ພໍ່ຄ້າວຽດນາມເອົາປຽບ ຊາວສວນ

0:00 / 0:00

ເຈົ້າຫນ້າທີ່ ອຸດສາຫະກັມ ແລະການຄ້າທ່ານນື່ງເວົ້າວ່າ ຊາວສວນປູກມັນຕົ້ນ ທີ່ແຂວງພາກເຫນືອຂອງລາວ ກຳລັງໄດ້ຮັບຄວາມເດືອດຮ້ອນ ເນື່ອງຈາກວ່າ ຖືກພໍ່ຄ້າຊາວວຽດນາມ ກົດດັນຣາຄາ ເຮັດໃຫ້ຂະເຈົ້າ ບໍ່ສາມາດ ຂາຍໄດ້.

ພຶດຕິກັມດັ່ງກ່າວ ບໍ່ພຽງແຕ່ຈະເຮັດໃຫ້ ກະສິກອນລາວ ຂາດທຶນເທົ່ານັ້ນ ຍັງຈະເຮັດໃຫ້ຂະເຈົ້າ ຕ້ອງຕິດຫນີ້ເພີ້ມຂຶ້ນ ຍ້ອນກູ້ເງີນຈາກທະນາ ຄານ ມາປູກຝັງ. ຣາຄາມັນຕົ້ນ ທີ່ຈະເຮັດໃຫ້ຊາວ ກະສິກອນ ຢູ່ລອດໄດ້ ນັ້ນ ຕ້ອງບໍ່ຕ່ຳກວ່າ ກິໂລລະ 5 ພັນກີບ ແຕ່ພໍ່ຄ້າຊາວວຽດນາມ ຊື້ບໍ່ເກີນ ກິໂລລະ 4 ພັນ ກີບເທົ່ານັ້ນ.

"ໂຄງການຊື້ມັນຕົ້ນນີ້ ມີບໍຣິສັດເຕີງລອງວຽດນາມ ໄດ້ມາເກັບຊື້ ຣະຍະຜ່ານມາກິໂລນື່ງມັນກໍ ແຕ່ລະທ້ອງຖີ່ນຂາຍບໍ່ຄືກັນ ບາງທ້ອງຖີ່ນ ຂາຍ ກິໂລນື່ງ 2500 ກີບ ບາງທ້ອງຖີ່ນ 4 ພັນກີບ ປີນີ້ພວກເຮົາ ຈະຮຽກຮ້ອງ ໃຫ້ພໍ່ຄ້າ ເພີ້ມຣາຄາຂຶ້ນໃຫ້ໄດ້ 4500 ຫາ 5 ພັນ ກີບ ຕໍ່ກິໂລ".

ໃນຣະຍະ 5 ປີມານີ້ ກຸ່ມພໍ່ຄ້າວຽດນາມໄດ້ເຂົ້າມາສົ່ງເສີມກະສີກອນລາວ ໃນການ ປູກມັນຕົ້ນ ໃນເຂດພາກເຫນືອຂອງລາວ ໃນຮູບແບບ ກະເສດພັນທະ ໃນເນື້ອທີ່ ທັງຫມົດ 7 ຫມື່ນ ກວ່າເຮັກຕາ ແລະມີເປົ້າ ຫມາຍ ທີ່ຈະຂຍາຍ ເນື້ອທີ່ເພີ້ມອີກ ເປັນ ສອງເທົ່າໃນປີ 2015.

ແຕ່ອາດເປັນໄດ້ຍາກ ຍ້ອນວ່າ ການກົດດັນຣາຄາ ເຮັດໃຫ້ຊາວສວນ ຂາດທຶນ ແລະຕີດຫນີ້ຫລາຍຂື້ນ ຖ້າປູກຕໍ່ໄປ ຫລາຍຄົນອາດເຊົາປູກ ມັນຕົ້ນ ຖ້າຣາຄາບໍ່ ຂື້ນສູງກວ່ານີ້.