ສອງອ້າຍນ້ອງຂົນເງິນ 98 ລ້ານບາດ ຈາກໄທ ຖືກຈັບ
2017.12.13

ໃນວັນທີ 12 ທັນວາ ປີ 2017 ເຈົ້າຫນ້າທີ່ຊາຍແດນຂົວມິດຕະພາບ ລາວ-ໄທ ແຫ່ງທີນຶ່ງ ແຂວງຫນອງຄາຍ ໄດ້ຈັບຄົນລາວສອງຄົນ ຖານລັກລອບຂົນສົ່ງເງິນເກືອບຮອດ 98 ລ້ານບາດເຊື່ອງໄວ້ໃນຣົດຍົນ ໂຕໂຍຕາສີທອງ ເລກທະບຽນ ກກ 1844 ນະຄອນຫຼວງວຽງຈັນ.
ຜູ້ຕ້ອງຫາຄົນລາວສອງຄົນຊື່ ທ້າວ ສຸບັນ ເຕັຽສີຣີ ອາຍຸ 30 ປີ ແລະທ້າວຄຳບອນ ເຕັຽສີຣີ ອາຍຸ 24 ປີ ເປັນອ້າຍນ້ອງກັນ ໃຫ້ການຕໍ່ ເຈົ້າໜ້າທີ່ຕຳຣວດວ່າໄດ້ນຳເງິນ 2 ລ້ານ 5 ແສນໂດລາ ຈາກລາວມາແລກເງິນບາດຢູ່ໄທຕົກເປັນເງິນ 98 ລ້ານບາດ ທີ່ແຂວງໜອງຄາຍ ເພື່ອເອົາໄປເຮັດທຸຣະກິດແລກປ່ຽນເງິນຕຣາຢູ່ລາວ ທັງສອງເປັນຄົນ ເມືອງຈັນທະບູຣີ ນະຄອນຫລວງວຽງຈັນ ຖືກຈັບໃນຂນະທີ່ຂົນເງິນ ຈຳນວນດັ່ງກ່າວກັບເມືອລາວ.
ກ່ອນການຈັບກຸມ ເຈົ້າຫນ້າທີ່ຍາມດ່ານໄທ ໄດ້ສັງເກດເຫັນສິ່ງທີ່ຜິດປົກກະຕິ ຂອງບຸກຄົນທັງສອງຈາກການ ເຂົ້າ-ອອກ ດ່ານຫລາຍເທື່ອ ຈຶ່ງທຳການກວດຄົ້ນຣົດ ຂອງສອງຄົນນັ້ນ ໃນທີ່ສຸດກໍພົບເງິນ ຈຳນວນດັ່ງກ່າວ, ດັ່ງ ທ່ານ ນິມິດ ແສງອຳໄພ ຫົວຫນ້າດ່ານສຸລະກາກອນ ແຂວງຫນອງຄາຍ ກ່າວໃນຕອນນື່ງວ່າ:
"ທັງສອງເຂົ້າ-ອອກ ຫຼາຍຄັ້ງດ້ວຍຣົດຄັນນີ້ແຫລະ ແຕ່ວ່າໃນຮອບເດືອນເຄິ່ງ ທີ່ຜ່ານມາ ຈົນເຖິງມື້ວານນີ້ ທີ່ເຮົາສົງສັຍ ຫລືເຮົາມີຂ່າວ ທີ່ເຊື່ອຖືວ່າ ມີການຂົນເງິນອອກປະມານສັກ 9 ຄັ້ງ ຫລາຍນ້ອຍບໍ່ຮູ້ນະ ແຕ່ເຂົາໃຫ້ປາກຄຳວ່າ ຄັ້ງຫລ່າສຸດ ເຂົາເອົາເງິນມາແລກ 8 ແສນຫລຽນແລະກໍເອົາກັບໄປ."
ທ່ານກ່າວຕື່ມວ່າ ທັງສອງໄດ້ຍື່ນປະກັນຕົວ ແລະຄຳຮ້ອງຕໍ່ສານຂໍຣະງັບຄະດີ ໂດຍຈະຍອມມອບເງິນທັງຫມົດ ໃຫ້ແກ່ທາງການໄທ:
"ເຮົາຍຶດແລ້ວ ສ່ວນບຸກຄົນນັ້ນ ຕອນນີ້ເຂົາຍື່ນຄຳຮ້ອງ ຂໍຣະງັບຄະດີ ບໍ່ຕ້ອງຟ້ອງຮ້ອງຕໍ່ສານ ໂດຍຍອມຍົກເງິນທັງຫມົດໃຫ້ ຕົກເປັນ ຂອງທາງການໄທ ຊຶ່ງໃນຫລັກການນີ້ ເຮົາກໍໃຫ້ປະກັນຕົວໄດ້ ແຕ່ຫ້າມອອກນອກປະເທດ ກໍຈະລໍກົມພິຈາຣະນາ ຊຶ່ງໃນຫລັກການເຮົາ ກໍປະຕີບັດຕາມກົດເກນ ຂອງກົມຢູ່ແລ້ວ ຖ້າທຸກຢ່າງເຫັນພ້ອມ ກໍປ່ອຍຕົວຜູ້ຕ້ອງຫາ ກັບປະເທດໄດ້."
ທາງການໄທຈະກວດສອບ ຄະດີດັ່ງກ່າວເພີ້ມຕື່ມວ່າ ມີສິ່ງທີ່ກ່ຽວພັນກັບການເຮັດທຸຣະກິດ ຜິດກົດຫມາຍຫລືບໍ ເພື່ອເປັນການຂຍາຍຜົລ ຕິດຕາມຈັບກຸມ ກຸ່ມລັກຂົນສົ່ງ ສິ່ງທີ່ຜິດກົດຫມາຍ ຂ້າມແດນເພີ້ມອີກ ຊຶ່ງໃນຣະຍະ 1 ປີຜ່ນມາດ່ານສຸລະກາກອນ ທີ່ແຂວງຫນອງຄາຍ ສາມາດຈັບ ຜູ້ລັກລອບຂົນສົ່ງ ສິ່ງທີ່ຜິດກົດຫມາຍ ໄດ້ປະມານ 200 ຄະດີ ສ່ວນໃຫຍ່ເປັນຄະດີ ຄ້າຢາເສບຕິດ ຂ້າມແດນ.
ແຕ່ເຈົ້າຫນ້າທີ່ໄທ ສົງສັຍວ່າເງິນຈຳນວນ 98 ລ້ານບາດ ທີ່ຍຶດໄດ້ຈາກຄົນລາວສອງຄົນ ອາດມາຈາກ ພາກສ່ວນຂອງກຸ່ມຄ້າ ສິ່ງທີ່ຜິດ ກົດຫມາຍ ແລະຈະໂອ້ລົມເຣື້ອງນີ້ ກັບທາງການລາວ.