກຣາ ນີ້ວ່າ:
" ຕອນນີ້ພວກເຮົາກໍາລັງເປີດຂາຍຢູ່ເດີ້ ປັດຈຸບັນນີ້ແມ່ນລູກຄ້າເຂົ້າມາຫລາຍເລີຍ ເຂົາເຈົ້າມາຊື້ພັນທະບັດ ບໍ່ໜັ້ນໃຈວ່າຈະປິດມື້ໃດ ເພາະວ່າ ຖ້າໝົດ ກໍຄືໜົດເລີຍ. "
ຂະນະທີ່ເຈົ້າໜ້າທີ່ ທະນາຄານອີກແຫ່ງນຶ່ງ ກໍໄດ້ກ່າວວ່າ ການເປີດຂາຍພັນທະບັດ ເທຶ່ອທີ 2 ນີ້ ກໍມີທັງນິຕິບຸກຄົນ ແລະ ປະເພດບຸກຄົນ ໃຫ້ຄວາມສົນໃຈລະດັບນຶ່ງ ໂດຍອາຍຸພັນທະບັດ ຈະຢູ່ໃນໄລຍະ 6 ເດືອນ ຜູ້ຊື້ແລ້ວ ຈະບໍ່ສາມາດປ່ຽນໄດ້ ຫລື ໄຖ່ຖອນພັນທະບັດໄດ້ ແຕ່ເມື່ອຄົບ 6 ເດືອນ, ທາງທະນາຄານ ຈະຊໍາລະຕົ້ນທຶນ ແລະ ດອກເບັ້ຍຄັ້ງດຽວ ເຊິ່ງມີອັຕຣາດອກເບັ້ຍ 20% ຕໍ່ປີ.
" ມື້ນີ້ເພິ່ນເຣິ່ມຂາຍເປັນງວດທີ່ 2 ມື້ທໍາອິດ ຊ່ວງນີ້ບຸກຄົນ ເພິ່ນກໍສົນໃຈ ກ່ຽວກັບການຊື້ພັນທະບັດ ກໍພໍມີຢູ່ ເຮົາຈະໃຫ້ກໍານົດ 6 ເດືອນ ແລ້ວຫລັງຈາກຄົບ 6 ເດືອນເນາະ ເຮົາຈະໂອນໃຫ້ລູກຄ້າ ທັງຕົ້ນທັງດອກ ພ້ອມກັນ ຈະຂາຍເປັນງວດ ຄື ສົມມຸດວ່າ ງວດນີ້ 6 ເດືອນ ເພິ່ນຈະຢຸດໄປໜ່ອຍນຶ່ງ ແລ້ວເພິ່ນອາຈເປີດໃໝ່ ແລະເພິ່ນຈະແຈ້ງການໃໝ່. "
ຂະນະທີ່ນັກທຸຣກິຈ ທ່ານນຶ່ງ ກໍໄດ້ໃຫ້ຄວາມເຫັນວ່າ ການທີ່ຣັຖບານລາວ ເປີດຂາຍພັນທະບັດ ເທຶ່ອທີ່ 2 ນີ້ ສໍາລັບຜູ້ທີ່ມີເງິນເກັບ ບໍ່ໄດ້ເດືອດຮ້ອນ ກໍໜ້າລົງທຶນໄວ້ ແລະ ທ່ານເອງກໍສົນໃຈ ທີ່ຈະລົງທຶນໄປຊື້ ພັນທະບັດໄວ້ເຊັ່ນກັນ ເພາະພຽງໄລຍະ 6 ເດືອນ ກໍຖືວ່າໄດ້ດອກເບັ້ຍສູງ.
" ໄດ້ດອກເບັ້ຍຫັ້ນແຫລະ ໄດ້ດອກເບັ້ຍສູງກໍສົນໃຈຢູ່ ໂຕໃດດອກເບັ້ຍມັນສູງ ກໍຢາກໄດ້ໂຕນັ້ນຫັ້ນແຫລະ ຄໍາມັນຍັງມີຂຶ້ນມີລົງ ຄໍາກໍຊື້ ມີແຕ່ເອົາມາເກັບທ້ອນ ມີແຕ່ແບບເອົາໄວ້ໃຊ້ໄປບຸນໄປງານຊື່ໆ."
ທາງດ້ານຊາວລາວ ທ່ານນຶ່ງ ກໍກ່າວກ່ຽວກັບເຣື່ອງນີ້ວ່າ ທີ່ຣັຖບານລາວ ເປີດຂາຍພັນທະບັດເທຶ່ອທີ່ 2 ນີ້ ຄົນລາວທີ່ມີບັນຫາເຣື່ອງເງິນ ໃນແຕ່ລະເດືອນ ຈະບໍ່ສາມາດຊື້ພັນທະບັດໄດ້ ເພາະຕ້ອງລໍຖ້າ 6 ເດືອນ ຈຶ່ງຈະໄດ້ຕົ້ນທຶນ ພ້ອມດອກເບັ້ຍຄືນ ຖ້າຫາກ ໃຫ້ເລືອກຊື້ພັນທະບັດ ແລະຄໍາ ລາວເອງຈະເລືອກຊື້ຄໍາ ມາເກັບໄວ້ດີກວ່າ ເພາະເວລາບໍ່ມີເງິນ ສາມາດນໍາເອົາຄໍາອອກໄປຂາຍ ຫລືຈໍານໍາ ເອົາເງິນມາໝູນໃຊ້ໄດ້ທັນທີ.
" ມັນກໍບໍ່ໄດ້ຫລາຍເນາະ ສົມມຸດວ່າຊື້ 200 ລ້ານ ກໍາໄລຢູ່ທີ່ 10 ລ້ານ ມີບັນຫາມາ ເງິນໃນບັນຊີບໍ່ມີແລ້ວ ກໍເອົາພັນທະບັດບໍ່ໄດ້ ບໍ່ຮອດກໍານົດແລ້ວ ມັນເອົາອອກບໍ່ໄດ້ ຊື້ຄໍາດີກວ່າ ສາມາດຂາຍຄືນ ແລ້ວເອົາເງິນມາໝູນອັນອື່ນໄດ້ເດ້. "
ພ້ອມດຽວກັນນີ້ ຊາວລາວອີກທ່ານນຶ່ງ ກໍກ່າວວ່າ ການທີ່ຣັຖບານເປີດຂາຍພັນທະບັດ ກໍຍ້ອນ ຢາກຮັກສາ ສະຖຽນລະພາບເງິນຕຣາ ພາຍໃນປະເທດ ແຕ່ຖ້າໃນຄວາມເປັນຈິງແລ້ວ ຜູ້ທີ່ມີເງິນນ້ອຍ ບໍ່ຄວນໄປຊື້ພັນທະບັດ ຖ້າຫາກມີເງິນ ຄວນຈະຊື້ຄໍາໄວ້ດີກວ່າ ເມື່ອຈໍາເປັນ ກໍສາມາດນໍາໄປຂາຍໄດ້ ລາຄາກໍບໍ່ໄດ້ຕົກຫລາຍ.
" ຣັຖບານເຂົາເຈົ້າ ເປີດຂາຍພັນທະບັດ ເພື່ອ ບໍ່ໃຫ້ລາຄາເງິນຕຣາມັນສູງຂຶ້ນ ບາງເທຶ່ອຜູ້ມີໜ້ອຍຫວັງຢາກໄດ້ຈັງຊີ້ ເຂົາໄປຊື້ມັນບໍ່ໄດ້ຫລາຍເດ້ ເຈົ້າຊື້ຄໍາໄປຂາຍມື້ນີ້ກໍໄດ້ ບໍອຶດບ່ອນຂາຍຊີ້ນ່າ ກໍາໄລໜ້ອຍນຶ່ງເຂົາກໍຂາຍແລ້ວ. "
ກ່ອນໜ້ານີ້ ວັນທີ 15 ມີຖຸນາ 2022 ທະນາຄານແຫ່ງ ສປປ ລາວ ກໍໄດ້ເປີດຈໍາໜ່າຍພັນທະບັດສະກຸນເງິນກີບ ເທື່ອທີ່ 1 ເປັນຈໍານວນເງິນ 5,000 ຕື້ກີບ ເພື່ອປະກອບສ່ວນ ເຂົ້າໃນການຮັກສາ ສະຖຽນລະພາບ ທາງດ້ານການເງິນ ແລະ ແກ້ໄຂບັນຫາ ການຂາດແຄນເງິນຕຣາ ລະຫວ່າງປະເທດ. ເຊິ່ງຣັຖບານໄດ້ເປີດຂາຍພັນທະບັດ ໃນໄລຍະ 45 ວັນ ຈໍາໜ່າຍໄດ້ 4,004 ຕື້ກີບ ປະມານ 80%, ໃນນັ້ນມີປະເພດບຸກຄົນ ຊື້ພັນທະບັດປະມານ 42%, ນິຕິບຸກຄົນ 38%, ແມ່ນພາກກາງ ມີຍອດຈໍາໜ່າຍທັງໝົດ 2,445 ຕື້ປາຍກີບ, ພາກເໜືອ ຈໍາໜ່າຍທັງໝົດ 1,096 ຕື້ປາຍກີບ ແລະພາກໃຕ້ ມີຍອດຈໍາໜ່າຍ 483 ຕື້ປາຍກີບ.