ທາງການລາວ ມີໜີ້ສິນ ມະຫາສານ ຕ້ອງໃຊ້ຄືນ

ຣັຖບານລາວ ຕິດໜີ້ ທັງພາຍໃນ ແລະ ຕ່າງປະເທດໃນປີ 2020 ມູນຄ່າ ປະມານ 13 ຕື້ໂດລາ ພຶສຈິກາ 2021
ຣັຖບານລາວ ຕິດໜີ້ ທັງພາຍໃນ ແລະ ຕ່າງປະເທດໃນປີ 2020 ມູນຄ່າ ປະມານ 13 ຕື້ໂດລາ ພຶສຈິກາ 2021 (Photo: RFA)

0:00 / 0:00

ກະ​ຊວງ​ການ​ເງິນ​ໄດ້​ອອກວາ​ລະ​ສານຊື່​ວ່າ " ວາ​ລະ​ສານ​ໜີ້​ສິນ​ສາ​ທາ​ລະ​ນະ" ສະ​ບັບ​ປີ 2020 ທີ່​ລະ​ບຸ​ວ່າ ປະ​ເທດ​ລາວ​ຕິດ​ໜີ້​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດວາ​ລ​ະ​ສານ​ດັ່ງ​ກ່າວ ໄດ້​ຣາຍ​ງານ​ວ່າ ສ​ະ​ເພາະ​ປີ 2020 ປະ​ເທດ​ລາວມີ​ໜີ້​ສິນ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ທັງ​ໝົດ​ປະ​ມານ 13 ຕື້ ໂດ​ລາ. ໃນ​ຈຳ​ນວນໜີ້​ສິນ 13 ຕື້ ຣັ​ຖ​ບານ​ລາວ ຈະ​ຕ້ອງ​ໄດ້​ຈ່າຍດອກ​ເບ້ຍ​ອີກ 11 ເປີ​ເຊີ ເມື່ອ​ຄົບ​ຮອບ 1 ປີ. ດອກ​ເບ້ຍ 11 ເປີ​ເຊັນ ຂອງ 13 ຕື້ ໂດ​ລາ ມີ​ມູນ​ຄ່າ​ປະ​ມານ 1,4 ຕ໋ື້​ໂດ​ລາ ຫຼື 1,400 ລ້ານ​ໂດ​ລາ ຊຶ່ງ​ເປັນ​ມູນ​ຄ່າ​ດອກ​ເບ້ຍ​ທີ່​ຣັ​ຖ​ບານ​ລາວ ຈະ​ຕ້ອງ​ຈ່າຍໃນ​ປີ 2020. ປັດ​ຈຸ​ບັນ ພົ​ນ​ລະ​ເມືອງ​ລາວມີ​ປະ​ມານ 7 ລ້ານ ຄົນ, ແຕ່ ​ຈຳ​ນວນໜີ້​ສິນປະ​ມານ 13 ຕື້ໂດ​ລາ ມາ​ຫານ​ໃສ່​ຫົວ​ຄົນ​ລາວ ຜົ​ລ​ທີ່​ອອກ​ມາ ​ກໍ​ຄື ຄົນ​ລາວ 1 ຄົນ ຈະ​ຕິດ​ໜີ້​ຢູ່​ປະ​ມານ 1,800 ໂດ​ລາ ຫຼື ປະ​ມານ 18 ລ້ານ ກີບ. ການ​ຣາຍ​ງານ ແລະ ການ​ເຜີຍ​ແຜ່​ຂໍ້​ມູນໜີ້​ສິນສາ​ທາ​ລະ​ນະ ແມ່ນ​ກຳ​ນົດ​ຕາມ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ໜີ້​ສິນສາ​ທາ​ລະ​ນະ ສ​ະ​ບັບ​ເລກ​ທີ 46/ສ​ພ​ຊ ລົງ​ວັນ​ທີ 18 ມິ​ຖຸນາ 2019. ແຕ່​ບັນ​ຫາ ທີ່​ຈະ​ເກີດ​ຂຶ້ນ​ ກໍ​ຄື ຖ້າ​ຣັ​ຖ​ບານ ບໍ່​ສາ​ມາດ​ຈ່າຍ​ໜີ້​ຄືນ​ໄດ້ ເຈົ້າ​ໜີ້​ຈະ​ຕ້ອງ​ເຂົ້າ​ມາເອົາ​ຊັບ​ສິນ​ໃດ​ນຶ່ງ​ທົດ​ແທນ ຢ່າງ​ຫຼີກ​ລ້ຽງ​ບໍ່​ໄດ້ ຕ່າງ​ແຕ່​ ເຈົ້າ​ໜີ້​ຈະ​ເອົາ​ແບບ​ໃດ ແລະ ເມື່ອ​ໃດ. ນັກ​ຂ່າວ​ອາ​ວຸ​ໂສຕ່າງ​ປະ​ເທດ​ທ່ານ​ນຶ່ງ ຜູ້​ທີ່​ຂຽນ​ລົງ​ເລິກ​ກ່ຽວ​ກັບ​ເສ​ຖ​ກິ​ຈ​ລາວ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ: "ຄຳ​ຖາມ​ທຳ​ອິດ ກໍ​ຄື ແມ່ນ​ໃຜ​ເປັນ​ເຈົ້າ​ໜີ້. ຖ້າ​ວ່າ ເຈົ້າ​ໜີ້​ແມ່ນ​ຈີນ, ຣັ​ຖ​ບານ​ຈີນ ຫຼື ທະ​ນາ​ຄານ​ຈີນ ຈະ​ຕ້ອງ​ຖາມ​ເອົາໜີ້​ຄືນ ໃນ​ຮູບ​ແບບເອົາ​ຊັບ​ສິນ​ໃດ​ນຶ່ງ​ຂອງ​ລາວ ຫຼື ທີ່​ດິນ ແລະ ມັນ​ກໍ​ຂຶ້​ນ​ກັບສິ່ງ​ທີ່​ເຈົ້າ​ໜີ້ ຈະ​ຮຽກ​ຮ້ອງ​ເອົາ ຖ້າ​ວ່າ ລາວບໍ່​ສາ​ມາດ​ໃຊ້​ໜີ້​ໄດ້."

ຣັ​ຖ​ບານ​ລາວ ໄດ້​ວິ້ງ​ເຕັ້ນ​ຊອກ​ຫາ​ແຫຼ່ງ​ທຶນ​ມາ​ໃຊ້​ໜີ້ 13 ຕື້ ໂດ​ລາ ແລະ ລວມ​ທັງ​ດອກ​ເບ້ຍປະ​ມານ 1.4 ຕື້ ໂດ​ລາ ຊຶ່ງກວມ​ເອົາ​ 72 ເປີ​ເຊັນ ຂອງລວມຍອດ​ຜ​ລິດ​ຕະ​ພັນ​ພາຍ​ໃນ​ປີ ຫຼື GDP.

ນັກ​ຂ່າວ​ອາ​ວຸ​ໂສ​ທ່ານນີ້ ກ່າວ​ຕື່ມ​ອີກວ່າ: ສິ່ງ​ທີ່​ປະ​ເທດ​ລາວ ຈະ​ເຮັດ​ໄດ້​ ກໍ​ຄື ຊອກ​ຫາ​ແຫຼ່ງ​ທຶນ​ຈາກ​ບ່ອນ​ອື່ນມາ​ໃຊ້​ໜີ້ຈຳ​ນວນ​ດັ່ງ​ກ່າວ​ແທນ ໂດຍ​ການ​ຢືມ​ເງິນ​ຈາກ​ສ​ຖາ​ບັນ​ການ​ເງິນ​ຕ່າງ​ປະ​ເທດ, ແຕ່ ມັນ​ກໍ​ຄົງ​ບໍ່​ງ່າຍ ຍ້ອນ​ວ່າ ຕ່າງ​ປະ​ເທດບໍ່​ເຊື່ອ​ໝັ້ນ​ວ່າ ລາວ​ຈະ​ສາ​ມາດໃຊ້​ໜີ້​ແທນຄືນ​ທັນ​ເວ​ລາ​ໄດ້ ແຕ່​ມັນ​ກໍ​ຂຶ້ນ​ກັບ ຜູ້​ທີ່​ຈະ​ໃຫ້​ຢືມ.

ນອກ​ຈາກນີ້ ທາງ​ເລືອກ​ອີກ​ທາງ​ນຶ່ງ ທີ່​ຣັ​ຖ​ບານ​ຈະ​ຫາ​ເງິນ​ມາ​ໃຊ້​ໜີ້ ກໍ​ຄື ການ​ເປີດ​ໃຫ້​ມີ​ການ​ລົງ​ທຶນ​ໃນ​ຂ​ແນງ​ການເຂື່ອນ​ໄຟ​ຟ້າ ​ເພື່ອ​ໃຫ້​ມີ​ເງິນ​ທຶນ​ໝູນ​ວຽນ​ໃນ​ຕໍ່ໄປ. ການ​ໃຊ້​ໜີ້​ມູນ​ຄ່າ 13 ຕື້ ໂດ​ລາ ບໍ່​ລວມ​ທັງດອກ​ເບ້ຍ ມັນ​ເປັນ​ເລື່ອງ​ທີ່​ທ້າ​ທາຍ​ສຳ​ລັບ​ຣັ​ຖ​ບານ​ລາວ ທີ່​ຈະ​ຕ້ອງ​ຫາ​ເງິນ​ມາ​ໃຊ້​ໜີ້​ຈຳ​ນວນ​ດັ່ງ​ກ່າວ. ລາວ​ຕິດໜີ້ 13 ຕື້​ໂດ​ລາ ເປັນ​ໜີ້​ທີ່​ຣັ​ຖ​ບານ​ລາວກູ້​ຢືມ​ຈາກ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ເພື່ອ​ເອົາ​ມາ​ລົງ​ທຶນ​ໃສ່​ໂຄງ​ສ້າງ​ພື້ນ​ຖານ. ໃນນັ້ນ ປະ​ມານ 5 ຕື້​ໂດ​ລາ ແມ່ນໜີ້​ສິນ​ທີ່​ຣັ​ຖ​ບານລາວ ຢືມ​ມາ​ຈາກ​ຈີນ.

ນັກ​ຂ່າວ​ອາ​ວຸ​ໂສ ທ່ານນີ້ ກ່າວ: ໃນ​ຂ​ນະ​ດຽວ​ກັນ ມັນ​ມີ​ຄວາມ​ເປັນ​ໄປ​ໄດ້ ທີ່ ຈີນ​ໃນ​ຖາ​ນະ​ເ​ປັນ​ເຈົ້າ​ໜ້າ​ທີ່​ລາຍ​ໃຫຍ່​ຂອງ​ລາວ ເຂົ້າ​ມາ​ໃຊ້​ໜີ້ໃຫ້​ເຈົ້າ​ໜີ້ ຄົນ​ອື່ນໆ ແທນ​ລາວ ແລ້ວ​ຫຼັງ​ຈາກ​ນັ້ນ ຣັ​ຖ​ບານລາວ​ຈຶ່ງ​ໃຊ້​ໜີ້​ຈີນ​ຄືນ ໃນ​ຮູບ​ແບບ​ຕ່າງໆ.

ມັນ​ຈະ​ເປັນ​ການ​ໃຊ້​ໜີ້​ໄລ​ຍະ​ຍາວ, ແຕ່​ ຣັ​ຖ​ບານ​ລາວ ຄົງ​ຈະ​ບໍ່​ສາ​ມາດ​ໃຊ້ນີ້​ໄດ້​ພາຍ​ໃນ 5-10 ປີນີ້ ຊຶ່ງ​ມັນ​ຕ້ອງ​ດົນ​ກວ່າ​ນັ້ນ​ອີກ. ນັກ​ທຸ​ຣະ​ກິດ​ລາວ ທ່ານ​ນຶ່ງ ໄດ້​ໃຫ້​ສຳ​ພາດ​ວ່າ:

ນັກ​ທຸ​ລະ​ກິດ: ຊິ​ຜັກ​ພາລະ​ໃຫ້ຄົນ​ລຸ້ນ​ໃດ 30 ປີ 50 ປີ ແມ່ນ​ຕົ່ວ​ຫວະ ແຕ່​ຄຳ​ວ່າ ຊິ​ໃຊ້​ໄດ້​ບໍ່​ພາຍ​ໃນ 5 ປີນີ້ ບໍ່​ມີ ຢ່າ​ໄປ​ເວົ້າ ຢ່າ​ໄປ​ເຊື່ອ 10 ປີ ເຊື່ອ​ຍາກ ແຕ່​ສຳ​ລັບ​ຂ້າ​ພະ​ເຈົ້າ​ບໍ່​ເຊື່ອ​ຄື​ເກົ່າ.

ນັກ​ຂ່າວ: ເປັນ​ຫຍັງ?

ນັກ​ທຸ​ຣະ​ກິດ: ມັນ​ບໍ່​ມີ​ທາງ​ຊິ​ໄດ້​ເງິນ​ມາ​ແຕ່​ໃສ 13 ຕື້ ພາຍ​ໃນ 20 ປີ ເພາະ​ລາຍ​ຮັບ ລາຍ​ຫຍັງ​ຕ່າງໆ ທີ່​ເຮົາ​ເບິ່ງ​ເປີ​ເຊັນ ທີ່​ມັນ​ຂຶ້ນ​ຫັ້ນ​ນ່າ ກັບ​ການ​ແຍ່ງ ຍາດ​ແຍ່ງ​ກັນ ຜົ​ລ​ຜ​ລິດ ຫຼື ທຶນ​ຂ້າມ​ຜ່ານ ຫຼື ທຶນ​ໄຫຼ​ເຂົ້າ ຫຼື ເສ​ຖ​ສາດ​ສຳ​ລັບ​ພູ​ມິ​ພາກໃຜ​ກະ​ຍາດ​ພໍ​ໃຜ ຄັນ 30 ປີ ຊິ​ເຊື່ອ​ຢູ່.

ພາຍ​ໃນ 10 ປີ ມີ​ແຕ່​ຄົນ​ເອົາ​ປາກ​ເວົ້າ​ຊື່ໆ ການ​ເຕີບ​ໂຕ​ທາງ​ເສ​ຖ​ກິ​ຈ ບໍ່​ແມ່ນ​ເຈົ້າ​ຊິ​ໄດ້​ຜູ້​ດຽວ ມັນ​ຕ້ອງ​ເວົ້າ​ບຸກ​ຄລາ​ກອນ ເຈົ້າ​ເກັ່ງ​ຊ່ຳ​ໃດ ບໍ່​ມີ​ບຸກ​ຄ​ລາ​ກອນ ຊິ​ໄປ​ສ້າງ​ຢູ​ນິ​ຄອນ ເລີຍ ແລ້ວ​ຈັ່ງ​ໃດ ເຮົາ​ຊິ​ໄດ້​ເງິນ 13 ຕື້ ມາ​ໃຊ້​ເຂົາ ບໍ່​ເວົ້າ​ດອກ​ເບ້ຍ​ໃດ. ເລື່ອງ​ບົດ​ຣາຍ​ງານ​ຕ່າງໆ ຄື​ວ່າລະ ຕິດ​ຕາມ​ສະ​ພາ​ເພິ່ນ​ກະ​ບໍ່​ຄ່ອຍ​ໄດ້​ຖ່າຍ​ທອດ​ສົດ ຂ່າວ ກະ​ບໍ່​ປານ​ໃດ.

ນັກ​ຂ່າວ: ແຕ່​ວ່າ ຖ້າ​ໃຊ້​ເຂົາ​ບໍ່​ໄດ້​ນີ້ ຄິດ​ວ່າ ເຂົາ​ຊິ​ເອົາ​ຫຍັງ​ທົດ​ແທນ ເຂົາ​ຊິ​ປະ​ເລີຍ​ເບາະ ຫຼື​ວ່າ?

ນັກ​ທຸ​ຣະ​ກິດ: ບໍ່​ມີ​ທາງ​ ເຂົາ​ຊິ​ປະ ເຂົາ​ຊິ​ບີບ ເຂົາ​ທົດ​ແທນ​ເຂົາ​ມາ​ໃນ​ລັກ​ສ​ະນະ​ໃດ ມາ​ໃນ​ບຸ​ລິ​ມະ​ສິດ​ໃນ​ການ​ລົງ​ທຶນ. ລົງ​ທຶນ​ໃນ​ປະ​ເທດ​ເຈົ້າ​ລົງ​ທຶນ​ໂຕ​ໃດ ເຂົາ​ກະ​ມາ​ເບິ່ງວ່າ ໃຫ້​ຕັ້ງ​ເປັນ​ຖານ​ການ​ຜ​ລິດ.

ຂ້ອຍ​ມາ​ຢູ່​ໃນ​ສັມ​ປ​ະ​ທານ 90 ປີ ຂ້ອຍ​ຈ່າຍ​ໃຫ້​ເຈົ້າ​ໜ້ອຍໆນີ້ ແຕ່​ຄົນ​ບຸກ​ຄ​ລາ​ກອນ​ຫຼັກ​ມີ​ແຕ່​ຄົນ​ຂ້ອຍ​ໝົດເຂົ້າ​ຫັ້ນ ເຈົ້າ​ມີ​ແຕ່​ແຮງ​ງານ. ແຮງງານ ທັກ​ສະ ເຈົ້າ​ບໍ່​ທັນມີ​ຊ້ຳ ຄັນ​ຊິ​ເອົາ​ຊັ​ພ​ຍາ​ກອນ​ໄປ​ໃຊ້ ຊັ​ພ​ຍາ​ກອນໃສ​ຊິ​ມີ ກະ​ມີ​ພໍ​ແຕ່​ຊ່ຳ​ນັ້ນ.

ໃນ​ຂ​ນະ​ທີ່ ຣັ​ຖ​ບານ​ລາວ ກໍ​ມີ​ການ​ລະ​ດົມ​ທຶນ​ໂດຍ​ການ​ຂາຍ​ພັນ​ທະ​ບັດ ເພື່ອ​ເອົາ​ເງິນ​ມາ​ໃຊ້​ໜີ້. ທ່ານ ສອນ​ໄຊ ສີ​ພັນ​ດອນຮອງ​ນາ​ຍົກ​ຣັ​ຖ​ມົນ​ຕຣີ ແລະ ທັງ​ເປັນ ຣັ​ຖ​ມົນ​ຕ​ຣີກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ໄດ້​ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ສ​ມັຍ​ສາ​ມັນ​ເທື່ອ 2 ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 9 ໃນ​ວັນ​ທີ 1 ພຶ​ສ​ຈິ​ກາ ຕອນ​ນຶ່ງວ່າ: " ໄດ້​ສືບ​ຕໍ່​ແກ້​ໄຂ​ໜີ້​ສິນ ດ້ວຍ​ຮູບ​ແບບ​ອ່​ວຍ​ໜີ້​ສາມ​ແຈ ແລະ ການ​ອອກ​ພັນ​ທະ​ບັດ​ໃນ​ງວດ​ສອງ ຈຳ​ນວນ 5 ພັນ​ຕື້ [ກີບ]."

ນອກ​ຈາກນີ້ ປະ​ເທດ​ລາວ​ຍັງ​ປະ​ສົບ​ບັນ​ຫາກັບ​ເງິນ​ເຟີ ເມື່ອ​ທຽບ​ໃສ່ອັດ​ຕ​ຣາ​ເງິນ​ໂດ​ລາ ແລະ ການ​ຂາດ​ແຄນ​ນ້ຳ​ມັນ - ນັບ​ແຕ່​ເດືອນ​ມົກ​ກະ​ຣາ ຫາ​ ເດືອນ ພຶ​ສ​ຈິ​ກາ 2021 ຣັ​ຖ​ບານລາວ ໄດ້​ປະ​ກາດຂຶ້ນ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟໄປ​ແລ້ວ 17 ຄັ້ງ. ທີ່​ຜ່ານ​ມາ, ອົງການ Fitch Rating ທີ່ເປັນ​ອົງ​ການ ​ຈັດ​ອັນ​ດັບ​ຄວາມ​ໜ້າ​ເຊື່ອ​ຖື​ດ້ານການ​ຈ່າຍ​ໜີ້ ທີ່​ຕັ້ງ​ຢູ່ ສ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ອອກ​ບົດ​ຣາຍ​ງານ ໃນ​ວັນ​ທີ 9 ສິງ​ຫາ 2021 ວ່າ: ປະ​ເທດ​ລາວ​ຍັງ​ຄ້າງ​ຈ່າຍ​ໜີ້​ສິນໃຫ້​ຕ່າງ​ປະ​ເທດ ປະ​ມານ 400 ລ້ານ ໂດ​ລາ ສະ​ເພາະ​ໃນ​ປີ 2021, ໃນ​ຂ​ນະ​ທີ່​ ຣັ​ຖ​ບານ​ລາວ ໃຊ້​ໜີ້​ໄດ້​ພຽງ 150 ລ້ານ ໂດ​ລາ ໃນ​ເດືອນ ມິ​ຖຸນ​າ ທີ່​ຜ່ານ​ມາ.

ອົງການ Fitch Rating ຍັງ​ຄາດ​ການ​ວ່າ: ຣັ​ຖ​ບານ​ລາວ ຍັງ​ຈະ​ສືບ​ຕໍ່ຂາຍ​ຊັບ​ສິນ​ ແລະ ຂາຍ​ສຳ​ປະ​ທານ​ ເພີ່ມ​ເຕີມ​ອີກ ເພື່ອ​ເອົາ​ເງິນ​ມາ​ໃຊ້​ໜີ້​ຕ່າງ​ປະ​ເທດໃນ​ອີກ 5 ປີ ຕໍ່​ໜ້າ ໂດຍ​ສ​ະເພາະ ຄ​ນະ​ຣັ​ຖ​ບານຊຸດ​ໃໝ່ ທີ່ໄດ້​ສຸມໃສ່​ທຸກ​ຄວາມ​ພ​ຍາ​ຍາມ ໃນ​ການ​ໃຊ້​ໜີ້.

ມັນ​ກໍ​ຄົງ​ຈະ​ເປັນ​ເລື່ອງ​ທີ່ບໍ່​ສາ​ມາດ​ເຮັດ​ໄດ້ໄວ ແລະ ທັນ​ເວ​ລາ ຍ້ອນ​ວ່າ ປະ​ເທດ​ລາວຖືກ​ຈັດ​ຢູ່​ໃນ​ປະ​ເທດ​ທີ່ບໍ່​ສາ​ມາດ​ໃຊ້​ໜີ້​ໄດ້​ທັນ​ເວ​ລາ. ດຣ.​ Keith Barney ນັກປະຖະກາຖາອາວຸໂສ ຈາກມະຫາວິທຍາແຫ່ງຊາດອອສເຕຼເລັຍ ຜູ້ທີ່ຕິດຕາມເຣື່ອງສະພາບການໃນລາວ ມາຫຼາຍປີ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:​ ຄວາມທ້າທາຍໃນການໃຊ້ໜີ້ຂອງລາວ ບໍ່ສາມາດຫຼີກລ້ຽງໄດ້ ແລະ ມັນໃກ້ຈະເກີນຂີດຈໍາກັດ, ການປະສານງານ ແລະ ການດໍາເນີນໂຄງການ ສ້າງເຂື່ອນ ແລະ ໂຄງການຂນາດໃຫຍ່ອື່ນໆ ທີ່ບໍ່ມີປະສິດທິພາບ. ມັນເປັນໂສກນາຕກັມທາງທັມຊາດ - ມີການສ້າງເຂື່ອນໃສ່ແມ່ນໍ້າຫຼາຍສາຍໃນລາວ ເຊັ່ນ ແມ່ນໍ້າອູ ກໍຖືກສັງເວີຍມາສ້າງເຂື່ອນ ເພື່ອໃຫ້ໄດ້ລາຍຮັບທີ່ບໍ່ແມ່ນຂອງຣັຖ ແລະ ບໍ່ແມ່ນການພັທນາທີ່ຍື່ນຍົງ ໃຫ້ແກ່ປະຊາຊົນລາວ, ແຕ່ມັນຍິ່ງເປັນການສ້າງໜີ້ສິນ ແລະ ບັນຫາທາງການເງິນ ເພີ່ມຂຶ້ນ.​

ດຣ.​Keith Barney ນັກປະຖະກາຖາອາວຸໂສ ກ່າວອີກວ່າ: ບັນຫາດັ່ງກ່າວ ຍິ່ງເຮັດປະເທດລາວມີຂໍ້ຈໍາກັດທາງການເງິນ ກະທົບຕໍ່ການສົ່ງເສີມຄົວເຮືອນ ແລະ ທຸຣະກິຈ ຂນາດນ້ອຍ ທີ່ກໍາລັງຕໍ່ສູ້ດິ້ນຮົນ ໃນໄລຍະໂຄວິດ-19​ ຣະບາດ.​ ສໍາລັບຫຼາຍປະເທດແລ້ວ, ການເສັຽສິດການເປັນເຈົ້າຂອງລະບົບສາຍສົ່ງໄຟຟ້າແຫ່ງຊາດແບບນີ້ [ລາວ] ຖືວ່າ ເປັນບັນຫາຮ້າຍແຮງ ທີ່ກະທົບອະທິປະໄຕ ແລະ ຄວາມໝັ້ນຄົງຂອງຊາດ.​

ສະນັ້ນ ຣັຖບານລາວ ກໍາລັງສືບຕໍ່ ລະດົບທຶນຈາກແຫຼ່ງທຶນຕ່າງໆ ເພື່ອແກ້ໄຂບັນຫາການດຸ່ນດ່ຽງ ແລະ ການໃຊ້ໜີ້.​ ປະເທດລາວໄດ້ຂາຍໂຄງການຣະບົບສາຍສົ່ງໄຟຟ້າສ່ວນນຶ່ງ ໃຫ້ແກ່ບໍຣິສັດຈີນ ທີ່ຊື່ວ່າ China Southern Power Grid, ຂາຍທນາຄານພັທນາລາວ ແລະ ທນາສົ່ງເສີມກສິກໍາ ໃຫ້ບໍຣິສັດ ຈະເລີນເຊກອງ ພາວເວີ ແລະ ບໍຣິສັດ ພົງທະວີຊັບ ກໍ່ສ້າງ.​ ປັດ​ຈຸ​ບັນເສ​ຖ​ກິ​ຈ​ຂອງ​ປະ​ເທດ​ລາວ ມີ​ຄວາມ​ບອບ​ບາງ ຍ້ອນ​ວ່າ ເງິນ​ຕຣາ ຢູ່​ໃນ​ຄັງ​ສະ​ສົມ ມີ​ໜ້ອຍ. ທ່ານ ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ໄດ້​ກ່າວ​ຢູ່​ໃນ​ກອງ​ປ​ະ​ຊຸມ​ສ​ໄມ​ວິ​ສາ​ກັນ ເທື່ອ​ທີ 1 ຂອງ​ສ​ພາ​ແຫ່ງ​ຊາດ​ຊຸດ​ທີ 9 ໃນ​ວັນ​ທີ 6 ສິງ​ຫາ ຕອນ​ນຶ່ງວ່າ: ເສ​ຖ​ກິ​ຈ​ມະ​ຫາ​ພາກບອບ​ບາງ​ທີ່​ສຸດ ແລະ ຄັງ​ສະ​ສົມ​ບໍ່​ເງິນ ເຖິງມີ​ກໍ​ໜ້ອຍ​.