ຄົນງານລາວລັກເຂົ້າໄທຍ ຖືກຈັບ 5 ຄົນ

ສຸພັດຕາ
2020.09.03
f-workers ວັນທີ 29 ສິງຫາ ຜ່ານມາຄົນລາວ 5 ຄົນ ທີ່ຈະໄປຫາວຽກເຮັດງານທໍາ ຢູ່ໄທຍ ແຕ່ຖືກເຈົ້າໜ້າທີ່ ຈັບໄດ້ຢູ່ ແຂວງອຸບົນຣາຊທານີ.
ພາບຈາກ: ໜ່ວຍທະຫານເຮືອ ແຂວງອຸບົນຣາຊທານີ ຂອງໄທຍ

ໃນວັນທີ 29 ສິງຫາ ທີ່ຜ່ານມານີ້, ໜ່ວຍງານປະຕິບັດການ ຕາມລຳແມ່ນ້ຳຂອງ ຫຼື (ນຣຂ) ຂອງແຂວງອຸບົນຣາຊທານີ ປະເທດໄທຍ ໄດ້ຈັບຄົນງານລາວ 5 ຄົນທີ່ລັກລອບເຂົ້າມາ ປະເທດໄທຍ ແບບຜິດກົດໝາຍ ໂດຍຜ່ານຊ່ອງທາງທັມມະຊາດ ຢູ່ເຂດບ້ານສອງຄອນ, ເມືອງໂພໄຊ ແຂວງອຸບົນຣາຊທານີ. ຄົນລາວທັງໝົດ 5 ຄົນ ມີຈຸດປະສົງ ຈະໄປຫາວຽກເຮັດ ງານທຳ ໃນໄທຍ, ເຊິ່ງການລັກລອບ ເຂົ້າມາໄທຍເທື່ອນີ້ ເປັນການລັກລອບເຂົ້າມາເອງ ບໍ່ໄດ້ຜ່ານນາຍໜ້າ. ດັ່ງເຈົ້າໜ້າທີ່ ນຣຂ ແຂວງອຸບົນຣາຊທານີ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽ ເສຣີ ໃນວັນທີ 2 ກັນຍາ ນີ້ວ່າ:

ສຽງໄທຍ, ທ່ານວ່າ: “9 ໂມງ 45 ວັນທີ 29 ຄົນລາວ 5 ຄົນ ເຂົາຈະເຂົ້າມາທາງເຮືອ, ເຮືອຫາປາ ເຮືອອີ່ຫຍັງພວກນີ້. ໜ້າຈະລັກມາ ຖ້າມີນາຍໜ້າ ມັນຈະຫຼາຍກວ່ານີ້ ເປັນຄັນຣົດ. ຄືທັງ 5 ຫຼົບໜີເຂົ້າມາເອງ.”

ທ່ານກ່າວຕື່ມວ່າ ຊາວລາວທັງ 5 ຄົນ ທີ່ຖືກຈັບໄດ້ນັ້ນ, ເປັນຜູ້ຊາຍ 1 ຄົນ ແລະ ແມ່ຍິງ 4 ຄົນ, ແຕ່ກໍໄດ້ປະສານງານ ກັບໜ່ວຍງານທີ່ ກ່ຽວຂ້ອງ ແລະໄດ້ສົ່ງກັບປະເທດລາວແລ້ວ.

ໃນໄລຍະ 1 ຫາ 2 ເດືອນທີ່ຜ່ານມານີ້, ທາງ ນຣຂ ແຂວງອຸບົນຣາຊທານີ ກໍໄດ້ມີການຈັບຊາວລາວ ທີ່ລັກລອບເຂົ້າມາໄທຍ ໄດ້ຫຼາຍຄົນ ແລ້ວເຊັ່ນກັນ. ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ ນຣຂ ກໍໄດ້ມີການກວດກາ ຕາມລຳແມ່ນ້ຳຂອງ ຢູ່ທຸກມື້ ເພື່ອກວດກາຄວາມຮຽບຮ້ອຍ ແລະ ກວດເບິ່ງຜູ້ທີ່ອາຈລັກລອບ ເຂົ້າມາໄທຍ ແບບຜິດກົດໝາຍຢູ່ຕລອດ.

ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ປະຈຳດ່ານສາກົລ ວັງເຕົ່າ ແຂວງຈຳປາສັກ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 3 ກັນຍາ ນີ້ວ່າ ພາກສ່ວນກ່ຽວຂ້ອງ ກໍຮັບຮູ້ວ່າ ຄົນງານລາວ ລັກລອບຂ້າມໄປໄທຍ ກໍມີຂຶ້ນເລື້ອຍໆ, ແຕ່ເມື່ອຖືກທາງຝັ່ງໄທຍສົ່ງມາ ກໍບໍ່ໄດ້ມີການລົງ ໂທສໃດໆ ພຽງແຕ່ສຶກສາອົບຮົມ ແລະ ໄດ້ສົ່ງເຂົາເຈົ້າ ເຂົ້າໄປຢູ່ສູນກັກບໍຣິເວນ ຕາມມາຕການ ປ້ອງກັນ ການແຜ່ຣະບາດ ຂອງເຊື້ອ ໄວຣັສໂຄວິດ-19.

“ກະບໍ່ມີຫຍັງ ມີແຕ່ຝັ່ງໄທຍພຸ້ນແຫຼະ ຄັນຝັ່ງໄທຍຈັບໄດ້ ຝັ່ງໄທຍພຸ້ນແຫຼະລົງໂທສ, ລາວເຮົາກະບໍ່ໄດ້ມີຫຍັງ. ເພາະວ່າເຮົາບໍ່ໄດ້ໃຫ້ໄປເດ ຂອງເຂົາລັກໄປ ເຮົາກະບໍ່ຮູ້ເດ. ກະມີແຕ່ເອົາ ມາກັກໂຕ ມາອັນນີ້ຊື່ໆ ເຂົາໄດ້ກັບມາ ເຂົາກະໄດ້ກັກໝົດຫັ້ນແຫຼະ.”

ທ່ານກ່າວຕື່ມວ່າ ກໍຄົງເປັນເຣື່ອງທີ່ຄຸ້ມຄອງກັນ ບໍ່ງ່າຍປານໃດ ທີ່ຈະຫ້າມຄົນລາວ ລັກລອບໄປເຮັດວຽກຢູ່ໄທຍ ເພາະໄລຍະນີ້ ຫຼາຍຄົນກໍ ແລ້ວໄຮ່ແລ້ວນາ ເປັນສ່ວນໃຫຍ່ ຈຶ່ງບໍ່ມີວຽກ ເຮັດງານທຳໃນເຂດບ້ານ ເຮັດໃຫ້ຊາວໜຸ່ມໃນວັຍແຮງງານ ມັກຂ້າມຟາກຂອງ ໄປຊອກຫາ ວຽກເຮັດງານທຳ ໃນປະເທດໄທຍ ບໍ່ວ່າຈະດ້ວຍວິທີ ທີ່ຖືກຕ້ອງ ຫຼືລັກລອບໄປ ພວກເຂົາກໍ ຈະໄປ.

ຊາວລາວນາງນຶ່ງ ທີ່ມາເຮັດວຽກ ໃນນະຄອນຫຼວງບາງກອກ ປະເທດໄທຍ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 2 ກັນຍາ ນີ້ວ່າ ສາເຫຕ ທີ່ເຮັດໃຫ້ຊາວໜຸ່ມລາວ ໃນວັຍແຮງ ງານຢາກເຂົ້າມາຊອກ ເຮັດວຽກໃນໄທຍ ກໍເນື່ອງຈາກໄລຍະນີ້ ມີບໍຣິສັດຫ້າງຮ້ານຕ່າງໆ ທີ່ຕ້ອງການຄົນງານຕ່າງດ້າວ ຈຳນວນຫຼາຍ ແລະ ຄ່າແຮງກໍແພງກວ່າ ການເຮັດວຽກ ຢູ່ລາວ ຈຶ່ງເຮັດໃຫ້ຫຼາຍຄົນ ສ່ຽງລັກລອບເຂົ້າມາ ໄທຍ ເພື່ອມາຊອກຫາວຽກເຮັດງານທຳ ເພາະຄຶດວ່າດີກວ່າ ຢູ່ເຮືອນຊື່ໆ.

“ເປັນຫຍັງຄົນລາວເຮົາ ຈຶ່ງມາເຮັດງານຢູ່ປະເທດໄທຍເນາະ ຢູ່ລາວມັນຫາງານຍາກ ຄ່າແຮງຢູ່ລາວມັນຖືກຫຼາຍ ຫາງານຢູ່ໄທຍມັນງ່າຍ ກວ່າ. ເງິນເດືອນຢູ່ໄທຍ ມັນແພງ ຄົນລາວ ກະເລີຍຢາກມາເຮັດງານຢູ່ປະເທດໄທຍເນາະ.”

ກ່ອນໜ້ານີ້ ເມື່ອເດືອນມິຖຸນາ ທີ່ຜ່ານມາ, ທາງການໄທຍໄດ້ຣາຍງານວ່າ ມີຊາວລາວລັກລອບເຂົ້າມາ 142 ຄົນ ແລ້ວຖືກຈັບໃນຂໍ້ຫາລັກ ລອບເຂົ້າປະເທດໄທຍ ຈາກເສັ້ນທາງທັມຊາດ ແລະ ມີທ່າທີວ່າ ຈະມີຜູ້ລັກລອບເຂົ້າມາເລື້ອຍໆ, ໂດຍສ່ວນໃຫຍ່ຈະລັກລອບ ເຂົ້າມາຊອກ ວຽກເຮັດງານທຳ.

ອີງຕາມຣາຍງານ ຂອງສຳນັກງານນາຍົກຣັຖມົນຕຣີລາວ ເມື່ອວັນທີ 31 ສິງຫາ ທີ່ຜ່າມານັ້ນວ່າ ທາງການລາວ ຍັງສືບຕໍ່ປິດ ທຸກໆດ່ານ ປະເພນີ, ດ່ານທ້ອງຖິ່ນ ແລະ ດ່ານສາກົລ ຕໍ່ໄປຢູ່, ໂດຍຍັງບໍ່ອະນຸຍາດ ໃຫ້ມີການເຂົ້າອອກໄດ້ ຍົກເວັ້ນບາງດ່ານສາກົລ ທີ່ໄດ້ຮັບອະນຸ ຍາດໃຫ້ຣົດຂົນສົ່ງສິນຄ້າ ເຂົ້າ-ອອກ ໄດ້ເທົ່ານັ້ນ ຈຶ່ງອາຈເປັນອີກສາເຫດນຶ່ງ ທີ່ເຮັດໃຫ້ ຄົນງານລາວ ຫຼາຍຄົນ ອົດບໍ່ໄຫວ ເລີຍພາກັນ ລັກລອບເຂົ້າໄປຊອກ ວຽກເຮັດງານທຳ ທີ່ປະເທດໄທຍ ໂດຍລັກລອບ ເດີນທາງຂ້າມຊາຍແດນ ລາວ-ໄທຍ ຜ່ານຊ່ອງທາງທັມຊາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.