ການຄ້າຂອງຄົນລາວກັບຄົນຈີນ

ຄົນລາວ ບໍ່ສາມາດ ແຂ່ງ ຄ້າຂາຍ ກັບ ຄົນຈີນ ໄດ້ເພາະ ຄົນຈີນ ດຸໝັ່ນ ກວ່າ ມີເງິນ ຫຼາຍກວ່າ ແລະ ຫົວການຄ້າ ກໍເກັ່ງ ກວ່າ.

ຮ້ານຄ້າຂາຍ ຂອງຊາວຈີນ ໃນພາກເໜືອ ສປປ ລາວ Mek/fb

 

ຄົນລາວບໍ່ສາມາດແຂ່ງຂັນຄ້າຂາຍ ກັບຄົນຈີນໄດ້ເພາະຄົນຈີນດຸໝັ່ນກວ່າ ມີເງິນຫຼາຍກວ່າ ແລະຫົວການຄ້າ ກໍເກັ່ງກວ່າ. ປັດຈຸບັນຄົນຈີນ ໂຍກຍ້າຍລົງມາຢູ່ແລະທໍາມາຫາກິນຢູ່ລາວຫລາຍຂື້ນໂດຍສະເພາະຢູ່ພາກເໜືອ. ບັນຫານຶ່ງ ທີ່ເກີດຈາກ ການລົງມາຢູ່ຂອງຊາວຈີນ ແລະທີ່ ປະຊາຊົນລາວ ກໍາລັງປະສົບ ພົບພໍ່ ຕົວຢ່າງຢູ່ແຂວງອຸດົມໄຊ ກໍຄື ຄົນລາວບໍ່ສາມາດແຂ່ງຂັນກັບຄົນຈີນໄດ້ ໂດຍສະເພາະ ໃນດ້ານການ ເຮັດທຸຣະກິດການຄ້າ.

ທ່ານ ວັງ ຈັນທາ ເຈົ້າຂອງຮ້ານ ຂາຍເຄື່ອງສໍາອາງ ໃນຕລາດເມືອງໄຊ ເມືອງຫລວງ ຂອງແຂວງອຸດົມໄຊ ກ່າວວ່າ ພວກພໍ່ຄ້າແມ່ຄ້າຊາວ ລາວແລະຈີນ ຂາຍເຄື່ອງແຂ່ງກັນຢູ່ຕລາດ ແຕ່ຄົນລາວບໍ່ສາມາດແຂ່ງກັບຄົນຈີນໄດ້; ຄົນຈີນດຸໝັ່ນ ເຮັດວຽກໜັກ ເຂົາມາເລິ້ມຂາຍເຄື່ອງແຕ່ 7 ໂມງເຊົ້າຈົນເຖິງເວລາ 10 ໂມງກາງຄືນຈຶ່ງກັບບ້ານ. ບໍ່ເທົ່ານັ້ນຄົນຈີນຈະເກັ່ງກວ່າຄົນລາວ ໃນດ້ານການຕລາດແລະການຈໍາໜ່າຍ ສ່ວນ ຄົນລາວທ້ອງຖິ່ນ ມັກສະບາຍໄດ້ຂາຍກໍດີ ບໍ່ໄດ້ຂາຍກໍບໍ່ເປັນຫຍັງ.

ຄົນລາວຜູ້ນຶ່ງ ທີ່ເຮັດວຽກຢູ່ຮ້ານຊັພສິນຄ້າ ໃນນະຄອນຫລວງວຽງຈັນ ກໍເວົ້າວ່າຖ້າຄົນລາວແລະຄົນຈີນ ໄປສມັກເຮັດວຽກກັບບໍຣິສັດ ສ່ວນ ຫລາຍບໍຣິສັດຈະມັກຮັບເອົາຄົນງານຈີນ ເພາະພວກເຂົາດຸໝັ່ນແລະກໍເຮັດວຽກໄວທັນໃຈກວ່າຄົນ ລາວ. ນັກຂ່າວໜັງສືພິມຊື່ດັງສະບັບນຶ່ງໃນ ຮົງກົງ ໄປຢ້ຽມຢາມພາກເໜືອຂອງລາວ ແລະ ຣາຍງານວ່າ ຢູ່ພາກເໜືອຂອງລາວ ມີຄົນຈີນຫລາຍ; ຕົວຢ່າງເມືອງໄຊ ມີຊາວຈີນອາສັຍຢູ່ ເຖິງ 15 ສ່ວນຮ້ອຍ ຂອງປະຊາກອນທັງໝົດຂອງເມືອງ. ຊາວຈີນ ສ່ວນຫລາຍ ລົງມາເຮັດທຸຣະກິດ ປູກຢາງພາຣາ ຂາຍເຄື່ອງແລະເປັນ ຄົນງານຮັບຈ້າງທົ່ວໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org