ວິສາຫະກິຈໄຟຟ້າລາວ ເສັຍຫາຍກວ່າຮ້ອຍຕື້ກີບ ຈາກການລັກໃຊ້ໄຟຟ້າ

ນັບແຕ່ເດືອນມົກກະຣາ ຫາເດືອນສິງຫາ ປີ 2023 ນີ້ ຣັຖວິສາຫະກິຈໄຟຟ້າລາວ ໄດ້ກວດພົບລູກຄ້າໃນທົ່ວປະເທດ ຈໍານວນ 172 ບັນຊີີ ມີການລັກໄຟຟ້າ ແລະດັດແປງໝໍ້ນັບໄຟ ເຊິ່ງໄດ້ສ້າງຄວາມເສັຍຫາຍ ຕໍ່ຣັຖວິສາຫະກິຈໄຟຟ້າລາວ ເຖິງ 108 ຕື້ກີບ.

ໜໍ້ນັບໄຟແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ. ເດືອນຕຸລາ ປີ 2023. ນັກຂ່າວ ພົລເມືອງ

ນັບແຕ່ເດືອນມົກກະຣາ ຫາເດືອນສິງຫາ ປີ 2023 ນີ້ ຣັຖວິສາຫະກິຈໄຟຟ້າລາວ ໄດ້ກວດພົບລູກຄ້າໃນທົ່ວປະເທດ ຈໍານວນ 172 ບັນຊີີ ມີການລັກໄຟຟ້າ ແລະດັດແປງໝໍ້ນັບໄຟ ເຊິ່ງໄດ້ສ້າງຄວາມເສັຍຫາຍ ຕໍ່ຣັຖວິສາຫະກິຈໄຟຟ້າລາວ ເຖິງ 108 ຕື້ກີບ ໂດຍໃນນັ້ນ ໄດ້ມີການເສັຍຄ່າປັບໃໝ ແລະຊໍາລະເງິນຄ່າໄຟຟ້າຄືນຫຼັງແລ້ວ 107 ບັນຊີ ສ່ວນອີກ 65 ບັນຊີ ຍັງບໍ່ທັນຈ່າຍຄ່າປັບໃໝ ແລະຊໍາລະຄ່າໄຟຟ້າຄືນຫຼັງ, ອີງຕາມຂໍ້ມູນ ຂອງຣັຖວິສາຫະກິຈໄຟຟ້າລາວ ເມື່ອວັນທີ 31 ຕຸລາ 2023.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຣັຖວິສາຫະກິຈໄຟຟ້າລາວ ໃນເຂດນະຄອນຫຼວງວຽງຈັນ ທ່ານນຶ່ງ ໄດ້ຊີ້ແຈງວ່າ ສໍາລັບລູກຄ້າໃນເຂດນະຄອນຫຼວງວຽງຈັນ ທີ່ລັກໃຊ້ໄຟຟ້າ ແລະດັດແປງໝໍ້ານັບໄຟນັ້ນ ມີທັງຜູ້ໃຊ້ໄຟຟ້າໃນຄົວເຮືອນ ແລະໂຮງງານຕ່າງໆ ເຊິ່ງກໍໄດ້ມີການປະຕິບັດມາຕການຕໍ່ຜູ້ລະເມີດ.

ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 6 ພຶສຈິກາ ນີ້ວ່າ:

ມີທຸກຮູບແບບ ເປັນໂຮງງານ ເປັນຄອບຄົວກະມີ ເອີ່ ກະໃຊ້ລະບຽບແຫຼະ ຍຶດກິຈການ ປິດ 2 ໂຮງງານ ຕັດໄຟໄວ້ ຕາມແຈ້ງການແຫຼະ ຕາມໄຟຟ້າ ແຈ້ງການອອກໄປ.”

ໃນຂະນະທີ່ ເຈົ້າໜ້າທີ່ຣັຖວິສາຫະກິຈໄຟຟ້າລາວ ອີກທ່ານນຶ່ງ ກ່າວວ່າ ໃນກໍຣະນີ ທີ່ມີການກວດພົບຜູ້ລັກໃຊ້ໄຟຟ້າ ຫຼືດັດແປງໝໍ້ນັບໄຟ ກໍຈະມີການແຈ້ງໃຫ້ເຈົ້າໜ້າທີ່ຕໍາຣວດ ແລະເຈົ້າໜ້າທີ່ຂັ້ນບ້ານ ມາເຮັດບົດບັນທຶກກັບຜູ້ກະທໍາຜິດ ແລ້ວສົ່ງເຣື່ອງໄປຍັງ ພາກສ່ວນທີ່ກ່ຽວຂ້ອງ ຂອງຣັຖວິສາຫະກິຈໄຟຟ້າລາວ ເພື່ອໃຫ້ຄິດໄລ່ຄ່າເສັຍຫາຍ ຮວມທັງ ຄິດໄລ່ຄ່າໄຟຟ້າຄືນຫຼັງ.

ດັ່ງທ່ານກ່າວວ່າ:
ຂັ້ນຕອນທໍາອິດນີ້ ເວລາຮູ້ຈັກວ່າ ເຮືອນຫຼັງນີ້ ລັກໄຟເນາະ ເຮົາຈະໂທຫາເຈົ້າໜ້າທີ່ຕໍາຣວດທາງບ້ານເນາະ ກວດກາຮ່ວມກັນ ລົງຣາຍເຊັນຮ່ວມກັນ ແລ້ວກໍ ສົ່ງເອກກະສານ ທໍາເຣື່ອງເຂົ້າໄປຫາທາງຫ້ອງການສອບ ເພື່ອຈະໄດ້ມີການຄິດໄລ່ເນາະ ແລ້ວກໍປະເມີນຄ່າເສັຍຫາຍຕ່າງໆ.”

ສ່ວນເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວ ຢູ່ແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວວ່າ ສໍາລັບຢູ່ແຂວງຫຼວງພຣະບາງ ກໍໄດ້ມີການກວດພົບຜູ້ລັກໃຊ້ໄຟຟ້າ ແລະດັດແປງໝໍ້ນັບໄຟຈໍານວນນຶ່ງ ເຊິ່ງສ່ວນຫຼາຍ ແມ່ນການດັດໝໍ້ນັບໄຟພາຍໃນຄອບຄົວ ໂດຍການຈ້າງຊ່າງໄຟຟ້າ ມາເຮັດການດັດແປງໃຫ້ ແຕ່ກໍໄດ້ມີການຄິດໄລ່ຄ່າເສັຍຫາຍ ແລະຄ່າໄຟຟ້າຄືນຫຼັງແລ້ວ.

ດັ່ງທ່ານກ່າວວ່າ:

ພາກັນລົງກວດ ເດືອນນຶ່ງ 2 ເທື່ອ 3 ເທື່ອເດ້ລົງ ສ່ວນຫຼາຍ ມັນເປັນຄອບຄົວ ທາງເທື່ອກະແມ່ນແບບ ຊ່າງນອກນ່າ ເຂົາເຈົ້າເຮັດໂຕນີ້ໆ ແມ່ນຢູ່ເຕັກນິກ ຢູ່ສາຂາພຸ້ນ ເຂົາເຈົ້າເປັນຜູ້ເຮັດເນາະ.”

ທາງດ້ານຜູ້ທີ່ມີຄວາຮູ້ ເຣື່ອງລະບົບໄຟຟ້າ ທ່ານນຶ່ງ ກ່າວວ່າ ການລັກໃຊ້ໄຟຟ້າ ແລະດັດແປງໝໍ້ນັບໄຟ ໃນພາກຄົວເຮືອນນັ້ນ ສ່ວນໃຫຍ່ແລ້ວເຈົ້າຂອງເຮືອນ ຈະເປັນຜູ້ລົງມືເຮັດດ້ວຍໂຕເອງ ໂດຍໄດ້ຮັບຄໍາແນະນໍາ ຫຼືວິທີການເຮັດຈາກຄົນອື່ນໆ ທີ່ເຄີຍເຮັດມາກ່ອນ ໂດຍບໍ່ຈໍາເປັນ ຕ້ອງເປັນຜູ້ທີ່ຮຽນທາງດ້ານພາກວິຊາໄຟຟ້າ ກໍສາມາດເຮັດເອງໄດ້.

ດັ່ງທ່ານກ່າວວ່າ:

ລັກໃຊ້ໄຟ ກໍຣະນີແບບນີ້ ສ່ວນຫຼາຍເຂົາເຈົ້າເຮັດເອງ ໜ້າຈະເປັນ ການສແວງຫາຫຼາຍກວ່າ ແນະນໍາກັນໄປ ແລ້ວກໍເຮັດເອງ ແບບນີ້ນ່າ ຖ້າວ່າເພິ່ນຈັບໄດ້ໄລ່ທັນ ຫຼືວ່າຮູ້ ເພິ່ນກະມີການຕັກເຕືອນ ແລ້ວກະມີການໃຊ້ໂທດ ແລ້ວກະມີການປັບໃໝ.”

ແລະຊາວບ້ານ ທ່ານນຶ່ງ ກໍເຫັນວ່າ ປະກົດການດັ່ງກ່າວ ຍັງເກີດຂຶ້ນຢູ່ເລື້ອຍໆ ໂດຍສະເພາະການລັກໃຊ້ໄຟຟ້າ ທີ່ສ້າງຄວາມວຸ້ນວາຍ ແລະເກີດການຟ້ອງຮ້ອງກັນ, ຈຶ່ງຢາກໃຫ້ມີການປະຕິບັດມາຕການ ແລະໃສ່ໂທດຕໍ່ຜູ້ລະເມີດຢ່າງໜັກ ເພື່ອເຮັດໃຫ້ເປັນໂຕຢ່າງ ແກ່ຄົນໃນສັງຄົມ ແລະພາກສ່ວນຕ່າງໆ ທີ່ໃຊ້ໄຟຟ້າ.

ດັ່ງທ່ານກ່າວວ່າ:

ເຫັນຂ່າວ ລົງເລື້ອຍໆຢູ່ ເຂົາເຈົ້າມາດັດແປງ ຄ່າໄຟຟ້າຫັ້ນເກີນ ໂຕຢ່າງວ່າ ລູກຄ້າທີ່ຈ່າຍປະຈໍາຢູ່ແລ້ວ ມາແລ້ວກະຄ່າໄຟຂຶ້ນ ຕ້ອງໄດ້ໄປຈ່າຍເງິນຫຼາຍຫັ້ນແຫຼະ ເຂົາເຈົ້າຮ້ອງຟ້ອງກັນຫຼາຍຢູ່ ໂທດໜັກຢູ່ ໜ້າຈະປັບໃໝໃສ່ໂທດ ຫຼືວ່າ ຖືກຕິດຄຸກ.”

ກ່ອນໜ້ານີ້ ເມື່ອເດືອນພຶສພາ 2023 ທີ່ຜ່ານມານີ້ ຣັຖວິສາຫະກິຈໄຟຟ້ລາວ ນະຄອນຫຼວງວຽງຈັນ ໄດ້ຣາຍງານວ່າ ໃນໄລຍະຕົ້ນປີ 2023 ໄດ້ກົດພົບ ຜູ້ລັກໃຊ້ໄຟຟ້າ ໃນນະຄອນຫຼວງວຽງຈັນຈໍານວນຫຼາຍ ແລະສ້າງຄວາມເສັຍຫາຍ ຫຼາຍກວ່າ 100 ຕື້ກີບ ເປັນຕົ້ນ ປະເພດທີ່ຢູ່ອາສັຍ ຈໍານວນ 18 ບັນຊີ, ທຸຣະກິຈຄ້າຂາຍ 3 ບັນຊີ, ບິດຄອຍ 7 ບັນຊີ ແລະອື່ນໆ ໂດຍການລັກໃຊ້ໄຟຟ້າ ແມ່ນເກີດຂຶ້ນຫຼາຍຮູບແບບ ທັງການລັກຕໍ່ຕົງ, ລັກດັດແປງຂໍ້ມູນ, ລັກດັດແປງພາຍນອກ, ລັກຊ໋ອດສາຍ CT-VT ແລະດັດແປງໝໍ້ນັບໄຟ.

ຢ່າງໃດກໍຕາມ ອີງຕາມມາດຕຣາທີ 77 ຂອງກົດໝາຍ ວ່າດ້ວຍໄຟຟ້າສບັບປັບປຸງ ໄດ້ລະບຸວ່າ ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງທີ່ລະເມີດລະບຽບ ກົດໝາຍກ່ຽວກັບໄຟຟ້າ ແລະກໍຄວາມເສັຍຫາຍ ເຊິ່ງບໍ່ມີອົງປະກອບ ຂອງການກະທໍາຜິດທາງອາຍາ ຈະຖືກປັບໃໝ ເນື່ອງຈາກການກະທໍາອັນໃດນຶ່ງ ເປັນຕົ້ນ ຕໍ່ໄຟຟ້າເຂົ້າເຮືອນໂດຍບໍ່ໄດ້ຮັບອະນຸຍາດ ແລະດັດແປງໝໍ້ນັບໄຟ ແລະໃນມາດຕຣາ ທີ 78 ແລະ 79 ກໍໄດ້ລະບຸຕື່ມວ່າ ບຸກຄົນ ທີ່ລະເມີດກົດໝາຍສບັບນີ້ ຈະຕ້ອງໄດ້ຮັບໂທດທັງທາງແພ່ງ ແລະອາຍາ.

ແລະສໍາລັບການຄິດໄລ່ຄ່າປັບໃໝ ແມ່ນຄິດໄລ່ ເປັນ 2 ກໍຣະນີ ຄື ກໍຣະນີບໍ່ຮູ້ຈັກໄລຍະເວລາທີ່ລັກໃຊ້ໄຟຟ້າ ໃຫ້ຄິດໄລ່ຄ່າພະລັງງານຄືນຫຼັງ 6 ເດືອນ ແລະກໍຣະນີ ຮູ້ຈັກໄລຍະເວລາ ທີ່ລັກໃຊ້ໄຟຟ້າ ແມ່ນຄິດໄລ່ຕາມໄລຍະເວລາໂຕຈິງ ໂດຍຄິດໄລ່ຄ່າພະລັງງານຄືນຫຼັງ 6 ເດືອນ ເປັນຂັ້ນຕໍ່າ ແລະຜູ້ທີ່ລັກດັດແປງໝໍ້ນັບໄຟ ຈະຖືກປັບໃໝ 3 ເທົ່າ ຂອງລາຄາບໍຣິການຕິດຕັ້ງໝໍ້ນັບໄຟ ຕາມຂນາດໝໍ້ນັບໄຟໂຕຈິງ, ອີງຕາມຂໍ້ມູນຈາກຣັຖວິສາຫະກິຈໄຟຟ້າລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org