ລາວຈະຄົ້ນຫາຖ່ານຫີນ ຂ.ວຽງຈັນ

ສິດນີ
2014.05.28
f-default ລາວຈະຄົ້ນຫາຖ່ານຫີນ ຂ.ວຽງຈັນ
RFA

 

ເຈົ້າຫນ້າທີ່ ທ່ານນຶ່ງ ເວົ້າວ່າ ວ່າງມໍ່ໆ ມານີ້ ບໍຣິສັດ DOT SERVE ENTERPRISE ແລະ ບໍຣິສັດ GPC ຊຶ່ງ ເປັນ ບໍຣິສັດ ຂອງ ຄົນລາວ ໄດ້ ເຊັນສັນຍາ ກັບ ທາງການ ແຂວງ ວຽງຈັນ ເພຶ່ອ ສຳຫຣວດ ແລະ ຂຸດຄົ້ນ ແຮ່ ຖ່ານຫີນ ທີ່ບ້ານນາ ເຂງ ແລະ ບ້ານນາມົນ ເມືອງເຟືອງ ແຂວງ ວຽງຈັນ ການ ສຳຫຣວດ ຈະໃຊ້ ເວລາ ສອງປີ. ດັ່ງທ່ານ ກ່າວວ່າ:

"ດຽວນີ້ ຫັ້ນ ຣັຖບານ ໃຫ້ແຕ່ ສຳຫຣວດ ເບີ່ງວ່າ ມີຫລາຍ ມີຫນ້ອຍ ແລ້ວ ຣາຍງານ ຂັ້ນຕອນ ທີສອງ ສຳຫຣວດ ແລ້ວໆ ວ່າມັນມີ ຫລາຍມີຫນ້ອຍ ຕ້ອງໄດ້ ຣາຍງານ ແຕ່ວ່າ ຖ້າມີຫລາຍ ກໍຣະຍະຕໍ່ ນຳຣັຖບານ ເຣື້ອງຂຸດຄົ້ນ".

ທ່ານກ່າວ ຕຶ່ມວ່າ ເນຶ້ອທີ່ ທີ່ທາງການ ໃຫ້ສຳຫຣວດ ນັ້ນ ປະມານ 36.7 ຕາຕະຣາງ ກິໂລແມັດ ສ່ວນໃຫຍ່ ເປັນດິນ ຂອງ ຣັຖບານ ແລະ ດິນ ປະຊາຊົນ ຈຳນວນນຶ່ງ ແຕ່ ຖ້າຫາກ ສຳຫຣວດ ພົບວ່າ ມີແຮ່ທາດ ຫລາຍ ໃນດິນ ປະຊາຊົນ ທາງການ ກໍຈະຂໍດິນ ປະຊາຊົນ ບ່ອນ ດັ່ງກ່າວ ໃຫ້ແກ່ ບໍຣິສັດ ສຳປະທານ ແລ້ວຄ່ອຍ ຈ່າຍ ຄ່າຊົດເຊີຍ ຕາມຫລັງ. ຍັງບໍ່ຮູ້ວ່າ ຈະມີ ຖ່ານຫີນ ຫລາຍ ຫນ້ອຍປານໃດ ໃນເຂດ ດັ່ງກ່າວ.

ຜ່ານມາ ຢູ່ ເມືອງເຟືອງ ເຄີຍມີ ບໍຣິສັດ ເຂົ້າມາຂຸດຄົ້ນ ແຮ່ທາດ ແລ້ວ ແຕ່ໄດ້ ຍົກເລີກ ໄປແລ້ວ ເນື່ອງຈາກ ແຮ່ທາດ ຫມົດໄປ ແຕ່ບໍ່ມີ ຣາຍງານວ່າ ມີຜົລ ກະທົບ ຕໍ່ສິ່ງ ແວດລ້ອມ ໃນການຂຸດຄົ້ນ ເທຶ່ອນັ້ນ ບໍຣິສັດ ທີ່ ຈະມາສຳຫຣວດ ແລະ ຂຸດຄົ້ນເທຶ່ອນີ້ ແມ່ນ ບໍຣິສັດ ໃຫມ່ ເປັນເຈົ້າຂອງ ໂດຍ ຄົນລາວ ໄດ້ ຄາດການວ່າ ຈະມີ ແຮ່ທາດ ສະສົມ ຢູ່ຢ່າງ ຫລວງ ຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.