ທຶນຮອນເພື່ອຊາວພູດອຍ
2015.07.14
ສະມາຄົມ ຊີວະນາໆ ພັນ ຕ້ອງການ ທຶນຮອນ ສໍາລັບ ຊ່ວຍເຫຼືອ ຊາວພູດອຍ ໃນເຂດ ຫ່າງໄກ. ທ່ານ ຫຸມແພງ ຣັຕຕະນະວົງ ປະທານ ສະມາຄົມ ຊີວະນາໆພັນ ລາວ, ຊຶ່ງ ເປັນ ການ ຈັດຕັ້ງ ອາສາສມັກ ເຮັດວຽກ ປົກປັກ ຮັກສາ ສິ່ງ ແວດລ້ອມ ແລະ ພັທນາ ຊຸມຊົນ ກ່າວວ່າ, ສະພາບການ ປ່ຽນແປງ ຂອງ ດິນຟ້າ ອາກາດ ໃນ ພູມີພາກ, ເກີດພັຍ ແຫ້ງແລ້ງ ໃນ ທົ່ວເຂດ ພາກເໜືອ ແລະ ໃນ ທົ່ວ ສປປລາວ, ເມື່ອ ບໍ່ດົນ ມານີ້ ໄດ້ສົ່ງ ຜົນ ກະທົບ ຕໍ່ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ໂດຍ ສະເພາະ ໃນເຂດ ພູດອຍ ຫ່າງໄກ ຫຼາຍ ທີ່ສຸດ.
ວຽກງານ ຊ່ວຍເຫຼືອ ປະຊາຊົນ ຢູ່ໃນ ໂຄງການ ຂອງ ພວກທ່ານ ເວລາ ນີ້, ຫລຸດລົງ ຫຼາຍຍ້ອນ ຂາດ ທຶນຮອນ. ຖ້າຫາກ ວ່າ ອົງການ ໃດ ຫລື ບຸກຄົນ ໃດ ຢາກຊ່ວຍ ບໍຣິຈາກ, ກໍຍິນດີ ເພື່ອວ່າ ຈະໄດ້ ນໍາໄປ ຊ່ວຍເຫຼືອ ປະຊາຊົນ ທີ່ດ້ອຍ ໂອກາດ ໃນເຂດ ພູດອຍ ທີ່ ກໍາລັງ ຂາດແຄນ ນໍ້າ ສະອາດ ຂາດເຂີນ ໂຮງຮຽນ ສໍາລັບ ເດັກ ນ້ອຍ:
ວຽກ ອານູຮັກ ສິ່ງ ແວດລ້ອມ ກໍຕ້ອງ ພັທນາ ຊູມຊົນ ໄປພ້ອມ, ປະຊາຊົນ ເຮົາ ໂດຍສະເພາະ ຢູ່ ຫ່າງໄກ ຖ້າຢາກໃຫ້ ເຂົາເຈົ້າ ປົກປັກ ຮັກສາ ຊ່ວຍ ເຂົາເຈົ້າ ກໍຕ້ອງ ມີຊີວິດ ການເປັນຢູ່ ດີ ຂຶ້ນ. ຜູ້ໃດ ມີກອງທຶນ ອັນໃດ ຫັ້ນນາ ຄັນຖ້າ ຢາກໃຫ້ ການສນັບ ສນູນ ຊ່ວຍເຫຼືອ ອັນນີ້ ຫັ້ນນາ, ໂດຍຜ່ານ ທາງ ສະມາຄົມ ຂອງ ພວກເຮົາ ພວກເຮົາ ມີ ຄວາມ ຍິນດີ.
ທ່ານວ່າ ການ ຊ່ວຍເຫຼືອ ແມ່ນ ໄປຊ່ວຍ ບ່ອນທີ່ ມີຄວາມ ຕ້ອງການ ຫລາຍ, ຜູ້ທີ່ຢູ່ ຫ່າງໄກ ສອກຫລີກ ເປັນຕົ້ນ ພວກຢູ່ ເຂດ ພູດອຍ, ເຊັ່ນ ຢູ່ ແຂວງ ຜົ້ງສາລີ ຍອດອູຢູ່ໃກ້ໆ ຊາຍແດນ ລາວ-ວຽດນາມ, ຊາຍແດນ ລາວ-ຈີນ, ແລະ ບັນດາ ຊົນເຜົ່າ ດ້ອຍ ໂອກາດ ຢູ່ ແຂວງ ເຊກອງ.
ສົມມຸດວ່າ, ມີ ໂຄງການ ເຮັດ ນໍ້າລິນ ບ່ອນນຶ່ງ ໃຫ້ ຊາວບ້ານດ ມັນກໍຄຶດ ເປັນເງິນ ໃນ ຣະຫ່ວາງ 15,000 ຫາ 20,000 ໂດລາ ໂຕຢ່າງ. ພວກເຮົາ ກ່າສະເໜີ ຢູ່ໃນ ໂຄງການ ຂໍແບ່ງ 10 ເປີເຊັນ ສໍາລັບ ຄ່າ ເດີນທາງ ຄ່າ ອັນນັ້ນ ອັນນີ້ ພວກເຮົາ ເຮັດ ແບບນີ້ ເອົາ ນີ້ ນ່າ.
ນອກຈາກ ການ ຊ່ວຍເຫຼືອ ປະຊາຊົນ ແລ້ວ ຍັງມີການ ສະເໜີ ແຜນການ ອານຸຮັກ ປ່າສງວນ ແຫ່ງຊາຕ ພູ ແດນດິນ ຢູ່ ແຂວງ ຜົ້ງສາລີ, ໂຄງການ ອານຸຮັກ ສັຕປ່າ ບາງ ຊນິດ ທີ່ໃກ້ ຈະສູນພັນ, ໂຄງການ ສົ່ງເສີມ ປະຊາຊົນ ເຂດ ພຸດອຍ ທີ່ ເຄີຍມີ ອາຊີພ ປູກຝິ່ນ ໃຫ້ ຫັນມາ ລ້ຽງ ສັຕ.
ແຕ່ວ່າ ຄວາມ ຕ້ອງການ ຂອງ ປະຊາຊົນ ທີ່ ຈໍາເປັນ ທີ່ສຸດ ໃນ ປັດຈຸບັນ ແມ່ນຢາກ ເຮັດທໍ່ ນໍ້າ, ນໍ້າລິນ ເພື່ອ ນໍາເອົາ ນໍ້າ ຈາກ ຫ່າງໄກ ມາໃຊ້ ອາບ ໃຊ້ກິນ ປະຈໍາວັນ ແລະ ສ້າງ ໂຮງຮຽນ ໃຫ້ ເດັກນ້ອຍ.