ທາງການລາວ ຕຣຽມແຜນແກ້ໄຂ ຣົຖຂົນສົ່ງສິນຄ້າ ຕິດຢູ່ດ່ານ

ຣົຖຂົນສົ່ງສິນຄ້າ ຈອດຢູ່ບໍຣິເວນດ່ານ ບໍ່ເຕັນ, ເດືອນພຶສພາ ປີ 2022.
ຣົຖຂົນສົ່ງສິນຄ້າ ຈອດຢູ່ບໍຣິເວນດ່ານ ບໍ່ເຕັນ, ເດືອນພຶສພາ ປີ 2022. (ນັກຂ່າວ ພົລເມືອງ)

0:00 / 0:00

ກະຊວງອຸດສາຫະກັມ ແລະການຄ້າ ແລະຫລາຍພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດກອງປະຊຸມ ໃນມື້ວັນທີ 23 ສິງຫາ 2022 ກຽມແກ້ໄຂຣົຖຂົນສົ່ງສິນຄ້າ ຕິດອັ່ງອໍ ຢູ່ດ່ານສາກົນ ແຂວງຫລວງນໍ້າທາ ບໍ່ເຕັນ-ບໍ່ຫານ ເພື່ອບໍ່ໃຫ້ມີບັນຫາ ຄືທີ່ໄດ້ເກີດຂຶ້ນເມື່ອທ້າຍປີກາຍ ໃນໄລຍະເກັບກ່ຽວ ຜົລຜລິຕສົ່ງອອກໄປຈີນ ແລະເປັນໄລຍະທີ່ ບໍຣິສັດສົ່ງອອກຂອງລາວ ໄດ້ຮັບໂຄຕາສົ່ງສິນຄ້າໄປຈີນ ພາຍໃຕ້ໂຄງການປູກພືດ ທົດແທນການປູກຝິ່ນ; ຈະເຈຣະຈາກັບຈີນຕໍ່ໄປ ເພື່ອຂໍເພີ່ມໂຄຕ້າຣ໌ ໃຫ້ຣົຖຂົນສົ່ງສິນຄ້າເຂົ້າຈີນ ຊຶ່ງປົກກະຕິບໍ່ເກີນ 150-200 ຄັນຕໍ່ມື້ ແລະ ຂຍາຍຈຸດພັກຣົຖຕື່ມ ໃນຂະນະທີ່ຈີນຍັງເຂັ້ມງວດ ໃນການປ້ອງກັນໂຄວິດ-19 ຢູ່ນີ້ ຄືປິດດ່ານຊາຍແດນຈີນ-ລາວ ເຊັ່ນດ່ານທີ່ຕິດກັບ ດ່ານປາງໄຮ, ດ່ານພູຫລັກຄໍາ, ດ່ານລານຕຸຍ, ດ່ານປ່າຄ່າ, ເຮັດໃຫ້ສິນຄ້າລາວໄປຈີນ ດັ່ງອໍກັນຢູ່ດ່ານສາກົນ ບໍ່ເຕັນ-ບໍ່ຫານ ບ່ອນດຽວ.

ດັ່ງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ແຂວງຫລວງນໍ້າທາ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 1 ກັນຍານີ້ວ່າ:

" ເພິ່ນກະສ້າງແຜນໄວ້ ແຫລະ ເພື່ອລະບາຍຣົຖຫັ້ນໃຫ້ມັນທັນນໍ ທາງການເຂົາກໍຈະໄປຄຸຍກັນແຫລະທາງພາສີຈີນ ເຈົ້າໜ້າທີ່ຝ່າຍຈີນແຫລະ ປັດຈຸບັນກໍບໍ່ແອອັດ ເພາະຊ່ວງນີ້ຍັງບໍ່ມີສິນຄ້າຫລາຍປານໃດນະ ເພາະຜ່ານມາກໍຈໍາກັດ ກະແມ່ນທາງຈີນແຫລະ ກະຈໍາກັດເຂົ້ານໍ ເວົ້າເຮື່ອງພະຍາດ ໂຄວິດ-19 ນີ້ເດ ມັນຈຶ່ງເຂົ້າໄປເທື່ອລະໜ້ອຍນໍ ມັນກໍເວົ້າເຣື່ອງມາຕການຂອງເຂົາຫັ້ນ ."

ທ່ານກ່າວຕື່ມວ່າ ກົມນໍາເຂົ້າ ແລະສົ່ງອອກ ໄດ້ສເນີໃຫ້ມີການແຕ່ງຕັ້ງ ຄະນະສະເພາະກິຈ, ສ້າງກົນໄກປະສານງານ ກັບແຂວງອ້ອມຂ້າງ ເພື່ອຈັດປ່ອຍ ຣົຖຂົນສົ່ງສິນຄ້າ ໃຫ້ເປັນລະບຽບ, ປຶກສາຫາລືກັບບໍຣິສັດ LS, ບໍຣິສັດ LICD ແລະບໍຣິສັດ ຫົວພັນເຫີຮາວ, ຈັດສັນພື້ນທີ່ໃຫ້ຣົຖພັກ ແລະສ້າງລະບົບຄຸ້ມຄອງຈຸດພັກຣົຖຊົ່ວຄາວ. ນອກຈາກນັ້ນ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງສ້າງມາຕການ (Non-Tariff Measures or NTMs) ຕໍ່ກັບສິນຄ້າຜ່ານແດນໄປຈີນ ເພື່ອອໍານວຍຄວາມສະດວກ ໃຫ້ການຂົນສົ່ງສິນຄ້າລາວ ແລະປັບປຸງຂັ້ນຕອນການແຈ້ງ ເອກສານສົ່ງອອກໃຫ້ວ່ອງໄວ ເພື່ອບໍ່ໃຫ້ສິນຄ້າເນົ່າ ແລະສ້າງລະບົບການຂົນສົ່ງສິນຄ້າ ຜ່ານທາງຣົຖໄຟ ລາວ-ຈີນ ຢູ່ແຕ່ລະສະຖານີໃນລາວ. ກະຊວງໂຍທາທິການ ແລະຂົນສົ່ງ ຈະຕ້ອງປັບປຸງເສັ້ນທາງ ແຕ່ແຂວງອຸດົມໄຊ, ແຂວງບໍ່ແກ້ວ ໄປຫາດ່ານບໍ່ເຕັນ ທີ່ເປ່ເພໃຫ້ດີຂຶ້ນ.

ຄົນຂັບຣົຖຂົນສົ່ງສິນຄ້າ ຜູ້ນຶ່ງຢູ່ແຂວງຫລວງນໍ້າທາ ເວົ້າໃນມື້ດຽວກັນນີ້ວ່າ ປັດຈຸບັນ ຣົຖບັນທຸກ ບໍ່ແອອັດກັນຄືເມື່ອກ່ອນ, ແຕ່ເມື່ອໄປເຖິງຈຸດປ່ຽນຖ່າຍສິນຄ້າ ກໍຍັງໄດ້ປະຕິບັດຕາມ ມາຕການປ້ອງກັນ ໂຄວິດ-19 ຂອງທາງການຈີນຢູ່ຄືເກົ່າ ຄືມີຄົນໃສ່ຊຸດຂາວ ມາປ່ຽນຖ່າຍໃຫ້ ແລະມີການພົ່ນຢາຂ້າເຊື້ອຢູ່ຫ້ອງຄົນຂັບ.

" ບໍ່ມີແລ້ວດຽວນີ້ ໄປໄດ້ສະດວກສະບາຍແລ້ວ ເພາະວ່າຕອນນັ້ນມັນເປັນຕອນ ໂຄວິດລະບາດຮ້າຍແຮງຫລາຍ ທາງຈີນເຂົາປິດແລ້ວເຂົາຈໍາກັດ ແຕ່ລະມື້ເຂົ້າຈີນຫັ້ນນ່າ ແລ້ວເຮັດໃຫ້ມັນຣົຖຕິດຫລາຍ ຈອດໄວ້ຢູ່ຫັ້ນແຫລະ ເຂົາຈະຂັບເຂົ້າໄປ ແລ້ວທາງຈີນກໍມີຄົນຈີນອອກມາຂັບ ເຄື່ອງເຈົ້າລົງ ເຂົາກໍຈະຂັບອອກມາໃຫ້ຢູ່ປະເທດລາວ. "

ຄົນຂັບຣົຖຂົນສົ່ງສິນຄ້າ ຢູ່ແຂວງດຽວກັນນີ້ອີກຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ກັນຍານີ້ວ່າ ປັດຈຸບັນ ບໍ່ມີບັນຫາເຣື່ອງຣົຖຕິດອັ່ງອໍ, ສາມາດເດີນທາງເຂົ້າ-ອອກໄດ້ສະ ດວກ ເປັນປົກກະຕິ, ແຕ່ກໍຍັງໄດ້ປະຕິບັດຕາມມາຕການ ຂອງທາງການຈີນຢູ່ຄືເກົ່າ.

" ດຽວນີ້ບໍ່ຄືເກົ່າແລ້ວ ສະດວກຢູ່ໄປຫັ້ນ ແຕ່ກີ້ແມ່ນຕິດ ໄລຍະຊ່ວງນຶ່ງ ໂຄວິດນີ້ເດ໋ ຕິດຄ້າງກໍປະມານ 2-3 ມື້ນີ້ຕີ໋ ແຕ່ວ່າດຽວນີ້ກໍບໍ່ເຫັນຕິດແລ້ວ ມີແຕ່ວ່າສ່ວນຫລາຍຣົຖນ່າ ໃຫ້ຄົນຈີນ ແລ້ວກໍລໍຖ້າຢູ່ຫັ້ນ. "

ພ້ອມດຽວກັນນັ້ນ ຜູ້ປະກອບການຄົນນຶ່ງກໍເວົ້າວ່າ ອາຈມີບັນຫາເຣື່ອງຣົຖບັນທຸກສິນຄ້າແອອັດ ເກີດຂຶ້ນອີກ ຖ້າທາງການຈີນຍັງບໍ່ເປີດດ່ານ ເປັນປົກກະຕິ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂອງລາວຄວນແກ້ໄຂບັນຫານີ້ຢ່າງເປັນລະບົບ ກໍຈະເປັນເຣື່ອງດີ ເພາະທີ່ຜ່ານມາ ຣົຖຕິດແອອັດກັນຫລາຍ ຢູ່ເຂດດ່ານບໍ່ເຕັນ ຍາວເປັນ 20 ກິໂລແມັດ.

" ມັນເປັນນໍາຄົນນີ້ແຫລະ ຖ້າເຂົາເຈົ້າມີມາຕການວ່າ ໃຫ້ຕໍາຣວດໃຫ້ອິຫຍັງເນາະ ໄປເຝົ້າໄປຍາມຢູ່ຖນົນຫັ້ນນ່າແບບວ່າ ຄອຍຣົຖເຂົ້າເປັນລັອກໆຫັ້ນນ່າ ມັນກໍຊິບໍ່ຕິດຂັດ ອັນນີ້ທີ່ຜ່ານມາທີ່ມັນຄ້າງຄາ ທາງກໍເສັ້ນນ້ອຍ ບາດນີ້ ຣົຖບັນທຸກມັນຄັນໃຫຍ່ເນາະ ແລ້ວທາງຂວາກໍຊິໄປ ທາງຊ້າຍກໍຊິໄປຫັ້ນນ່າ ໃຜກໍໃຜບໍ່ຍອມໃຜຊີ້ ໄປແອອັດກັນຢູ່ຫັ້ນ. "

ປະຊາຊົນ ຢູ່ແຂວງຫລວງນໍ້າທາ ຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ ປັດຈຸບັນ ເຫັນຣົຖບັນທຸກສິນຄ້າ ແລ່ນໄປ-ມາປົກກະຕິຢູ່ ບໍ່ຄືກັນກັບເມື່ອທ້າຍປີກາຍ ທີ່ຣົຖຕິດກັນຫລາຍ ແຕ່ສໍາລັບທ້າຍປີນີ້ ຖ້າເຈົ້າໜ້າທີ່ບໍ່ຫາທາງແກ້ໄຂເຣື່ອງຣົຖຕິດໄວ້ ກໍອາຈເກີດບັນຫາຂຶ້ນອີກຄືເກົ່າ.

" ຂ້ອຍກະຄິດວ່າບັນຫານີ້ ມັນກະເຄີຍເຈິະມາແລ້ວ ຄັນມາຫລາຍກໍຈະໄດ້ຕິດຫັ້ນແລ້ວ ກໍມີການສັບຊ້ອນໄປຫັ້ນແຫລະ ຖ້າເບິ່ງກໍ໋ ທາງພາກມີແຕ່ຈະແກ້ໄຂຢູ່ຕົ້ນທາງປາຍທາງເທົ່ານັ້ນແຫລະ ຄັນມັນເຫັນມາເທື່ອນຶ່ງແລ້ວເນາະ. "

ທີ່ຜ່ານມາ ຜແນກໂຍທາທິການ ແລະຂົນສົ່ງແຂວງຫລວງນໍ້າທາ ໄດ້ອອກແຈ້ງການໃຫ້ໂຈະການຂົນສົ່ງສິນຄ້າຜ່ານດ່ານສາກົນ ບໍ່ເຕັນ-ບໍ່ຫານ ຊົ່ວຄາວ ແຕ່ມື້ວັນທີ 29 ຕຸລາ 2021 ເປັນ ຕົ້ນໄປ ຍ້ອນທາງການຈີນສັ່ງໃຫ້ປິດດ່ານສາກົນ ບໍ່ຫານ-ບໍ່ເຕັນ ຍ້ອນກວດພົບ ຄົນຈີນທີ່ຂັບ ຣົຖໄປຈາກລາວ ຕິດເຊື້ອໂຄວິດ-19 ຫລັງຈາກນັ້ນ ຈີນກໍໃຊ້ມາຕການເຂັ້ມງວດມາ.