ຍິງລາວຍັງສ່ຽງໄປເຮັດວຽກ ຢູ່ ໄທ

ສົມເນ
2016.03.06
F-Lao-thai ເຂດແດນລາວໄທ ໃນແຂວງ ຈໍາປາສັກ ໄປມາ ຫາສູ່ກັນ ໂດຍຕລອດ
RFA

ຍິງສາວລາວ ຢູ່ ແຂວງ ສວັນນະເຂດ ຍັງພາກັນ ໄປເຮັດວຽກ ຢູ່ ປະເທດໄທ ເພື່ອຫາເງິນ ມາຊ່ອຍຫຼຸດຜ່ອນ ຄວາມທຸກຍາກ ໃນ ຄອບຄົວ ຍ້ອນວ່າ ຢູ່ລາວ ບໍ່ມີໂຮງຈັກ ໂຮງງານ ຫຼາຍ ແລະ ອີກຢ່າງນຶ່ງ ເຂົາເຈົ້າ ກໍຢາກໄປ ເຮັດວຽກ ຢູ່ເມືອງໃຫຽ່ ບ່ອນທີ່ມີ ຣາຍໄດ້ ສູງກ່ວາ ຢູ່ລາວ, ຕາມການ ບອກເລົ່າ ຂອງ ເຈົ້າໜ້າທີ່ ຫ້ອງການ ແມ່ຍິງ ເມືອງ ຈໍາພອນ:

"ຢູ່ລາວ ມັນກໍບໍ່ໄດ້ ມີໂຮງຈັກ ໂຮງງານ ຫຼາຍນະ ພວກເປັນໂສດ ເປັນໜຸ່ມ ເຂົາເຈົ້າກໍມີ ແຕ່ສ່ວນຫຼາຍ ໄປທໍາງານ ຢູ່ ເມືອງໄທ ບາງຄົນ ກໍຮຽນແລ້ວ ພໍ່ແມ່ ບໍ່ມີຄົນຄໍາ ສົ່ງເສີມ ໃຫ້ຮຽນ ແລ້ວກໍໄປ ທໍາງານ, ບາງຄົນ ຄອບຄົວ ຂາດເຂີນ ແຕ່ ສ່ວນຫຼາຍແລ້ວ ເຂົາເຈົ້າ ມັກໄປ ທໍາງານ ຢູ່ພຸ້ນ".

ເຊັ່ນດຽວກັນ ກັບ ເມືອງອື່ນໆ ແມ່ຍິງ ຢູ່ເມືອງ ອາດສະພັງທອງ ກໍມັກໄປ ເຮັດວຽກ ຢູ່ ປະເທດໄທ ເຖິງວ່າ ທາງເມືອງ ຈະສົ່ງເສີມ ໃຫ້ເຮັດວຽກ ຢູ່ໂຮງຈັກ ໂຮງງານ ພາຍໃນ ປະເທດ ກໍດີ ເປັນຕົ້ນ ໂຮງງານ ຢູ່ເຂດ ເສຖກິດ ພິເສດ ສວັນ-ເຊໂນ ຕ້ອງການ ຄົນງານ ຫຼາຍທີ່ສຸດ ແຕ່ມີຄົນ ຈໍານວນໜ້ອຍ ໄປສມັກ. ດັ່ງ ເຈົ້າໜ້າທີ່ ຫ້ອງການ ແມ່ຍິງ ປະຈໍາເມືອງ ໄດ້ກ່າວ:

"ເຂົາໄປນີ້ ຄິດວ່າ ໄດ້ດີ ສົ່ງເງິນສົ່ງຄໍາ ມາໃຫ້ ຄອບຄົວ ຄືວ່າ ໄດ້ມາ ກໍມາພັທນາ ຄອບຄົວ ຫັ້ນແຫຼະ ກໍມີຫັ້ນແຫຼະ ຖືກຫຼອກລວງ ຫັ້ນ ກໍຄືໃນປີ ຜ່ານມາ ຢູ່ເມືອງນີ້ ກໍມີ ຖືກນາຍໜ້າ ເອົາໄປແລ້ວ ໄປທໍາງານ ຂົ່ມຂືນ ທໍາຊໍາເລົາ".

ຜ່ານມາ ແລະ ປັດຈຸບັນ ທາງການລາວ ໄດ້ປ່າວເຕື່ອນ ຊາວຫນຸ່ມ ຍິງສາວລາວ ໃຫ້ ຣະມັດຣະວັງ ກ່ອນຈະ ຕັດສີນໃຈ ໄປ ເຮັດວຽກ ຢູ່ ປະເທດໄທ ແລະ ຢາກໃຫ້ໄປ ແບບຖືກຕ້ອງ ຕາມ ກົດໝາຍ ເພື່ອປ້ອງກັນ ບໍ່ໃຫ້ຕົກ ເປັນເຫຍື່ອ ຂອງພວກ ຄ້າມະນຸດ.

ນອກນັ້ນ ກໍຢາກ ສົ່ງເສີມໃຫ້ ຄົນງານລາວ ມີວິຊາຊີພ ເພື່ອ ສະດວກ ສະບາຍ ໃນການ ຊອກຫາ ວຽກເຮັດ ງານທໍາ ແລະ ມີຣາຍໄດ້ ດີກ່ວາ ໃຊ້ແຮງງານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.