ໂຮງງານຕັດຫຍິບລາວຂາດ ແຮງງານ
2015.09.17
ປັດຈຸບັນ ຂແນງ ຕັດຫຍິບ ຢູ່ ລາວ ບໍ່ມີ ຄົນງານ ພຽງພໍ ກັບ ຄວາມ ຕ້ອງການ, ຍ້ອນ ຊາຍໜຸ່ມ ຍິງສາວ ລາວ ພາກັນໄປ ເຮັດວຽກ ຢູ່ ປະເທສ ໄທ ເພາະ ໄດ້ຄ່າ ແຮງ ສູງກວ່າ ຢູ່ລາວ. ເພື່ອ ແກ້ໄຂ ບັນຫາ ດັ່ງກ່າວ, ເຈົ້າໜ້າທີ່ ສະມາຄົມ ອຸດສາຫະກັມ ຕັດຫຍິບ ຂອງລາວ ເວົ້າວ່າ:
"ເຮົາກໍ ພຍາຍາມ ປັບປຸງ ຄຸນນະພາບ ໂຮງງານ ສ້າງ ນະໂຍບາຍ ສ້າງ ສະພາບ ແວດລ້ອມ, ໃຫ້ ເຮັດວຽກ ໃຫ້ໜ້າຢູ່ ກໍບໍ່ຢາກ ໃຫ້ ແຮງງານ ຂະເຈົ້າ ເຄື່ອນຍ້າຍ ຫຼາຍ, ແຕ່ວ່າ ຜູ້ອອກຈາກ ງານ ມັນກໍໄດ້ ເວົ້າ ເຣື່ອງ ຊີວິດ ຄວາມເປັນຢູ່ ຂອງ ຂະເຈົ້າ ກໍວ່າທີ່ໃດ ຣາຍໄດ້ສູງ ຂະເຈົ້າ ກໍ ເຄື່ອນຍ້າຍ ຕົວ ແຮງງານ ຕ່າງຊາດ, ມີເຣື່ອງຄ່າ ໃຊ້ຈ່າຍ ມັນ ຈະສູງຢູ່ ແລ້ວ ແຮງງານ ຕ່າງຊາດ ນີ່ ເຮົາ ເອົາມາແຕ່ ຜູ້ ບໍຣິຫານ ຫລື ວ່າ ນັກ ວິຊາການ".
ທ່ານເວົ້າ ອີກວ່າ ສຳລັບ ຄົນງານ ຕັດຫຍິບ ທີ່ ຍັງບໍ່ມີ ສີມືດີ ຈະໄດ້ຮັບ ຄ່າ ແຮງງານ ຂັ້ນຕ່ຳ 9 ແສນ ກີບ ຕໍ່ເດືອນ. ສ່ວນວ່າ ຜູ້ທີ່ ມີສືມືດີ ແລ້ວ ແມ່ນ ຈະ ໄດ້ ຄ່າແຮງງານ ສູງຂຶ້ນ, ຕາມ ການຕົກລົງ ກັນກັບ ເຈົ້າຂອງ ໂຮງງານ. ພ້ອມກັນນັ້ນ ຍັງ ມີເງິນຄ່າ ສວັດດິການ ຕື່ມອີກ ເຊັ່ນ: ຄ່າກິນເຂົ້າ, ບໍ່ໄດ້ ເສັຽຄ່າ ຫໍພັກ, ຄ່ານ້ຳ, ຄ່າໄຟ ແລະ ມີຣົດ ຮັບສົ່ງ ໄປ ໂຮງງານ.
ຄົນງານ ຕັດຫຍິບ ໜີໄປ ເຮັດວຽກ ຢູ່ ປະເທສ ໄທ ຍ້ອນວ່າໄດ້ ຄ່າ ແຮງງານ ສູງກວ່າ, ຄື ໄດ້ ປະມານ 2 ລ້ານ ກີບ ຕໍ່ເດືອນ, ເຮັດໃຫ້ ບໍ່ມີ ຄົນງານ ພໍຕາມ ກຳນົດ ທີ່ ວາງເອົາໄວ້ ປະມານ 10 ພັນ ຄົນ ແລະ ຄາດວ່າ ໃນ ອະນາຄົດ ຍັງ ຈະຕ້ອງການ ເພິ່ມຂຶ້ນ ເປັນ 40 ພັນ ຄົນ, ເພື່ອ ສນອງ ໂຮງງານ ຕັດຫຍິບ ເປັນຕົ້ນ ແມ່ນ ຂອງ ຍີ່ປຸ່ນ ທີ່ ມີເຖິງ 14 ແຫ່ງ:
"ການສຳຣວດ ເມື່ອຕົ້ນປີ ຄວາມ ຕ້ອງການ ຂອງເຮົາ ກໍມີ ປະມານ ໝ້ອງ 10 ພັນ ຄົນ, ປັຈຈຸບັນ ນີ້ ກໍມີຢູ່ 3-4 ພັນ ຄົນ ນັ້ນແຫລະ ແລະ ຄວາມ ຕ້ອງ ການ ຂອງເຮົາ ກະຕ້ອງການ ໃຫ້ເພີ່ມຂຶ້ນ ເປັນ 40 ພັນ ຄົນ ແຮງງານ ສ່ວນຫຼາຍ ເປັນຜູ້ຍິງ ອາຍຸ ແຕ່ 18 ປີ ຂຶ້ນໄປ ມາຈາກ ແຂວງ ທາງ ພາກເໜືອ ສ່ວນຫຼາຍ".
ເວົ້າເຖິງ ແຮງງານ ຢູ່ ລາວ ເບິ່ງ ລວມແລ້ວ ເຫັນວ່າ ບໍ່ພຽງແຕ່ ຂແນງ ຕັດຫຍິບ ເທົ່ານັ້ນ ທີ່ ຂາດເຂີນ, ທາງດ້ານ ການຜລິດ ແລະ ການ ບໍຣິການ ກໍຍັງ ຂາດເຂີນ ເຊັ່ນກັນ.