ທ.ຕົ້ງຫອມສົມບັດຖືກລອບຍິງ
2015.02.25
ແຫລ່ງຂ່າວ ພາຍໃນ ໄດ້ ຣາຍງານ ວ່າ ທ່ານ ຕົ້ງ ຫອມສົມບັດ ລູກ ບຸນທັມ ຂອງ ມື້ລາງ ພົນໂທ ດວງໃຈ ພິຈິດ ຫລື ເປັນທີ່ ຮູ້ຈັກ ກັນດີ ໃນນາມ ຕົ້ງ ກໍ່ສ້າງ ຊຶ່ງ ເປັນ ນັກ ທຸຣະກິດ ຄົນດັງ ໃນວົງ ການກໍ່ສ້າງ ຂອງລາວ ລອບ ສັງຫານ, ແຕ່ກໍ ລອດ ຊີວິດ ມາໄດ້.
ອີງຕາມ ຣາຍງານ ຂອງ ສື່ສັງຄົມ ອອນລາຍ, ເຫດເກີດຂຶ້ນ ໃນວັນທີ 20 ກຸມພາ 2015 ເວລາ ປະມານ 16 ໂມງ ຢູ່ຕໍ່ໜ້າ ອິນແປງ ຄາຣາ ໂອເກາະ ຊຶ່ງ ເປັນ ສະຖານທີ່ ບັນເທີງ ຄົບ ວົງຈອນ ຢູ່ ຖະໜົນ ດອນກອຍ ບ້ານ ດອນກອຍ ເມືອງ ສີສັດຕະນາກ ນະຄອນ ຫລວງ ວຽງຈັນ ໃນ ຂນະທີ່ ຜູ້ກ່ຽວ ພ້ອມດ້ວຍ ຄົນ ຂັບຣົດ ກໍາລັງ ລ້ຽວຣົດ ອອກຈາກ ສະຖານທີ່ ດັ່ງກ່າວ ກໍມີ ຄົນຮ້າຍ ບໍ່ຮູ້ ຈໍານວນ ເຂົ້າມາ ເປີດສາກ ຍິງສຸມ ເຂົ້າໃສ່ ຣົດ ດ້ວຍປືນ ແບບ ອັດຕະໂນມັດ, ຣົດ ຂອງ ຜູ້ກ່ຽວ BMW ສີດໍາ ບໍ່ທັນມີ ປ້າຍ ທະບຽນ ເຕັມໄປ ດ້ວຍ ຮູ ລູກປືນ ທັງໝົດ 26 ນັດ.
ເຮັດໃຫ້ ຄົນ ຂັບຣົດ ໄດ້ ຮັບ ບາດເຈັບ ຖືກຍິງ 3 ນັດ ສ່ວນ ທ່ານ ຕົ້ງ ກໍ່ສ້າງ ທີ່ ນັ່ງຢູ່ທາງ ຫລັງ ປອດພັຍ ໂດຍ ບໍ່ໄດ້ ຮັບບາດ ເຈັບຫຍັງເລີຍ. ໃນ ເຫດການ ລອບ ສັງຫານ ຄັ້ງນີ້ ກໍມີ ເຈົ້າໜ້າທີ່ ຕໍາຣວດ ຜູ້ ບໍ່ປະສົງ ອອກຊື່ ໃຫ້ ທັສນະ ວ່າ ຜູ້ກ່ຽວ ເປັນຄົນ ກວ້າງຂວາງ ໃນ ວົງການ ທຸຣະກິດ ກໍ່ສ້າງ ອາຈມີ ຂໍ້ ຂັດແຍ່ງ ທາງດ້ານ ທຸຣະກິດ ຫລື ຂໍ້ ຂັດແຍ່ງ ສ່ວນຕົວ ກໍເປັນໄດ້.