ຈັດຕລາດນັດ ແຮງງານ ເພື່ອສົ່ງເສີມການມີວຽກເຮັດ
ທາງການລາວ ຈະຈັດຕລາດນັດແຮງງານ ຢູ່ ນະຄອນຫລວງວຽງຈັນ ເພື່ອສົ່ງເສີມປະຊາຊົນມີວຽກເຮັດງານທຳ ຫລາຍຂຶ້ນ.
-
ພອນ ພູມມີທອນ
2023-10-26 -
-
-
Your browser doesn’t support HTML5 audio
ໃນວັນທີ 10 ຕຸລາ ທີ່ຜ່ານມາ ທ່ານພົງໄຊສັກ ອິນຖາລາດ ຮອງຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ຖແຫລງການ ຈັດຕລາດນັດແຮງງານ ເພື່ອສົ່ງເສີມການມີວຽກເຮັດງານທໍາ ຢູ່ໃນປະເທດ ແລະ ການສ້າງຄວາມເຂົ້າໃຈ ໃນການເດີນທາງ ໄປເຮັດວຽກຢູ່ຕ່າງປະເທດ ຢ່າງຖືກຕ້ອງ ແລະ ປອດໄພ ທີ່ຈະຈັດຂຶ້ນຢູ່ ສູນສະແດງສິນຄ້າ ລາວ-ໄອເຕັກ ລະຫວ່າງວັນທີ 27-29 ຕຸລາ 2023 ທີ່ກໍາລັງຈະຮອດນີ້.
ສໍາລັບຈຸດປະສົງ ໃນການຈັດງານໃນຄັ້ງນີ້ ເພື່ອສ້າງໂອກາດໃຫ້ແກ່ຜູ້ທີ່ຫວ່າງງານ, ຜູ້ທີ່ຍັງບໍ່ເຄີຍມີວຽກເຮັດມາກ່ອນ, ຜູ້ທີ່ກໍາລັງກຽມເຂົ້າສູ່ຕລາດແຮງງານ, ຜູ້ທີ່ເຄີຍເຮັດວຽກມາກ່ອນ ແລະ ຜູ້ຫວ່າງງານ ທີ່ເຮັດສະມາຊິກປະກັນສັງຄົມ ໃຫ້ສາມາດເຂົ້າເຖິງຕໍາແໜ່ງງານ ທີ່ມີຢູ່ໃນລະບົບເສຖກິຈພາຍໃນປະເທດ ໃນປັດຈຸບັນ.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ນາງນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ຕຸລາ 2023 ນີ້ວ່າ:
“ອ່າ ວັນທີ 27 ຫາວັນທີ 29 ອ່າ ໂຕນີ້ອາດເປັນສະເພາະໃນລາວເນາະ ໃນເບື້ອງຂອງ ແມ່ນໆ ເພາະວ່າໂຕນີ້ຈະເປັນຕລາດນັດ ກັບ Job ຫາງານເນາະ ກໍຄືການຊອກຫາໜ່ວຍງານໂດຍກົງ. ອ່າ ໂຕນີ້ຫາກໍຈັດ.”
ສໍາລັບຕລາດນັດແຮງງານໃນຄັ້ງນີ້ ແມ່ນເປີດໂອກາດໃຫ້ຂຶ້ນທະບຽນຊອກວຽກ, ໃຫ້ຄໍາແນະນໍາ ກ່ຽວກັບຕໍາແໜ່ງງານຫວ່າງ, ມີໂອກາດເຂົ້າສໍາພາດ ຫລື ສມັກເຂົ້າເຮັດວຽກ ນໍາຜູ້ໃຊ້ແຮງງານໂຕຈິງ ເພື່ອໃຫ້ຜູ້ໃຊ້ແຮງງານ ຄັດເລືອກເອົາແຮງງານ ຕາມຕໍາແໜ່ງງານທີ່ຕົນຕ້ອງການ, ມີບໍຣິການ ໃຫ້ຄໍາປຶກສາດ້ານກົດໝາຍ ແລະ ລະບຽບການດ້ານແຮງງານ,ດ້ານປະກັນສັງຄົມ ເປັນຕົ້ນ ເງື່ອນໄຂ ການໄດ້ຮັບເງິນອຸດຫນຸນຫວ່າງງານ ຂອງຜູ້ທີ່ເປັນສມາຊິກປະກັນສັງຄົມ.
ທາງດ້ານ ບໍຣິສັດຂອງນັກລົງທຶນຊາວລາວ ແລະ ຕ່າງປະເທດຫລາຍຫົວໜ່ວຍ ກໍມີແຜນເຂົ້າຮ່ວມ ເປີດບູທປະຊາສັມພັນ ຕໍາແໜ່ງງານ ຢູ່ພາຍໃນຕລາດນັດແຮງງານ ທີ່ກໍາລັງຈະຈັດຂຶ້ນນີ້ ໂດຍມີຈຸດປະສົງ ເພື່ອເປີດຮັບສມັກ ແລະ ຄັດເລືອກພນັກງານ ທີ່ມີຄວາມຮູ້ ຄວາມສາມາດ ຕົງຄວາມຕ້ອງການ, ອະທິບາຍຣາຍລະອຽດ ກ່ຽວກັບເງື່ອນໄຂການທໍາງານ ແລະ ສວັດດີການ ທີ່ຄາດວ່າຈະໄດ້ຮັບ.
ດັ່ງ ພນັກງານບໍຣິສັດ ທ່ານນຶ່ງ ທີ່ຂຶ້ນທະບຽນ ເຂົ້າຮ່ວມງານຕລາດນັດແຮງງານ ໃນຄັ້ງນີ້ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ເປັນຄົນທ້ອງຖິ່ນຢູ່ ໃນລາວນີ້ ຜູ້ທີ່ມີປະສົບການເວົ້າພາສາຈີນ ມັນກໍຊິຮັບໄດ້ຢູ່ ຕອນນີ້ ສີມືເຮັດວຽກ ຄົນທີ່ຫາກໍຈົບໃໝ່ເນາະ. ເປັນຄົນທ້ອງຖິ່ນ ກໍສາມາດຮັບໄດ້ຢູ່ ແມ່ນ ຄົນໃໝ່ເນາະ. ຄົນໃໝ່ ກໍມີປະສົບການ ແລ້ວກໍເປັນຄົນທ້ອງຖິ່ນ ຄົນລາວເນາະ ເຂົາກໍຮັບໄດ້ຢູ່ ຮັບໄດ້ຫລາຍຄົນ. ປະມານພັນປາຍຄົນຫັ້ນແຫລະ ເພິ່ນຮັບ.”
ສໍາລັບວຽກງານ ເປີດຮັບສມັກ ໃນຕລາດນັດແຮງງານ ສ່ວນນຶ່ງ ແມ່ນເປັນວຽກງານແບບຫ້ອງການ ທີ່ ສຖານທີ່ ໃນການເຮັດວຽກຕາມເວລາຣັຖການ, ຕ້ອງການຜູ້ທີ່ມີວຸດການສຶກສາ ຫລື ມີປະສົບການ ແລະ ສີມືແຮງງານສະເພາະດ້ານ ຂະນະທີ່ ຄົນງານລາວສ່ວນຫລາຍ ບໍ່ທັນໄດ້ມີວຸດທິການສຶກສາ ແລະ ຄວາມສາມາດສະເພາະທາງ.
ດັ່ງ ຄົນງານລາວ ທີ່ມີປະສົບການ ເຂົ້າຮ່ວມຊອກວຽກ ໃນຕລາດນັດແຮງງານ ທ່ານນຶ່ງ ກ່າວວ່າ:
“ກໍຊອກ ອິນເຕີເນັດ ແນ ແລ້ວກໍມີແຕ່ ອິນເຕີເນັດ ແລ້ວກໍນໍາຮ້ານນໍາຫຍັງຫັ້ນແຫລະ ທີ່ວ່າຂະເຈົ້າປະກາດຮັບຈ້າງ ຂາຍເຄື່ອງ ແນ່. (ວຽກໃນຕລາດແຮງງານ) ຫ້ອງລ່າຫ້ອງການ ແນ ກໍມີເບີດ ບໍ່ໆ ກໍຍ້ອນສົນໃນ ກໍສົນໃຈ ແຕ່ສ່ວນຫລາຍຂະເຈົ້າ ຢາກເຮັດຕາມໂມງຣາຊການຢູ່ໃນລາວ ແມ່ນ ຣາຊການເປັນວຽກແບບວ່າ ເຮັດຕາມໂມງ 8 ໂມງເຊົ້າ ຮອດ 5 ໂມງແລງ ຈັ່ງຊີ້ແຫລະ. ນິຍົມກັນກໍ ກໍວຽກ ກໍຄ້າຂາຍເຄື່ອງຢູ່ນໍາສາງ ນໍາຫຍັງ ແຮງງານແບກຫາມ ອີ່ຫຍັງນີ້ແຫລະ.”
ຂະນະທີ່ ຊາວລາວຈໍານວນຫລາຍ ກໍມັກຊອກວຽກ ຜ່ານສື່ສັງຄົມອອນລາຍນ໌ ໂດຍສະເພາະ ເຟສບຸກຄ໌ ເນື່ອງຈາກເຂົ້າເຖິງງ່າຍ ແລະ ສາມາດຊອກວຽກໄດ້ໃນທຸກທີ່-ທຸກເວລາ ເຊິ່ງຖືກວ່າ ສະດວກກວ່າ ການເດີນທາງເຂົ້າໄປຮ່ວມ ຕລາດນັດແຮງງານ ຕາມເວລາ ແລະ ສຖານທີ່ ທີ່ທາງການລາວຮ່ວມກັບພາກເອກະຊົນ ຈັດຕັ້ງປຕິບັຕຂຶ້ນ.
ດັ່ງ ຄົນງານລາວ ທີ່ຢູ່ລະຫວ່າງການຊອກວຽກ ຢູ່ນະຄອນຫລວງວຽງຈັນ ນາງນຶ່ງ ກ່າວວ່າ:
“ເຂົ້າກຸ່ມຫັ້ນເດ້ ເຂົ້າກຸ່ມວຽງຈັນ. ອໍ້ ແບບວ່າມັນມີກຸ່ມຢູ່ເດ້ ຊອກວຽກໃນນະຄອນຫລວງວຽງຈັນ ເຮັດຈັ່ງຊີ້ ມັນກໍອອກນ່າ ງ່າຍຢູ່. ເອື້ອຍກໍພິມວ່າອັນ ຊອກວຽກໃນນະຄອນຫລວງວຽງຈັນ. ແລ້ວມັນກໍຂຶ້ນມາເລີຍ ກໍມີແຕ່ເຂົ້າກຸ່ມຫັ້ນກ່ອນ ກໍມີແຕ່ຊອກວຽກ ດຽວນີ້ ເຂົາກໍມີແຕ່ຊອກແຖວກຸ່ມຫັ້ນແຫລະ ມີຄົນໂພສຕ໌ລົງ ແລ້ວວ່າ ຢາກໄດ້ຄົນງານແນວນີ້ ແນວນັ້ນ ເຂົາກໍສົນໃຈ ເຂົາກໍທັກໄປເດ້.”
ກ່ຽວກັບກິຈກັມ ດັ່ງກ່າວນີ້, ບໍ່ແມ່ນແຕ່ສະເພາະ ຕໍາແໜງພາຍໃນປະເທດລາວເທົ່ານັ້ນ ແຕ່ສໍາລັບຜູ້ທີ່ສົນໃຈ ເດີນທາງ ໄປເຮັດວຽກຢູ່ຕ່າງປະເທດ ເປັນຕົ້ນ ປະເທດໄທຍ ແລະ ເກົາຫລີໃຕ້ນໍາດ້ວຍ ເນື່ອງຈາກມີ ວິສາຫກິຈ ບໍຣິການ ຈັດຫາງານ ຈໍານວນ 48 ຫົວໜ່ວຍ ທີ່ໃຫ້ບໍຣິການຈັດຫາງານ ໃຫ້ແກ່ຄົນງານລາວ ທັງແບບພາຍໃນ ແລະ ຕ່າງປະເທດ.
ດັ່ງ ຄົນງານລາວ ທີ່ສົນໃຈເດີນທາງເຂົ້າໄປຮ່ວມ ຕລາດນັດແຮງານ ທ່ານນຶ່ງ ກ່າວວ່າ:
“ຊ່ອງທາງ ໃດກໍໄດ້ ມັນມີ 2 ຊ່ອງທາງເນາະ ທາງເຟສ ກໍໄດ້ ຫລືວ່າທາງແຮງານ ທາງພາກຣັຖ ກໍໄດ້ ທາງເຟສບຸກຄ໌ຫັ້ນນ່າ ຈະຫລາຍກວ່າ ສ່ວນຫລາຍມັນກໍຈະເປັນວຽກກ່ຽວກັບ ອອນລາຍນ໌ນີ້ແຫລະ. ຂາຍອອນລາຍນ໌ຂາຍນີ້ ຂາຍນັ້ນແຫລະ. ເງິນມັນກໍຂຶ້ນກັບໜ້າທີ່ ຫນ້າວຽກເນາະ ແຕ່ລະຕໍາແໜ່ງຫັ້ນນ່າ ແລ້ວບາດນີ້ (ເຮັດວຽກໃນຕ່າງປະເທດ) ມາທຽບໃສ່ເງິນເດືອນ ຄ່າແຮງານມັນຊິຫລາຍກວ່າ ແມ່ນ.”
ອີງຕາມ ການຣາຍງານ ຂອງກະຊວງແຮງານ ແລະ ສວັດດີການສັງຄົມ ລະບຸວ່າ ງານຕລາດນັດແຮງງານ ໃນຄັ້ງນີ້ ຄາດວ່າຈະມີການຕັ້ງບູທ ໃຫ້ບໍຣິການຂຶ້ນທະບຽນຊອກວຽກ, ໃຫ້ຄໍາປຶກສາ, ສັມພາດເອົາແຮງານຂອງ 70 ຫົວໜ່ວຍແຮງງານ, 48 ວິສາຫກິຈ ບໍຣິການ ຈັດຫາງານ ແລະ 10 ບູທ ຂອງຄູ່ຮ່ວມງານ ຈາກພາກຣັຖ ແລະ ອົງການຈັດຕັ້ງຕ່າງໆ ທັງນີ້ ຄາດວ່າ ຈະມີເຂົ້າຮ່ວມງານປະມານ 1,000 ຄົນ ໂດຍສະເພາະ ແມ່ນຊາວໜຸ່ມນັກຮຽນ, ນັກສຶກສາ ແລະ ບຸກຄົນທົ່ວໄປ ທີ່ຕ້ອງການຊອກວຽກ ພາຍໃນປະເທດ ຫລື ຜູ້ມີຄວາມສົນໃຈ ທີ່ຈະໄປເກັບກ່ຽວປະສົບການ ຫລື ເຮັດວຽກຢູ່ຕ່າງປະເທດ.
ກ່ອນໜ້ານີ້ ທ່ານ ພົງໄຊສັກ ອິນຖາລາດ ຮອງຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດີການສັງຄົມ ກ່າວຕໍ່ພິທີຖແຫລງຂ່າວ ເມື່ອວັນທີ 10 ຕຸລາ ທີ່ຜ່ານມາ ວ່າ ການຈັດຕລາດນັດແຮງງານ ພາຍໃນປະເທດລາວ ຍັງຖືວ່າ ເປັນປະກົດການ ຫລື ວິທີການໃໜ່ ທີ່ຍັງບໍ່ປະສົບຜົລສໍາເຣັດ ເທົ່າທີ່ຄວນ ແຕ່ເຖິງຢ່າງໃດກໍຕາມ ຖ້າຫາກທຸກພາກສ່ວນ ມີສ່ວນຮ່ວມ ແລະ ມີຄວາມຮັບຜິດຊອບ ຮ່ວມກັນຢ່າງແທ້ຈິງ ກໍເຮັດໃຫ້ການຈັດຕລາດນັດແຮງງານ ປະສົບຄວາມສໍາເຣັດ ຕາມທີ່ຄາດໝາຍໄວ້.
ນອກນີ້ ກະຊວງແຮງງານ ແລະ ສວັດດີການສັງຄົມ ມີເປົ້າໝາຍສົ່ງເສີມ ໃຫ້ຜູ້ທີ່ຊອກວຽກເຮັດງານທໍາ ແລະ ຜູ້ຫວ່າງງານ ໄດ້ເຂົ້າເຖິງຕໍາແໜງງານຫວ່າງ ໃຫ້ສອດຄ່ອງກັບລະບົບເສຖກິຈ ແຕ່ລະໄລຍະ ພ້ອມພັທນາສີມືແຮງງານ ໃຫ້ໄດ້ປະກອບອາຊີບ ຫລື ມີວຽກ ອິສຣະເຮັດ ຜ່ານການສ້າງນິຕິກັມ ວ່າດ້ວຍການຈັດຫາງານ, ພັທນາສີມືແຮງງານ ແລະ ການປົກປ້ອງ ແຮງານເພີ່ມຕື່ມ.